ອິນດູຈີນ
From Wikipedia, the free encyclopedia
ອິນດູຈີນ (ອັງກິດ: Indochina) ຫຼື ແຫຼມອິນດູຈີນ (ອັງກິດ: Indochinese Peninsula) ແມ່ນແຫຼມທີ່ເດ່ອອກຈາກແຜ່ນດິນໃຫຍ່ຂອງອາຊີ ແລະແມ່ນສ່ວນນຶ່ງຂອງອາຊີອາຄະເນ. ທີ່ມາຂອງຊື່ ກໍແມ່ນຍ້ອນແຫຼມນີ້ຕັ້ງຢູ່ທາງໃຕ້ຂອງຈີນ ແລະທາງຕາເວັນອອກຂອງອິນເດຍ. ຄຳວ່າ "Indochina" ມາຈາກ Indochine ໃນພາສາຝະລັ່ງ ແລະຖືກໃຊ້ໃນລະຫວ່າງຍຸກລ່າຫົວເມືອງ.
ຕາມປະຫວັດສາດ ປະເທດໃນອິນດູຈີນສ່ວນໃຫຍ່ໄດ້ຮັບອິດທິພົນທາງວັດທະນະທຳຈາກອິນເດຍແລະຈີນ ເຊິ່ງແຕ່ລະປະເທດໄດ້ຮັບວັດທະນະທຳຈາກສອງຊາດນີ້ ເຂົ້າມາໃນລະດັບທີ່ຕ່າງກັນ ເຊັ່ນ ລາວແລະໄທນັ້ນແມ່ນໄດ້ຮັບວັດທະນະທຳອິນເດຍເປັນສ່ວນໃຫຍ່ ແຕ່ຫວຽດນາມໄດ້ຮັບວັດທະນະທຳຈາກຈີນເປັນສ່ວນໃຫຍ່. ຕໍ່ມາໃນຍຸກລ່າຫົວເມືອງຂອງຊາດຕາເວັນຕົກ ປະເທດສ່ວນໃຫຍ່ໃນອິນດູຈີນໄດ້ຮັບວັດທະນະທຳຕາເວັນຕົກເຂົ້າເຊັ່ນກັນ.