ປະເທດກຳປູເຈຍ
From Wikipedia, the free encyclopedia
ກຳປູເຈຍ (ຂະແມ: កម្ពុជា) ຊື່ຢ່າງເປັນທາງການແມ່ນ ລາຊະອານາຈັກ ກຳປູເຈຍ (ຂະແມ: ព្រះរាជាណាចក្រកម្ពុជា) ເປັນປະເທດທີ່ຕັ້ງຢູ່ໃນພາກໃຕ້ຂອງແຫຼມອິນດູຈີນໃນອາຊີຕາເວັນອອກສຽງໃຕ້ ມີພື້ນທີ່ 181,035 ຕາລາງກິໂລແມັດມີຊາຍແດນທິດຕາເວັນຕົກຕິດຕໍ່ກັບປະເທດໄທ ທິດເໜືອຕິດກັບປະເທດໄທ ແລະ ປະເທດລາວ ທິດຕາເວັນອອກ ແລະ ທິດໃຕ້ຕິດກັບຫວຽດນາມ ແລະ ທິດຕາເວັນຕົກສຽງໃຕ້ຕິດກັບອ່າວໄທ ດ້ວຍປະຊາກອນຫຼາຍກວ່າ 15 ລ້ານຄົນ ກຳປູເຈຍເປັນປະເທດທີ່ມີປະຊາກອນຫຼາຍທີ່ສຸດອັນດັບທີ 66 ຂອງໂລກ ສາສະໜາພຸດນິກາຍເຖຣະວາດເປັນສາສະໜາປະຈຳຊາດ ເຊິ່ງປະຊາກອນກຳປູເຈຍນັບຖືຫຼາຍກວ່າ 97%[8] ຊົນເຜົ່າກຸ່ມນ້ອຍໃນປະເທດນີ້ມີຊາວຫວຽດນາມ ຊາວຈີນ ຊາວຈາມ ແລະ ຊາວຫຼາຍກວ່າ 30 ເຜົ່າ[9] ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ ແມ່ນ ພະນົມເປັນ ເຊິ່ງເປັນສູນກາງທາງການເມືອງ, ເສດຖະກິດ ແລະ ວັດທະນະທຳ
ລາຊະອານາຈັກ ກຳປູເຈຍ ព្រះរាជាណាចក្រកម្ពុជា (ຂະແມ)
| |
---|---|
ທີ່ຕັ້ງຂອງ ປະເທດກຳປູເຈຍ (ຂຽວ) ໃນອາຊຽນ (ເທົາເຂັ້ມ) — [ຄຳອະທິບາຍສັນຍະລັກ] | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ພະນົມເປັນ 11°33′N 104°55′E |
ພາສາລັດຖະການ | ຂະແມ[1] |
ພາສາລັດຖະການທີ່ຍອມຮັບ | ພາສາພື້ນເມືອງກວ່າ 19 ພາສາ[2] |
ອັກສອນລັດຖະການ | ອັກສອນຂະແມ |
ກຸ່ມຊົນເຜົ່າ (2019) |
|
ສາສະໜາ (2019) |
|
ເດມະນິມ |
|
ການປົກຄອງ | ລັດດ່ຽວ ລະບົບພັກເດັ່ນ ລະບົບລັດຖະສະພາ ລາຊາທິປະໄຕໂດຍເລືອກຕັ້ງ ລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ |
• ພະມະຫາກະສັດ | ສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ |
• ນາຍົກລັດຖະມົນຕີ | ທ່ານຮູນ ມາເນດ Hun Manet (2023-) |
• ປະທານສະພາຜູ້ແທນລາຊະດອນ | ສົມເດັດວິບູນເສນາ ພັກດີ ໄຊສູມ |
• ປະທານລັດຖະສະພາ | ສົມເດັດພະມະຫາພະຍາຈັກກະຣີ ເຮງ ຊຳລິນ |
ສະພານິຕິບັນຍັດ | ສະພາຜູ້ແທນລາຊະດອນ |
• ສະພາສູງ | ພຶຖະສະພາ |
• ສະພາລຸ່ມ | ລັດຖະສະພາ |
