ມິສອິນເຕີຣ໌ເນຊັນແນລ
From Wikipedia, the free encyclopedia
ມິສອິນເຕີຣ໌ເນຊັນແນລ (ອັງກິດ : Miss International) ເປັນການປະກວດນາງງາມ 1ໃນ5ເວທີ ລະດັບແກຣນສະແລັມ ເວທີການປະກວດນາງງາມທີ່ຜູ້ຄົນໃຫ້ຄວາມນິຍົມ ແລະ ເຊື່ອຖືຫຼາຍທີ່ສຸດໃນໂລກ. ໂດຍເລີ່ມຈັດປະກວດຄັ້ງທຳອິດໃນປີ 1960 ທີ່ ລອງບິສ ແຄລິຟໍເນຍ ສະຫະລັດອາເມລິກາ. ແຕ່ຕໍ່ມາໃນປີ 1967 ໄດ້ຍ້າຍຈາກອາເມລິກາ ໄປປະກວດທີ່ ປະເທດຍີ່ປຸ່ນ. ຈົນຮອດປີ 1971 ກໍກັບມາທີ່ ລອງບິສອີກຄັ້ງ ແລະ ກັບມາຍີ່ປຸ່ນອີກ ຈົນຮອດປັດຈຸບັນ. ຈຸດປະສົງຂອງການປະກວດກໍຄື ສົ່ງເສີມສັນຕິພາບໃຫ້ກັບມະນຸດຫຼາຍສັນຊາດ.