ແພຼັດຟຣອມຄວາມບັນເທີງລະບົບດີຈີຕອນ ແລະ ຜ່ານມືຖືຂອງອິນເດຍ From Wikipedia, the free encyclopedia
ດິສນີ+ ຮັອດສະຕາ ຫຼື ດິສນີພລັສ ຮັອດສະຕາ (ອັງກິດ: Disney+ Hotstar, Disney Plus Hotstar) ເປັນບໍລິການສະຕຣີມມີງວິດີພາບຕາມຄຳຂໍແບບບອກຮັບສະມາຊິກທີ່ດຳເນີນການໂດນພະແນກຈຳໜ່າຍສື່ ແລະ ຄວາມບັນບັນເທີງຂອງເດິ ວໍລ ດິສນີ ເລີ່ມເປີດເຜີຍແບຣນຄັ້ງທຳອິດເມື່ອປີ 2015 ໂດຍສະຕາອິນເດຍ ໃນຊື່ ຮັອດສະຕາ (ອັງກິດ: Hotstar) ໂດຍເປັນບໍລິການສະຕຣີມມິງທີ່ມີເນື້ອຫາເຄືອຂ່າຍທ້ອງຖິ່ນ ລວມເຖິງຮູບເງົາ ຊີລີ້ທາງໂທລະພາບ ກິລາສົດ ແລະ ຜົນງານຕຢ້ນສະບັບ ຕະຫຼອດຈົນເນື້ອຫາບໍ່ບໍ່ໄດ້ຮັບອະນຸຍາດຈາກບຸກຄົນທີສາມໃນອິນເດຍ ເຊັ່ນ: ເຮັສບີໂອ ແລະ ໂຊວ໌ໄທມ໌ ເປັນຕົ້ນ ແລະ ໃນທ່າມກາງການຂະຫຍາຍຕົວຢ່າງໄວວາຂອງບຣອດແບນເຄື່ອນທີ່ໃນອິນເດຍ ຮັອດສະຕາໄດ້ກາຍເປັນບໍລິສັດບໍລິການສະຕຣີມມິງທີ່ໂດດເດັ່ນໃນປະເທດຢ່າງວ່ອງໄວ
ໂລໂກ້ຂອງດິສນີ+ ຮັອດສະຕາ ໃນອິນເດຍ ແລະ ບາງປະເທດໃນອາຊີຕາເວັນອອກສຽງໃຕ້ | |
ປະເພດ | ບໍລິການຊື່ຜ່ານອິນເຕີເນັດ |
---|---|
ປະເທດຕົ້ນທາງ | ປະເທດອິນເດຍ |
ພື້ນທີ່ໃຫ້ບໍລິຫານ | ໃນຊື່ ດິສນີ+ ຮັອດສະຕາ: ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ໄທ ໃນຊື່ ຮັອດສະຕາ: ການາດາ, ສິງກະໂປ, ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ |
ເຈົ້າຂອງ | ສະຕາອິນເດຍ |
ປະທານ | ສຸນິລ ຣາຢານ |
ບໍລິສັດແມ່ | ດິສນີ ພະແນກຈຳໜ່າຍສື່ ແລະ ບັນເທີງ |
ຍູອາຣ໌ແອລ | hotstar |
ລົງທະບຽນ | ຈຳເປັນ[lower-alpha 1] |
ຜູ້ໃຊ້ | 52.9 ລ້ານຄົນ (ຈ່າຍແລ້ວ; ໃນວັນທີ 1 ເມສາ 2023)[1] ຜູ້ໃຊ້ງານ 300 ລ້ານຄົນ (ພຶດສະພາ 2020)[2] |
ເປີດໂຕ | 11 ກຸມພາ ຄ.ສ. 2015[[Category:ແມ່ແບບ Start date ລຽງຕາມປີ|Expression error: Unrecognized punctuation character "[".2015 ດິສນີ+ ຮັອດສະຕາ]] |