ກໍ່ຕັ້ງ | |
• ອານາຈັກຟູນານ | ຄ.ສ. 50/68–ຄ.ສ. 550/627 |
• ອານາຈັກເຈັນລະ | ຄ.ສ. 550–802 |
ຄ.ສ. 802–1431 | |
• ຍຸກມືດ | ຄ.ສ. 1431–1863 |
• ອາລັກຂາຂອງຝຣັ່ງ | 11 ສິງຫາ ຄ.ສ. 1863 |
• ປະກາດອິດສະຫຼະພາບ | 9 ພະຈິກ ຄ.ສ. 1953 |
14 ທັນວາ ຄ.ສ. 1955 | |
• ຂໍ້ຕົກລົງສັນຕິພາບຂອງປາຣີ | 23 ຕຸລາ ຄ.ສ. 1991 |
• ລັດຖະທຳມະນູນສະບັບປັດຈຸບັນ | 24 ກັນຍາ ຄ.ສ. 1993 |
• ຖະແຫຼງການອາຊຽນ | 30 ເມສາ ຄ.ສ. 1999 |
ພື້ນທີ່ | |
• ລວມ | 181,035 ຕາລາງກິໂລແມັດ (69,898 ຕາລາງໄມລ໌) (ອັນດັບທີ 88) |
2.5 | |
ປະຊາກອນ | |
• ສຳມະໂນປະຊາກອນ 2019 | 15,552,211[4] (ອັນດັບທີ 73) |
87 ຕໍ່ຕາລາງກິໂລແມັດ (225.3 ຕໍ່ຕາລາງໄມລ໌) (ອັນດັບທີ 96) | |
GDP (ອຳນາດຊື້) | 2019 (ປະມານ) |
• ລວມ | 76.635 ຕື້ໂດລາສະຫະລັດ[5] |
• ຕໍ່ຫົວ | 4,645 ໂດລາສະຫະລັດ[5] |
GDP (ລາຄາຕະຫຼາດ) | 2019 (ປະມານ) |
• ລວມ | 26.628 ຕື້ໂດລາສະຫະລັດ[5] |
• ຕໍ່ຫົວ | 1,614 ໂດລາສະຫະລັດ[5] |
ຈີນີ (2013) | 36.0[6] ປານກາງ |
HDI (2019) | 0.594[7] ປານກາງ · ອັນດັບ 144 |
ສະກຸນເງິນ | ຣຽວ (៛) (KHR) |
ເຂດເວລາ | UTC+7 (ເວລາອິນດູຈີນ) |
ຮູບແບບວັນທີ | ວວ/ດດ/ປປປປ |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | +855 |
ລະຫັດອິນເຕີເນັດ | .kh |
ລາຊະອານາຈັກກຳປູເຈຍປົກຄອງແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ ໂດຍມີສົມເດັດພະເຈົ້າມະຫາຊີວິດ ໂນໂຣດົມ ສີຫາໂມນີ ມາຈາກການເລືອກຕັ້ງໂດຍລາຊະສະພາເພື່ອລາຊະບັນລັງ ເປັນປະມຸກແຫ່ງລັດ ປະມຸກລັດຖະບານ ແມ່ນ ສົມເດັດພະອັກຄະມະຫາເສນາບໍດີ ເຕໂຈ ຮຸນເຊນ ຜູ້ເຊິ່ງປັດຈຸບັນເປັນຜູ້ນຳທີ່ດຳລົງຕຳແໜ່ງດົນທີ່ສຸດໃນອາຊີຕາເວັນອອກສຽງໃຕ້ ໂດຍໄດ້ປົກຄອງກຳປູເຈຍເປັນໄລຍະເວລາຫຼາຍກວ່າ 25 ປີ
