ທຳນຽບລັດຖະບານໄທ
From Wikipedia, the free encyclopedia
ທຳນຽບລັດຖະບານ (ໄທ: ทำเนียบรัฐบาล, ທຳເນີຍບຣັຖບາລ) ແມ່ນສະຖານທີ່ລາຊະການທີ່ສຳຄົນທີ່ສຸດແຫ່ງໜຶ່ງຂອງປະເທດໄທ ເນື່ອງຈາກເປັນສະຖານທີ່ທຳການຂອງລັດຖະບານໄທ ນາຍົກລັດຖະມົນຕີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີປະຈຳສຳນັກນາຍົກລັດຖະມົນຕີ ຕະຫຼອດຈົນຂ້າລາຊະການແລະເຈົ້າໜ້າທີ່ໃນສັງກັດສຳນັກນາຍົກລັດຖະມົນຕີ ສະຖານທີ່ປະຊຸມຂອງຄະນະລັດຖະມົນຕີ ສະຖານທີ່ຕ້ອນຮັບບຸກຄົນສຳຄັນລະດັບຜູ້ນຳຕ່າງປະເທດຊຶ່ງມາເຍືອນປະເທດໄທ ແລະຍັງໃຊ້ເປັນສະຖານທີ່ຈັດລັດຖະພິທີ ເຊ່ນ ງານສະໂມສອນສັນນິບາດຊະເຫຼິມພະກຽດ ເນື່ອງໃນວັນຊະເຫຼິມພະຊົນມະພັນສາຯ ເປັນຕົ້ນ ຕັ້ງຢູ່ທີ່ ເລຂທີ 1 ຖະໜົນພິດສະນຸໂລກ ແຂວງດຸສິດ ເຂດດຸສິດ ບາງກອກ