ສີລັງກາ (ສິງຫາລາ : ශ්රී ලංකා ; ທະມິລ : இலங்கை ) ຫຼືຊື່ທາງການວ່າ ສາທາລະນະລັດສັງຄົມນິຍົມປະຊາທິປະໄຕສີລັງກາ (ສິງຫາລາ : ශ්රී ලංකා ප්රජාතාන්ත්රික සමාජවාදී ජනරජය ; ທະມິລ : இலங்கை ஜனநாயக சோசலிசக் குடியரசு ) ແມ່ນປະເທດເກາະໃນມະຫາສະໝຸດອິນເດຍ ຕອນເໜືອ ນອກຊາຍຝັ່ງຕາເວັນອອກສຽງໃຕ້ຂອງອະນຸທະວີບອິນເດຍ ຊື່ໃນອະດີດໄດ້ແກ່ ລັງກາ ລັງກາທະວີບ ສິງຫະລະທະວີບ ແລະ ຊີລອນ ຊຶ່ງເປັນຊື່ທີ່ໃຊ້ໃນສະໄໝອານານິຄົມຈົນຮອດ ຄ.ສ. 1974 ມີພົມແດນທາງທະເລຕິດຕໍ່ກັບອິນເດຍທາງທິດຕາເວັນຕົກສຽງເໜືອ ແລະມັນດີບ ທາງທິດຕາເວັນຕົກສຽງໃຕ້
Quick Facts ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕສີລັງກາ ශ්රී ලංකා ප්රජාතාන්ත්රික සමාජවාදී ජනරජය (ສິງຫາລາ) இலங்கை சனநாயக சோசலிசக் குடியரசு (ທະມິລ), ເມືອງຫຼວງ ...
ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕສີລັງກາ
ශ්රී ලංකා ප්රජාතාන්ත්රික සමාජවාදී ජනරජය
(ສິງຫາລາ)
இலங்கை சனநாயக சோசலிசக் குடியரசு (ທະມິລ)
ເມືອງຫຼວງ ສຣີຈາຢາວະເດນະປຸຣະໂຄດ [1] ໂຄລົມໂບ (ບໍລິຫານ ແລະ ຕຸລາການ)[2] ເມືອງໃຫຍ່ທີ່ສຸດ ໂຄລົມໂບ ພາສາລັດຖະການ ສິງຫາລາ ທະມິລ [3] ການປົກຄອງ ລັດດຽວ ສາທາລະນະລັດ ລະບົບເຄິ່ງປະທານາທິບໍດີ • ປະທານປະເທດ
ຣານິລ ວິກຣົມສິງຫະ • ນາຍົກລັດຖະມົນຕີ
ພິເນດ ຄຸນວັດທະນາ • ປະທານລັດຖະສະພາ
ມະຫິນດາ ຢາປາ ອາເພວາຣ໌ເນນະ [4] • ປະທານສານສູງສຸດ
ຊາຍັນຕະ ຊາຍະສຸຣິຍະ
ສະພານິຕິບັນຍັດ ລັດຖະສະພາ ເປັນເອກະລາດ 543 ປີກ່ອນຄຣິດສັກກະຣາດ •
ກໍ່ຕັ້ງ
ລັດທິລາດຊະວົງ [6] 437 ປີກ່ອນຄຣິດສັກກະຣາດ • ສົງຄາມແຄນຍ້ານອານ
ຄ.ສ. 1796 • ລົງນາມສົນທິສັນຍາແຄນຍ້ານອານ
ຄ.ສ. 1815 • ເອກະລາດ
4 ກຸມພາ ຄ.ສ. 1948 22 ພຶດສະພາ ຄ.ສ. 1972 • ລັດຖະທຳມະນູນໃນປັດຈຸບັນ
7 ກັນຍາ ຄ.ສ. 1978
4.4 ປະຊາກອນ • ຄ.ສ. 2020 ປະມານ
22,156,000[7] (57 )• ສຳມະໂນປະຊາກອນ ຄ.ສ. 2012
20,277,597[8] GDP (ອຳນາດຊື້ ) ຄ.ສ. 2021 (ປະມານ) • ລວມ
306,997 ລ້ານໂດລາສະຫະລັດ[9] (56 )• ຕໍ່ຫົວ
13,909 ໂດລາສະຫະລັດ[9] (88 )GDP (ລາຄາຕະຫຼາດ) ຄ.ສ. 2021 (ປະມານ) • ລວມ
84,532 ລ້ານໂດລາສະຫະລັດ[9] (64 )• ຕໍ່ຫົວ
3,830 ໂດລາສະຫະລັດ[9] (ອັນດັບທີ່ 113 )ຈີນີ (ຄ.ສ. 2016) 39.8[10] ປານກາງ HDI (ຄ.ສ. 2019) 0.782[11] ສູງ · 72 ສະກຸນເງິນ ສີລັງກາຣູປີ (Rs) (LKR )ເຂດເວລາ UTC +5:30 (ເວລາມາດຕະຖານສີລັງກາ )ຮູບແບບວັນທີ ໄຟບ້ານ 230 ໂວລ–50 ເຮີດຕ໌ທ ຂັບລົດດ້ານ ຊ້າຍ ລະຫັດໂທລະສັບ 94 ລະຫັດ ISO 3166 LK ລະຫັດອິນເຕີເນັດ
Close
"Colombo" . Encyclopædia Britannica . Retrieved 12 May 2020 .
