![cover image](https://wikiwandv2-19431.kxcdn.com/_next/image?url=https://upload.wikimedia.org/wikipedia/commons/thumb/1/18/Flag_of_the_President_of_the_National_Assembly_of_Thailand.svg/langlo-640px-Flag_of_the_President_of_the_National_Assembly_of_Thailand.svg.png&w=640&q=50)
ປະທານລັດຖະສະພາໄທ
From Wikipedia, the free encyclopedia
ປະທານລັດຖະສະພາແຫ່ງລາຊະອານາຈັກໄທ (ໄທ: ประธานรัฐสภาแห่งราชอาณาจักรไทย) ແມ່ນຕຳແໜ່ງສູງສຸດຂອງຝ່າຍນິຕິບັນຍັດໄທ ມີອຳນາດໜ້າທີ່ຕາມລັດຖະທຳມະນູນຫຼື່ຕາມທີ່ກົດໝາຍອື່ນກຳໜົດໄວ້ ແມ່ນຜູ້ດຳເນີນກິດຈະການຂອງລັດຖະສະພາໃນກໍລະນີປະຊຸມຮ່ວມກັນໃຫ້ເປັນໄປຕາມຂໍ້ບັງຄັບຂອງການປະຊຸມລັດຖະສະພາ ແລະຍັງເປັນຜູ້ບັງຄັບບັນຊາຂ້າລາຊະການຝ່າຍລັດຖະສະພາ
Quick Facts ປະທານລັດຖະສະພາແຫ່ງລາຊະອານາຈັກໄທ ประธานรัฐสภาแห่งราชอาณาจักรไทย, ການຮຽກຂານ ...
ປະທານລັດຖະສະພາແຫ່ງລາຊະອານາຈັກໄທ
ประธานรัฐสภาแห่งราชอาณาจักรไทย | |
---|---|
![]() ເຄື່ອງໝາຍປະຈຳຕຳແໜ່ງ | |
![]() ທຸງປະຈຳຕຳແໜ່ງ | |
ການຮຽກຂານ | ທ່ານປະທານທີ່ເຄົາລົບ (ໃນກອງປະຊຸມ) ທ່ານປະທານລັດຖະສະພາ (ບໍ່ແມ່ນທາງການ) ພະນະທ່ານ (ທາງການ) |
ສະມາຊິກຂອງ | ລັດຖະສະພາ ສະພາຜູ້ແທນລາຊະດອນ |
ທີ່ທຳການ | ສັບປາຍະສະພາສະຖານ |
ຜູ້ສະເໜີຊື່ | ສະພາຜູ້ແທນລາຊະດອນ |
ຜູ້ແຕ່ງຕັ້ງ | ພະມະຫາກະສັດໄທ |
ວາລະ | 4 ປີ |
ກາສານແຕ່ງຕັ້ງ | ພະລາຊະບັນຍັດທຳມະນູນການປົກຄອງແຜ່ນດິນສະຫຍາມຊົ່ວຄາວ ພຸດທະສັກກະລາດ 2475 |
ຜູ້ປະເດີມຕຳແໜ່ງ | ເຈົ້າພະຍາທຳມະສັກມົນຕີ |
ສ້າງຕັ້ງ | 28 ມິຖຸນາ ຄ.ສ. 1932 |
ຮອງ | ຮອງປະທານລັດຖະສະພາ |
ເວັບໄຊຕ໌ | web.parliament.go.th |
Close
ຜູ້ທີ່ດຳລົງຕຳແໜ່ງປະທານລັດຖະສະພາຈະເປັນໄປຕາມທີ່ລັດຖະທຳມະນູນກຳໜົດ ເຊິ່ງລັດຖະທຳມະນູນສະບັບປັດຈຸບັນກຳໜົດໃຫ້ປະທານສະພາຜູ້ແທນລາຊະດອນເປັນປະທານລັດຖະສະພາໂດຍຕຳແໜ່ງ