ເຂດເວລາ
From Wikipedia, the free encyclopedia
ເຂດເວລາ (ຄຳເຄົ້າ: ເຂຕເວລາ) ແມ່ນ ພື້ນທີ່ເທິງຜິວໂລກ ທີ່ໃຊ້ເວລາມາດຕະຖານດຽວກັນ ໂດຍປົກກະຕິໝາຍ ເວລາທ້ອງຖິ່ນ
ໃນອະດີດເຮົາໃຊ້ ເວລາສຸລິຍະຄະຕິ ທ້ອງຖິ່ນ (ສັງເກດຈາກ ຕາເວັນ ທີ່ປະກົດເທິງທ້ອງຟ້າ) ເຮັດໃຫ້ເວລາແຕ່ລະເມືອງທີ່ຕິດກັນແຕກຕ່າງກັນໜ້ອຍໜຶ່ງ ເມື່ອມີການພັດທະນາລະບົບ ໂທລະຄົມມະນາຄົມ ແລະການຂະຫຍາຍຕົວຂອງ ການຂົນສົ່ງທາງລົດໄຟ ຄວາມແຕກຕ່າງເລີ່ມກາຍເປັນບັນຫາເພີ່ມຂື້ນ ເຂດເວລາມີສ່ວນຊ່ວຍແກ້ບັນຫາໂດຍກຳນົດໃຫ້ຕັ້ງ ໂມງ ໃຫ້ກົງກັນຕາມເວລາ ສຸລິຍະຄະຕິກາງຂອງເຂດ ໂດຍທົ່ວໄປເຂດເວລາຈະຕັ້ງຢູ່ເທິງເສັ້ນ ເມຣິດຽນ ຕາມ ເສັ້ນແວງ ຕ່າງໆ ເຊິ່ງຈະມີຊ່ວງຫ່າງກັນ 15° ສົ່ງຜົນໃຫ້ເຂດເວລາທີ່ຢູ່ຕິດກັນມີເວລາຕ່າງກັນ ປະມານ 1 ຊົ່ວໂມງ ຢ່າງໃດກໍຕາມໃນທາງປະຕິບັດ ບໍ່ໄດ້ແບ່ງເຂດຕາມເວລາທີ່ຕ່າງກັນ 1 ຊົ່ວໂມງ.
ທຸກໆ ເຂດເວລາມີຄວາມສຳພັນກັບ ເວລາພິກັດສາກົນ ຈຸດອ້າງອີງຂອງເຂດເວລາແມ່ນ ເສັ້ນເມຣິດຽນແຮກ (ເສັ້ນແວງ 0°) ເຊິ່ງພາດຜ່ານ Royal Greenwich Observatory ກຣີນິດ (ກຣີນິດ) ນະຄອນລອນດອນແຫ່ງສະຫະຣາຊະອານາຈັກ ດ້ວຍເຫດນີ້ຈຶ່ງມັກພົບການໃຊ້ຄຳວ່າ ເວລາມາດຕະຖານກຣີນິດ ເພື່ອສະແດງເວລາພື້ນຖານເຊ່ິງມີຄວາມສຳພັນກັບເຂດເວລາຕ່າງໆ ຢ່າງໃດກໍຕາມທຸກມື້ນີ້ໃຊ້ UTC ເປັນໜ່ວຍເວລາຢ່າງເປັນທາງການ ເຊິ່ງມີຄວາມແຕກຕ່າງຈາກວິທີການດັ້ງເດີມຂອງກຣີນິດທີ່ໃຊ້ອ້າງອີງເວລາຕາມຫຼັກ ດາລາສາດ.
ທັ້ງນີ້ເວລາ GMT (UTC) ຈະເປັນເວລາປະຈຳກຣີນິດສະເພາະໃນຊ່ວງ 01:00 UTC ຂອງວັນອາທິດສຸດທ້າຍຂອງເດືອນ ຕຸລາ ເຖິງເວລາ 01:00 UTC ຂອງ ວັນອາທິດ ສຸດທ້າຍຂອງ ເດືອນມີນາ ສ່ວນເວລາ ໃນຊ່ວງເວລາທີ່ເຫຼືອຂອງປີເວລາຂອງກຣີນິດຈະເປັນ UTC+1 ເຊ່ິງໃນປະເທດອັງກິດຈະເອີ້ນເວລານີ້ວ່າ (BST - British Summer Time)
ຕົວຢ່າງການສະແດງເວລາທ້ອງຖິ່ນໂດຍໃຊ້ເວລາພິກັດສາກົນ ເວລາ 11.00 UTC
- ໄມອາມີ, ຟລໍຣິດາ, ສະຫະລັດອາເມຣິກາ: UTC - 5 ອາດຈະເປັນເວລາ 6.00 ໂມງ
- ນະຄອນຫຼວງວຽງຈັນ, ປະເທດລາວ: UTC + 7 ອາດຈະເປັນເວລາ 18.00 ໂມງ
- ໂຕກຽວ, ປະເທດຍີ່ປຸ່ນ: UTC + 9 ອາດຈະເປັນເວລາ 20:00 ໂມງ