ມິສແກຣນອິນເຕີເນຊັນແນລ 2022
ການປະກວດມິສແກຣນດ໌ອິນເຕີເນຊັນແນລ ຄັ້ງທີ່ 10 / From Wikipedia, the free encyclopedia
ມິສແກຣນອິນເຕີເນຊັນແນລ 2022 (ອັງກິດ: Miss Grand International 2022) ເເມ່ນການປະກວດມິສແກຣນອິນເຕີເນຊັນແນລ ຄັ້ງທີ່ 10[1][2] ກຳນົດຈັດຂຶ້ນໃນວັນທີ 25 ຕຸລາ ປີ 2022 ຢູ່ ສູນປະຊຸມນານາຊາດເຊັນຕູລ ແຂວງຈາວາຕາເວັນຕົກ ປະເທດອິນໂດເນເຊຍ[3]
ມິສແກຣນອິນເຕີເນຊັນແນລ 2022 | |
---|---|
![]() ອິຊາເບລາ ເມນິນ ມິສແກຣນອິນເຕີເນຊັນແນລ 2022 | |
ວັນທີ | 25 ຕຸລາ ປີ 2022 |
ພິທີກອນ | ແມດທິວ ດີນ |
ສະຖານທີ່ຈັດ | ສູນປະຊຸມນານາຊາດເຊັນຕູລ ແຂວງຈາວາຕາເວັນຕົກ![]() |
ຖ່າຍທອດທາງ | |
ຜູ້ເຂົ້າຮ່ວມປະກວດ | 68 |
ເຂົ້າຮ່ວມຄັ້ງທໍາອິດ |
|
ຖອນຕົວ |
|
ກັບມາເຂົ້າຮ່ວມ | |
ຜູ້ຊະນະເລີດ | ![]() ອິຊາເບລາ ເມນິນ |
ຊຸດປະຈໍາຊາດດີເດັ່ນ | ![]() ຍາເນັດ ເລບາ
![]() ດວານ ທຽນ ເອີນ |
ຫຼັງສຳເລັດການປະກວດ ຜູ້ທີ່ໄດ້ຮັບຕຳແໜ່ງມິສແກຣນອິນເຕີເນຊັນແນລ 2022 ຈະໄດ້ຮັບມົງກຸດ ແລະ ສາຍສະພາຍຈາກຫງວຽນ ທຸກ ທຸຍ ຕຽນ ມິສແກຣນອິນເຕີເນຊັນແນລ 2021 ຈາກປະເທດຫວຽດນາມ[4] ທັງນີ້ຜູ້ທີ່ໄດ້ຮັບຕຳແໜ່ງມິສແກຣນອິນເຕີຣ໌ເນຊັນແນລ 2022 ນັ້ນຕ້ອງຍ້າຍມາພັກຢູ່ອາໄສໃນປະເທດໄທຕະຫຼອດຊ່ວງເວລາທີ່ດຳລົງຕຳແໜ່ງເປັນເວລາ 1 ປີ ເພື່ອປະຕິບັດພາລະກິດຕໍ່ຕ້ານສົງຄາມ ແລະ ຄວາມຮຸນແຮງໃນທຸກຮູບແບບ ອີງຕາມການໂຄສະນາ "Stop the War and Violence" ຂອງການປະກວດ
ຜູ້ທີ່ໄດ້ຮັບຕຳແໜ່ງມິສແກຣນອິນເຕີເນຊັນແນລ 2022 ຄື ອິຊາເບລາ ເມນິນ ຈາກບຣາຊິລ ເຊິ່ງເປັນຕົວແທນຈາກປະເທດບຣາຊິລຄົນທຳອິດທີ່ຊະນະການປະກວດ