ສົມເດັດພຣະເຈົ້າກຸງທົນບຸຣີ
ພະມະຫາກະສັດໄທ / From Wikipedia, the free encyclopedia
ສົມເດັດພຣະເຈົ້າກຸງທົນບຸຣີ (ຄຳເຄົ້າ:ສົມເດັຈພຣະເຈົ້າກຣຸງທົນບຸຣີ) (ໄທ: สมเด็จพระเจ้ากรุงธนบุรี) ຫຼື ສົມເດັດພຣະເຈົ້າຕາກສິນມະຫາຣາດ ຫຼື ສົມເດັດພຣະບໍຣົມມະຣາຊາທີ່ 4 (ໄທ: สมเด็จพระเจ้าตากสินมหาราช; ຈີນ: 鄭昭; ພິງອິງ: Zhèng Zhāo; ແຕ້ຈິ໋ວ: Dênchao(22 ມີນາ ຄ.ສ. 1734 - 6 ເມສາ ຄ.ສ. 1782). ແຕ່ບາງແຫ່ງກ່າວວ່າ 17 ເມສາ ຄ.ສ. 1734. ມີພຣະນາມເດີມວ່າ ສິນ. ພຣະຣາຊະບິດາເປັນຈີນແຕ້ຈິ໋ວ ໄດ້ສົມຣົດກັບຍິງສະຫຍາມຊື່ ນົກອ້ຽງ, ພາຍຫຼັງເປັນ ກົມພຣະເທພາມາດ. ຊົງເປັນພຣະເຈົ້າມະຫາຊີວິດພຣະອົງດຽວຂອງອານາຈັກທົນບຸຣີ. ຊົງປາບດາພິເສກເປັນພຣະມະຫາກະສັດແຫ່ງກຸງສີອະຍຸດທະຍາ[1] ເມື່ອມຶ້ທີ່ 28 ທັນວາ ຄ.ສ. 1767. ພຣະອົງສະຫວັນຄົດເມື່ອມື້ທີ່ 6 ເມສາ ຄ.ສ. 1782 ສິຣິພຣະຊົນມາຍຸໄດ້ 48 ພັນສາ. ຮວມສິຣິດຳຣົງຣາຊະສົມບັດ 15 ປິ. ພຣະຣາຊະໂອຣົດ-ພຣະຣາຊະທິດາ ຮວມທັງໝົດ 30 ພຣະອົງ
ສົມເດັດພະເຈົ້າກຸງທົນບຸຣີ | |
---|---|
| |
ພະບໍລົມນາມາພິໄທ | ສິນ |
ພະປໍລະມາພິໄທ | ພະສີສັນເພັດ ສົມເດັດບໍຣົມທັນມິກະຣາຊາທິຣາດ ຣາມາທິບໍດີ ມະຫາມະກຸດປະເທດຄະຕາ ມະຫາພຸດທັງກູນ ບໍຣົມມະນາດບໍພິດ ພະພູດທະເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສີອະຍຸດທະຍາ |
ລາຊະວົງ | ທົນບຸຣີ |
ຄອງລາດ | 6 ພະຈິກ ຄ.ສ. 1767 - 6 ເມສາ ຄ.ສ. 1782 |
ບໍລົມລາຊາພິເສກ | 28 ທັນວາ ຄ.ສ. 1767 |
ໄລຍະຄອງລາດ | 14 ປີ |
ລາຊະການກ່ອນໜ້າ | ສົມເດັດພະທີ່ນັ່ງສຸຣິຍາດອຳມະຣິນ |
ລາຊະການຕໍ່ໄປ | ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ພະບໍລົມມະອັດຖິ | ວັດອິນທາຣາມວໍຣະວິຫານ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 17 ເມສາ ຄ.ສ. 1734 |
ບ່ອນທີ່ພະລາຊະສົມພົບ | ນະ ກຸງສີອະຍຸດທະຍາ ອານາຈັກອະຍຸດທະຍາ |
ສະຫວັນຄົດ | 6 ເມສາ ຄ.ສ. 1782 (47 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ພະລາຊະວັງເດີມ ກຸງທົນບຸລີ ອານາຈັກທົນບຸຣີ |
ພະລາດຊະບິດາ | ຢົງ ແຊ່ແຕ້ |
ພະລາດຊະມານດາ | ກົມພະເທພາມາດ |
ພະມະເຫສີ | ສອນ ເຈົ້າຢິງຊິມ |
ພະສະໜົມ | 11 ທ່ານ |
ພະລາດຊະບຸດ | 30 ພະອົງ |
![Thumb image](http://upload.wikimedia.org/wikipedia/commons/thumb/c/c3/KingTaksin_of_Thonburi.jpg/320px-KingTaksin_of_Thonburi.jpg)
ພຣະຣາຊະກໍຣະນີຍະກິດທີ່ສຳຄັນໃນຣາຊະສະໄໝຂອງພຣະອົງ ຄື ການກອບກູ້ເອກະຣາດຈາກພະມ້າພາຍຫຼັງການເສຍກຸງສີອະຍຸດທະຍາຄັ້ງທີ່ສອງ ໂດຍຂັບໄລ່ທະຫານພະມ້າອອກຈາກຣາຊະອານາຈັກຈົນໝົດສິ້ນແລະຍັງຊົງເຮັດສົງຄາມຕະຫຼອດຣາຊະສະໄໝເພື່ອຮວບແຜ່ນດິນເຊິ່ງຢູ່ພາຍໃຕ້ການປົກຄອງຂອງຂຸນເສິກຝ່າຍຕ່າງໆ ໃຫ້ເປັນປຶກແຜ່ນເຊັ່ນດຽວກັບຂະຫຍາຍພຣະຣາຊະອານາເຂດອອກໄປຢ່າງກວ້າງຂວາງ ນອກຈາກນີ້ພຣະອົງຍັງຊົງມຸ່ງມັ່ນທີ່ຈະຟື້ນຟູປະເທດໃນດ້ານຕ່າງໆ ໃຫ້ກັບຄືນສູ່ສະພາວະປົກກະຕິຫຼັງສົງຄາມ ຊົງສົ່ງເສີມທາງດ້ານເສດຖະກິດ ສາດສະໜາ ສິນລະປະວັດທະນະທຳ ວັນນະກຳແລະການສຶກສາ ເນື່ອງຈາກພຣະມະຫາກະຣຸນາທິຄຸນທີ່ມີຕໍ່ແຜ່ນດິນໄທ ຣັດຖະບານຈຶ່ງໄດ້ປະກາດໃຫ້ວັນທີ່ 28 ທັນວາຂອງທຸກປີເປັນ "ວັນສົມເດັດພຣະເຈົ້າຕາກສິນ" ແລະຍັງຊົງໄດ້ຮັບສົມຍານາມມະຫາຣາດ