ສະຖານະປັດຈຸບັນ | ເປີດໃຊ້ງານ |
ຫຼັງຈາກດິສນີເຂົ້າຊື້ກິດຈະການທະເວນຕີເຟີສ ເຊນຈູຣີ ຟັອກ ບໍລິສັດແມ່ຂອງສະຕາອິນເດຍເມື່ອປີ 2019 ດິສນີໄດ້ເພີ່ມຄັງເນື້ອຫາຂອງແບຣນສະຕຣີມມິງລະດັບສາກົນແຫ່ງໃໝ່ເຊັ່ນດິສນີ+ ລົງໃນຮັອດສະຕາໃນເດືອນເມສາປີ 2020 ເຊິ່ງລວມເຖິງຜົນງານຕົ້ນສະບັບຂອງດິສນີ+ ແລະ ຮູບເງົາ ແລະ ຊີລີ້ທາງໂທລະພາບຈາກແບຣນເນື້ອຫາຫຼັກຂອງເດິ ວໍລ ດິສນີ ສະຕູດິໂອສ໌, ລູຄັສຟີມ, ມາເວລ, ສະຕາວໍສ, ທະເວນຕີທ໌ ເຊນຈູຣິ ຟັອກຊ໌, ເນຊັນແນລ ຈີໂອກຣາຟິກ ແລະ ພິກຊາ ແລະ ບໍລິການທັງໝົດໄດ້ກາຍເປັນກາສິນຄ້າຮ່ວມໃນຊື່ ດິສນີ+ ຮັອດສະຕາ
ນອກອິນເດຍ ບໍລິການດິສນີ+ ຮັອດສະຕາ ຍັງດຳເນີນການໃນອິນໂດເນເຊຍ, ມາເລເຊຍ ແລະ ໄທ ເຊິ່ງລວມເນື້ອຫາຄວາມບັນເທີງທີ່ໄດ້ຮັບອະນຸຍາດຈາກສະຕູດິໂອຂອງບຸກຄົນທີສາມໃນແຕ່ລະປະເທດ ເຂົ້າກັບຄັງເນື້ອຫາຂອງດິສນີ+ ທີ່ໃຫຍ່ຂຶ້ນເຊັ່ນດຽວກັນ ໃນປີ 2021 ດິສນີ+ ຮັອດສະຕາ ກຽມທີ່ຈະເປີດຕົວໃນຫວຽດນາມ ໃນປີ 2023 ສ່ວນໃນການາດາ, ສິງກະໂປ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາ ຮັອດສະຕາ ດຳເນີນການເປັນບໍລິການສະຕຣີມມິງທີ່ກຳນົດເປົ້າໝາຍເປັນຊາວອິນເດຍໃນປະເທດນັ້ນໆ ໂດຍເນັ້ນທີ່ເນື້ອຫາຄວາມບັນເທີງ ແລະ ກິລາໃນປະເທດຂອງສະຕາອິນເດຍ (ໂດຍທີ່ດິສນີ+ ດຳເນີນການໃຫ້ບໍລິການແຕ່ພຽງຜູ້ດຽວໃນຕະຫຼາດເຫຼົ່ານີ້)
ເມື່ອວັນທີ 4 ກັນຍາ 2017 ສະຕາສະປຣອດຊ໌ ໄດ້ຮັບລິຂະສິດການຖ່າຍທອດສົດອິນເດຍພຣີເມຍລີກ ໂດຍມີຮັອດສະຕາເຮັດໜ້າທີ່ເປັນຜູ້ຖືລິຂະສິດດີຈີຕອນລະຫວ່າງປະເທດ ຫຼັງຈາກນັ້ນຮັອດສະຕາໄດ້ເປີດໂຕບໍລິການບອກຮັບເປັນສະມາຊິກລະຫວ່າງປະເທດໃນການາດາ ແລະ ສະຫະລັດອາເມຣິກາ ໂດຍມີເປົ້າໝາຍເພື່ອໃຫ້ບໍລິການເນື້ອຫາກິລາຈາກປະເທດອິນເດຍ[3] ຮັອດສະຕາເປີດໂຕໃນສະຫະລາຊະອານາຈັກເມື່ອວັນທີ 13 ກັນຍາ 2018 