ໂດນັລ ທຣັມ
ອະດີດປະທານາທິບໍດີສະຫະລັດອະເມລິກາ / From Wikipedia, the free encyclopedia
ໂດນັລດ໌ ຈອນ ທຣັມປ໌ (ອັງກິດ: Donald John Trump; ເກີດເມື່ອ 14 ມິຖຸນາ ຄ.ສ. 1946) ແມ່ນໄດ້ຮັບເລືອກໃຫ້ເປັນປະທານາທິບໍດີຄົນທີ່ 45 ແຫ່ງສະຫະລັດອາເມລິກາ, ໂດຍຈະເລີ່ມດຳລົງຕຳແໜ່ງຢ່າງເປັນທາງການໃນວັນທີ່ 20 ມັງກອນ ຄ.ສ. 2017. ໃນປີ 2020, ລາວໄດ້ສູນເສຍການເລືອກຕັ້ງຄືນໃຫມ່ໃຫ້ກັບ ໂຈ ໄບເດັນ, ເຊິ່ງໄດ້ເຂົ້າຮັບຕໍາແໜ່ງໃນວັນທີ 20 ມັງກອນ 2021.
Quick Facts ໂດນັລດ໌ ທຣັມປ໌Donald Trump, ເກີດ ...
ໂດນັລດ໌ ທຣັມປ໌ Donald Trump | |
---|---|
ເກີດ | 14 ມິຖຸນາ ຄ.ສ. 1946 ນະຄອນນິວຍອກ ລັດນິວຍອກ ປະເທດສະຫະລັດອາເມລິກາ |
ສັນຊາດ | ອາເມລິກັນ |
ເປັນທີ່ຮູ້ຈັກຈາກ | ປະທານາທິບະດີຄົນທີ່ 45 ແຫ່ງສະຫະລັດອາເມລິກາ |
ສາດສະໜາ | ສາສະໜາຄິດ |
ຄູ່ສົມລົດ | Ivana Zelníčková (1977–1991) Marla Maples (1993–1999) Melania Knauss (2005–ປັດຈຸບັນ) |
ບຸດ | ໂດນັນ ຈູເນຍ ອີວາງກາ ທຣັມປ໌ ທິບຟານີ ທຣັມປ໌ ເອລິກ ທຣັມປ໌ ບາຮອນ ທຣັມປ໌ |
ລາຍເຊັນ | |
Close
ເຂົາເປັນປະທານແລະປະທານເຈົ້າໜ້າບໍລິຫານ ຂອງບໍລິສັດທຣັມປ໌ອໍກາໄນເຊຊັ່ນຜູ້ພັດທະນາອະສັງຮິມມະຊັບໃນສະຫະລັດອາເມລິກາ. ທຣັມປ໌ຍັງເປັນຜູ້ກໍ່ຕັ້ງທຣັມປ໌ເອັນເຕີເທນເມນຕ໌ຮີສອດທີ່ມີກິດຈະການກາສິໂນແລະໂຮງແຮມຫຼາຍແຫ່ງທົ່ວໂລກແລະດ້ວຍການໃຊ້ຊີວິດທີ່ຫຼູຫຼາແລະການເວົ້າຈາທີ່ໂຜງຜາງເຮັດໃຫ້ເຂົາມີຊື່ສຽງ ແລະຍັງເປັນສ່ວນໃຫ້ເຂົາປະສົບຄວາມສຳເລັດໃນລາຍການຣຽລລິຕີ້ໂຊທາງຊ່ອງເອັນບີຊີ ທີ່ຊື່ The Apprentice (ທີ່ເຂົາຮັບຕຳແໜ່ງພິທີກອນແລະຜູ້ອຳນວຍການສ້າງ).