ບານໂລກ 2022
ກຳນົດການແຂ່ງຂັນບານໂລກຄັ້ງທີ່ 22 / From Wikipedia, the free encyclopedia
ບານໂລກ 2022 (ອາຣັບ: 2022 كأس العالم لكرة القدم, Kaʾs al-ʿālam li-kurat al-qadam 2022) ເປັນກຳນົດການແຂ່ງຂັນບານເຕະໂລກ ຄັ້ງທີ່ 22 ເຊິ່ງເປັນການແຂ່ງຂັນບານເຕະຊາຍທີມຊາດຂອງທຸກຊາດສະມາຊິກຟີຟາ ທີ່ຈະຈັດຂຶ້ນໃນທຸກໆສີ່ປີ ໂດຍເທື່ອນີ້ໄດ້ຈັດຂຶ້ນຢູ່ປະເທດກາຕາ ຕັ້ງແຕ່ວັນທີ 20 ພະຈິກ ຫາ 18 ທັນວາ 2022 ນີ້ຈະເປັນການແຂ່ງຂັນບານເຕະໂລກຄັ້ງທໍາອິດທີ່ຈັດໃນໂລກອາຣັບ[1] ແລະເປັນຄັ້ງທີສອງໄດ້ຈັດຂຶ້ນໃນທະວີບອາຊີຕໍ່ຈາກບານໂລກ 2002 ທີ່ເກົາຫຼີໃຕ້ ແລະ ຍີ່ປຸ່ນ[lower-alpha 1] ນອກຈາກນີ້ ຍັງເປັນຄັ້ງສຸດທ້າຍທີ່ທີມເຂົ້າຮ່ວມການແຂ່ງຂັນ 32 ທີມ ເພາະຈະມີການເພີ່ມຂຶ້ນເປັນ 48 ທີມໃສບານໂລກ 2026 ທີມຊາດຝຣັ່ງ ເປັນອະດີດແຊ້ມຈາກການແຂ່ງຂັນຄັ້ງທີ່ຜ່ານມາ[2] ເນື່ອງຈາກສະພາບອາກາດຮ້ອນທີ່ສຸດໃນລະດູຮ້ອນຂອງປະເທດກາຕາ ບານໂລກ ຄັ້ງນີ້ຈະຈັດຂຶ້ນແຕ່ທ້າຍເດືອນພະຈິກຫາກາງເດືອນທັນວາ ເຮັດໃຫ້ມັນເປັນຄັ້ງທໍາອິດທີ່ມັນຈະບໍ່ຈັດຂຶ້ນໃນກາງປີ ໄລຍະເວລາຂອງການແຂ່ງຂັນຈະຖືກຫຼຸດລົງ 29 ວັນ[3]