ກຸ່ມຊາດພັນໄທ-ກະໄດ
From Wikipedia, the free encyclopedia
ກຸ່ມຊາດພັນໄທ-ກະໄດ ຫຼືບາງເທື່ອຮຽກວ່າ ກຸ່ມຊາດພັນໄຕ-ໄທ ແມ່ນຊື່ຮຽກໂດຍຮວມຂອງກຸ່ມຊາດພັນທັງໝົດໃນຕະກູນພາສາໄທ-ກະໄດ ກຸ່ມຊາດພັນໄທ-ກະໄດຢູ່ໃນພູມິພາກອຸສາຄະເນ ຮັບປະທານເຂົ້າເຈົ້າຫຼືເຂົ້າໜຽວ ເປັນອາຫານຫຼັກ ນິຍົມປູກເຮືອນເສົາສູງ ມີໃຕ້ຖຸນ ອາໄສທັງໃນທີ່ຣາບລຸ່ມແລະບົນພູເຂົາ ປະເພນີສົບເປັນວິທີເຜົາຈົນເປັນເຖົ້າແລ້ວເກັບອັດຖິໄວ້ໃຫ້ລູກຫຼານບູຊາ ສາດສະໜາດັ້ງເດີມເປັນການນັບຖືຜີ ນັບຖືບັນພະບຸລຸດ ແລະບູຊາແຖນ (ຜີຟ້າຫຼືເສື້ອເມືອງ) ມີປະເພນີສຳຄັນຄື ປະເພນີສົງການ ເຊິ່ງເປັນປະເພນີສະເຫຼີມສະຫຼອງວະສັນຕະວິສຸວັດ ແລະການຂຶ້ນປີໃໝ່ ທັງນີ້ ຄຳຮຽກ ໄຕ ແມ່ນຄຳທີ່ກຸ່ມຊົນຕະກູນໄທໃຫຍ່ໃຊ້ຮຽກຕົນເອງ ສ່ວນ ໄທ ເປັນຄຳດຽວກັນ ແຕ່ເປັນສຳນຽງຂອງຊາວໄທນ້ອຍແລະໄທສະຫຍາມ ບາງຄັ້ງ ການໃຊ້ຄຳ ໄຕ-ໄທ ໃນວົງແຄບຈະໝາຍເຖິງສະເພາະຜູ້ທີ່ໃຊ້ພາສາໃນກຸ່ມພາສາໄທ (ບໍ່ຮວມກຸ່ມພາສາໄທ-ກະໄດ ເຊັ່ນ ລັກເກຍ ແສກ ຄຳ ຕົ້ງ ຫຼື ເຈຍມາວ ຯລຯ)
Quick Facts ປະຊາກອນທັງໝົດ, ພູມິພາກທີມີປະຊາກອນຢ່າງສຳຄັນ ...
ປະຊາກອນທັງໝົດ | |
---|---|
ພູມິພາກທີມີປະຊາກອນຢ່າງສຳຄັນ | |
ສາທາລະນະລັດປະຊາຊົນຈີນ ປະເທດໄທ ປະເທດອິນເດຍ ປະເທດລາວ ປະເທດຫວຽດນາມ ປະເທດພະມ້າ ປະເທດມາເລເຊຍ ປະເທດກຳປູເຈຍ | |
ພາສາ | |
ຕະກູນພາສາໄທ-ກະໄດ | |
ສາສະໜາ | |
ສ່ວນໃຫຍ່ນັບຖືສາສະໜາພຸດນິກາຍເຖຣະວາດ ນັບຖືສິ່ງເໜືອທຳມະຊາດ ฯລฯ |
Close