ເພື່ອໃຫ້ກົງກັບອາຊີຄັບ 2018[4] ເມື່ອວັນທີ 4 ມັງກອນ 2019 ສະຕາອິນເດຍໄດ້ຍຸດຕິໃຫ້ບໍລິການຊ່ອງລາຍການໂທລະພາບແບບບອກຮັບສະມາຊິກລະຫວ່າງປະເທດໃນສະຫະລັດອາເມຣິກາ (ເຊັ່ນ: ສະຕາພລັສ) ເພື່ອມຸ່ງເນັ້ນຄວາມສົນໃຈຂອງຄົນໃນພາກພື້ນໄປທີ່ຮັອດສະຕາ[5]
ໃນເດືອນສິງຫາ ປີ 2019 ບັອບ ໄອເກິ ປະທານເຈົ້າໜ້າທີ່ບໍລິຫານຂອງດິສນີໄດ້ລະບຸວ່າ ມີແຜນຂະຫຍາຍຮັອດສະຕາເຂົ້າສູ່ອາຊີຕາເວັນອອກສຽງໃຕ້[6] ໃນເດືອນສິງຫາ ປີ 2020 ມີການປະກາດວ່າດິສນີ+ ຮັອດສະຕາ ຈະເລີ່ມໃຫ້ບໍລິການໃນອິນໂດເນເຊຍໃນວັນທີ 5 ກັນຍາ ນັບເປັນການຂະຫຍາຍບໍລິການແບບຄົບວົງຈອນຄັ້ງທຳອິດນອກອິນເດຍ[7] ເມື່ອວັນທີ 19 ຕຸລາ ສະຕາອິນເດຍໄດ້ປະກາດເປີດໂຕຮັອດສະຕາໃນສິງກະໂປເຊິ່ງເລີ່ມໃຫ້ບໍລິການໃນວັນທີ 1 ພະຈິກ[8] ວັນທີ 25 ກຸມພາ 2021 ມີລາຍງານວ່າດິສນີ+ ຮັອດສະຕາ ຈະເປີດໂຕໃນມາເລເຊຍ ແລະ ໄທໃນປິ 2021[9] ເລີ່ມຈາກມາເລເຊຍກ່ອນໃນວັນທີ 1 ມິຖຸນາ[10] ຕາມດ້ວຍປະເທດໄປໃນວັນທີ 30 ມິຖຸນາ[11]
ມື້ສາຍ | ປະເທດ/ດິນແດນ | ຜູ້ນຳເຂົ້າ | ໝາຍເຫດ | |
---|---|---|---|---|
11 ກຸມພາ 2015[12] | ອິນເດຍ | None | ປັບປຸງເຄື່ອງໝາຍການຄ້າເປັນ ດິສນີ+ ຮັອດສະຕາ ເມື່ອວັນທີ 3 ເມສາ 2020[13] | |
4 ກັນຍາ 2017[3] | ການາດາ | ເປີດໂຕໃນຊື່ ຮັອດສະຕາ | ||
ສະຫະລັດອາເມຣິກາ | ||||
13 ກັນຍາ 2019[4] | ສະຫະລາຊະອານາຈັກ | |||
5 ກັນຍາ 2020[7] | ອິນໂດເນເຊຍ | Telkomsel | ເປີດໂຕໃນຊື່ ດິສນີ+ ຮັອດສະຕາ | |
1 ພະຈິກ 2020[8] | ສິງກະໂປ | StarHub | ເປີດໂຕໃນຊື່ ຮັອດສະຕາ | |
1 ມິຖຸນາ 2021[10] | ມາເລເຊຍ | Astro | ເປີດໂຕໃນຊື່ ດິສນີ+ ຮັອດສະຕາ | |
30 ມິຖຸນາ 2021[11] | ໄທ | AIS[14] | ||
2023[9] | ຫວຽດນາມ | ກຳລັງຈະເປີດໂຕໃນຊື່ ດິສນີ+ ຮັອດສະຕາ |
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.