ການປະຕິວັດສະຫຍາມ ຄ.ສ. 1932
From Wikipedia, the free encyclopedia
ການປະຕິວັດສະຫຍາມ ຄ.ສ. 1932[1] (ໄທ: การปฏิวัติสยาม พ.ศ. 2475) ແມ່ນຈຸດປ່ຽນສຳຄັນຂອງປະຫວັດສາດໄທໃນຊ່ວງຄິດຕະສັດຕະວັດທີ່ 20, ໂດຍເຫດການດັ່ງກ່າວເກີດຂຶ້ນເມື່ອວັນທີ່ 24 ມິຖຸນາ ຄ.ສ. 1932 ເຊິ່ງມີຜົນເຮັດໃຫ້ລາຊະອານາຈັກສະຫຍາມປ່ຽນຮູບແບບປະເທດຈາກລະບອບສົມບູລະນາຍາສິດທິລາດເປັນແບບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ, ແລະປ່ຽນຮູບແບບການປົກຄອງໄປເປັນລະບອບປະຊາທິປະໄຕແບບລັດຖະສະພາ. ມັນເກີດຂຶ້ນຈາກຄະນະນາຍທະຫານແລະພົນລະເຮືອນທີ່ປະກອບກັນ ເອີ້ນພວກຕົນເອງວ່າ ຄະນະລາດສະດອນ ໂດຍເປັນຜົນພວງຈາກການປ່ຽນແປງທາງປະຫວັດສາດໂລກ, ຕະຫຼອດຈົນການປ່ຽນແປງທາງສັງຄົມແລະການເມືອງພາຍໃນປະເທດ. ການປະຕິວັດດັ່ງກ່າວເຮັດໃຫ້ປະເທດສະຫຍາມມີລັດຖະທຳມະນູນສະບັບທຳອິດ, ເຊິ່ງເອີ້ນວ່າ ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ຄ.ສ. 1932.
Quick Facts ວັນທີ, ສະຖານທີ່ ...
ການປະຕິວັດສະຫຍາມ ຄ.ສ. 1932 | |||||||
---|---|---|---|---|---|---|---|
ພະຍາມະໂນປະກອນນິຕິທາດາ ປາໄສຕໍ່ຝູງຊົນອານາປະຊາລາດ ນະມພະທີ່ນັ່ງອະນັນຕະສະມາຄົມ | |||||||
| |||||||
ຄູ່ສົງຄາມ | |||||||
ຄະນະລາຊະດອນ |
ລາຊະວົງຈັກກີ ອະພິລັດຖະມົນຕີສະພາ | ||||||
ຜູ້ບັນຊາການ ແລະ ຜູ້ນຳ | |||||||
ຝ່າຍທະຫານບົກ ພະຍາພະຫົນພົນພະຍຸຫະເສນາ (ພົດ ພະຫົນໂຍທິນ) ພະຍາຊົງສຸຣະເດດ (ເທບ ພັນທຸມະເສນ) ພະຍາຣິດທິອັກຄະເນ (ສະຫຼະ ເອມະສິຣິ) ພະປະສານພິທະຍະຍຸດ (ວັນ ຊູຖິ່ນ) ຫຼວງພິບູນສົງຄາມ (ແປກ ຂີດຕະສັງຄະ) ຝ່າຍທະຫານເຮືອ ຫຼວງສິນທຸສົງຄາມໄຊ (ສິນ ກະມົນນາວິນ) ຫຼວງສຸພະຊະລາໄສ (ບຸງ ສຸພະຊະລາໄສ) ຫຼວງສັງວອນຍຸດທະກິດ (ສັງວອນ ສຸວັນຊີບ) ຖະຫວັນ ທຳຣົງນາວາສະຫວັດ (ຖະຫວັນ ທາຣີສະຫວັດ) ຝ່າຍພົນລະເຮືອນ ຫຼວງປະດິດມະນູນທຳ (ປີດີ ພະນົມຍົງ) ຫຼວງສິຣິຣາດຊະໄມຕີ (ຈະຣູນ ສິງຫະເສນີ) ຫຼວງໂກວິດອະໄພວົງ (ຄວງ ອະໄພວົງ) ທ່ານ ຮອງອຳໝາດເອກ ຕົ້ວ ລະພານຸກົມ ທ່ານ ແນບ ພະຫົນໂຍທິນ ທ່ານ ຮອງອຳໝາດໂທ ທະວີ ບຸນຍະເກດ ທ່ານ ຮອງອຳໝາດເອກ ປະຍູນ ພະມອນມົນຕີ |
ພະບາດສົມເດັດພະປົກເກົ້າເຈົ້າຢູ່ຫົວ ສົມເດັດພະເຈົ້າພີ່ຍາເທີ ເຈົ້າຟ້າບໍຣິພັດສຸຂຸມພັນ ກົມພະນະຄອນສະຫວັນວໍຣະພິນິດ ສົມເດັດພະເຈົ້າບໍລົມວົງເທີ ກົມພະຍາດຳຣົງຣາຊານຸພາບ |
Close