ດາລາສາດ
From Wikipedia, the free encyclopedia
ດາລາສາດ (ຄຳເຄົ້າ: ດາຣາສາສຕຣ໌[1]; ອັງກິດ: Astronomy, ຝຣັ່ງ: Astronomie) ໝາຍເຖິງ ວິທະຍາສາດທີ່ ສຶກສາກ່ຽວກັບ ການສັງເກດແລະອະທິບາຍທຳມະຊາດຂອງດວງດາວ, ໝູ່ດາວແລະວັດຖຸເທິງທ້ອງຟ້າ. ເປັນການສືກສາຕົ້ນກຳເນີດ ວິວັດທະນາການ ຄຸນລັກສະນະທາງໂຄງສ້າງແລະທາງເຄມີຂອງວັດຖຸຕ່າງໆ ເຊັ່ນ ດາວຫາງ ການປ່ຽນແປງຄວາມສະຫວ່າງຂອງດາວເປັ່ງແສງ. ບາງຄົນອາດເຂົ້າໃຈຜິດ ໂດຍການນຳດາລາສາດໄປປະປົນ ກັບໂຫລາສາດ ເຖິງວ່າທັງສອງຢ່າງນີ້ຈະມີຈຸດກຳເນີດຮ່ວມກັນ ແຕ່ປັດຈຸບັນມັນມີຄວາມແຕກຕ່າງຫຼາຍ ຄື ນັກດາລາສາດໃຊ້ວິທີທາງວິທະຍາສາດ ແລະ ບໍ່ແມ່ນ ເພື່ອ ການຄາດເດົາອານາຄົດ ໃນຂະນະທີ່ ນັກໂຫລາສາດຈະ ໃຊ້ຫລັກສະຖິຕິ ແລະ ຄະນິດສາດ ເພື່ອ ຄາດຄະເນອານາຄົດ.