ໃນປີ ພ.ສ. 1345 ພຣະເຈົ້າໄຊວໍຣະມັນທີ 2 ໄດ້ຂຶ້ນຄອງບັນລັງຕົນເປັນກະສັດ ອັນເປັນຈຸດເລີ່ມຕົ້ນຂອງອານາຈັກຂະແມ ອຳນາດ ແລະ ຄວາມຮັ່ງມີມະຫາສານຂອງອານາຈັກຂະແມທີ່ມີມະຫາກະສັດຄອງລາຊະສົມບັດສືບຕໍ່ກັນມານັ້ນໄດ້ມີອິດທິພົນໃນອາຊີຕາເວັນອອກສຽງໃຕ້ເປັນເວລາຫຼາຍກວ່າ 600 ປີ ກຳປູເຈຍຖືກປົກຄອງເປັນເມືອງຂຶ້ນຂອງປະເທດເພື່ອນບ້ານ ຈົນເມື່ອຝຣັ່ງຍຶດເປັນອານານິຄົມໃນກາງຄຣິດສັກກະລາດທີ 19 ກຳປູເຈຍໄດ້ຮັບເອກະລາດໃນປີ ພ.ສ. 2496 ສົງຄາມຫວຽດນາມໄດ້ຂະຫຍາຍເຂົ້າສູ່ໃນກຳປູເຈຍ ເຮັດໃຫ້ຂະເໝນແດງຂຶ້ນສູ່ອຳນາດ ເຊິ່ງຍຶດເມືອງຫຼວງພະນົມເປນໄດ້ໃນປີ ພ.ສ. 2518 ກ່ອນທີ່ຈະເພີ່ມຂຶ້ນຫຼາຍປີຕໍ່ມາພາຍຫຼັງໃນເຂດອິດທິພົນສັງຄົມນິຍົມເປັນສາທາລະນະລັດປະຊາຊົນກຳປູເຈຍຈົນຮອດເມື່ອປີ ພ.ສ. 2536 ພາຍຫຼັງສົນທິສັນຍາສັນຕິພາບປາຣີ ພ.ສ. 2534 ເຊິ່ງເປັນກາງຍຸຕິສົງຄາມກັບຫວຽດນາມຢ່າງເປັນທາງການ ກຳປູເຈຍຖືກຄວບຄຸມໂດຍສະຫະປະຊາຊາດໃນຊ່ວງເວລາສັ້ນໆ (ຄ.ສ. 1992-1993) ຫຼັງຈາກຫຼາຍປີແຫ່ງການໂດດດ່ຽວ ຊາດເຊິ່ງເສຍຫາຍຈາກສົງຄາມກໍໄດ້ລວມເຂົ້າດ້ວຍກັນອີກຄັ້ງພາຍໃຕ້ລະບອບລາຊາທິປະໄຕໃນປີດຽວກັນ
ໃນການບູລະນະປະເທດຫຼັງສົງຄາມກາງເມືອງດົດຫຼາຍທົດສະວັດ ກຳປູເຈຍມີຄວາມຄືບໜ້າຢ່າງວ່ອງໄວໃນດ້ານເສດຖະກິດ ແລະ ຊັບພະຍາກອນມະນຸດ ປະເທດກຳປູເຈຍໄດ້ມີໜຶ່ງໃນບັນທຶກເສດຖະກິດທີ່ດີທີ່ສຸດໃນອາຊີ ໂດຍອັດຕາການເຕີບໂຕທາງເສດຖະກິດສະເລ່ຍ 6.0% ເປັນເວລາດົນນານ 10 ປີ ຂະແໜງສິ່ງທໍ ກະສິກຳ ກໍ່ສ້າງ ເສື້ອຜ້າ ແລະ ການທ່ອງທ່ຽວທີ່ເຂັ້ມແຂງໄດ້ນຳໄປສູ່ການລົງທຶນຈາກຕ່າງຊາດ ແລະ ການຄ້າລະຫວ່າງປະເທດ[10] ໃນປີ 2005 ມີການພົບແຫຼ່ງນ້ຳມັນ ແລະ ແກັສທໍາມະຊາດ ໃຕ້ເຂດນ່ານນ້ຳຂອງກຳປູເຈຍ ການຂຸດເຈາະການຄ້າເລີ່ມຕົ້ນໃນປີ 2013 ລາຍໄດ້ຈາກນ້ຳມັນສາມາດມີຜົນຕໍ່ເສດຖະສິດກຳປູເຈຍຢ່າງຫຼວງຫຼາຍ[11]
ກຳປູເຈຍເປັນສະມາຊິກຂອງອົງການສະຫະປະຊາຊາດຕັ້ງແຕ່ປີ 1955 ລວມເຖິງຄວາມຮ່ວມມືຮຸ້ນສ່ວນທາງເສດຖະກິດລະດັບພາກພື້ນ ການປະຊຸມສຸດຍອດອາຊີຕາເວັນອອກ ອົງການການຄ້າໂລກ ຂະບວນການທີ່ບໍ່ສອດຄ່ອງ ແລະ ອົງການລະຫວ່າງປະເທດຂອງກຸ່ມປະເທດທີ່ໃຊ້ພາສາຝຣັ່ງ ຕາມລາຍງານຂອງອົງການລະຫວ່າງປະເທດຫຼາຍແຫ່ງ ບັນຫາຫຼັກຂອງປະເທດແມ່ນຄວາມຍາກຈົນ[12] ການສໍ້ລາດບັງຫຼວງ[13] ການຂາດເສລີພາບທາງການເມືອງ ອັດຕາການພັດທະນາມະນຸດຕ່ຳ ແລພ ຄວາມອົດຢາກສູງ