De Silva, K. M. (1981). A History of Sri Lanka. University of California Press. ISBN 978-0-19-561655-2 . A History of Sri Lanka.
Nicholas, C. W.; Paranavitana, S. (1961). A Concise History of Ceylon. Colombo University Press.
ເມືອງກັນຕີອ້ອມຮອບດ້ວຍປ່າໄມ້ແລະແຫຼ່ງນ້ຳ ສ່ວນໃຫຍ່ເປັນພື້ນທີ່ຮາບພຽງລູກຄື່ນ ມີພູສູງ ມີພື້ນທີ່ຮາບພຽງເປັນບໍລິເວນແຄບ ມີພົມແດນທາງທະເລທິດຕາເວັນຕົກສຽງເໜືອຕິດກັບປະເທດອິນເດຍ
ພູມອາກາດ
ອາກາດຊ່ວງພື້ນທີ່ຮາບພຽງ ພູມອາກາດຂອງໂຄລຳໂບຈະຢູ່ປະມານທີ 27 ອົງສາ ໃນພື້ນທີ່ຮາບພຽງສູງອາກາດຈະເຢັນ ອຸນຫະພູມສາມາດລົງເຖິງ 16 ອົງສາ ຈາກພູທີ່ມີຄວາມສູງ 2,000 ແມັດ ເໜືອລະດັບນ້ຳທະເລ ແດດອອກຕະຫຼອດທັງວັນ ຊ່ວງລົມມໍລະສຸມອາກາດຂອງສີລັງກາ ລົມມໍລະສຸມທາງຕາເວັນອອກສຽງໃຕ້ຈະນຳພາຝົນມາດ້ວຍຕັ້ງແຕ່ເດືອນ ພຶດສະພາ ເຖິງ ກໍລະກົດ ແລະພັດຕໍ່ໄປທາງຕາເວັນຕົກສຽງເໜືອ ທາງຕອນໃຕ້ແລະທາງພາກກາງ ແຕ່ພາກເໜືອແລະພາກຕາເວັນອອກຈະໄດ້ຮັບອິດທິພົນລົມມໍລະສຸມຕາເວັນອອກສຽງເໜືອ ໃນຊ່ວງເດືອນ ທັນວາ ເຖິງ ມັງກອນ
ເບິ່ງບົດຄວາມຫຼັກທີ່: ປະຫວັດສາດສີລັງກາ
ຍຸກກ່ອນປະຫວັດສາດ
ຊາວສິງຫະລະ ແລະຊາວທະມິນ ເຂົ້າມາກໍ່ຮ່າງສ້າງໂຕຢູ່ໃນສີລັງກາປະມານ 500 ປີ ແລະ 300 ປີກ່ອນຄະລິດຕະການຕາມລຳດັບ ໂດຍຕ່າງກໍຍົກຖິ່ນຍ້າຍຖານມາຈາກອິນເດຍ ອານາຈັກສິງຫະລະໄດ້ກໍ່ຕັ້ງຂຶ້ນໃນບໍລິເວນພື້ນທີ່ຮາບພຽງທາງພາກເໜືອຂອງສີລັງກາ ໂດຍມີເມືອງອະນຸລາທະປຸລະເປັນນະຄອນຫຼວງ ແຫ່ງທຳອິດດົນນານເຖິງປະມານ 1,200 ປີ ຕໍ່ມາໃນສະຕະວັດທີ 13 ຈຶ່ງໄດ້ເສື່ອມລົງ ພ້ອມກັບການເກີດຂຶ້ນຂອງອານາຈັກທະມິນ ໂດຍມີເມືອງໂປລອນນາລຸວະເປັນນະຄອນຫຼວງດົນນານປະມານ 200 ປີ ຊາວທະມິນຈຶ່ງໄດ້ຍົກຖິ່ນຍ້າຍຖານໄປຕັ້ງອານາຈັກຈັບນາທາງແຫຼມຈັບນາ ຕອນເໜືອຂອງປະເທດສ່ວນຊາວສິງຫະລະໄດ້ຖອຍຮົ່ນລົງໄປກໍ່ຮ່າງສ້າງໂຕຢູ່ທາງໃຕ້ ກໍ່ຕັ້ງເປັນອານາຈັກແຄນດີ ຊຶ່ງມີ ເມືອງແຄນດີ ເປັນນະຄອນຫຼວງ ນອກຈາກນີ້ກໍມີອານາຈັກໂກດເຕແລະອານາຈັກລຸຫຸນະ ໂດຍອານາຈັກແຄນດີເປັນອານາຈັກທີ່ມີອຳນາດຫຼາຍທີ່ສຸດປະມານສະຕະວັດທີ 15
ຍຸກບູຮານ
ໂຄລຳບັສໄດ້ຄົ້ນພົບປະເທດສີລັງກາເມື່ອຕອນທີ່ຕ້ອງການເດີນທາງຫາອິນເດຍ ຈຶ່ງຕັ້ງຊື່ເມືອງຕາມລາວວ່າ "ໂຄລຳໂບ"
ອານານິຄົມ
ເບິ່ງບົດຄວາມຫຼັກທີ່: ບະລິຕິດຊີລອນ
ອິດທິພົນຂອງຕາເວັນຕົກເລີ່ມເຂົ້າມາມີບົດບາດໃນສີລັງກາ ເລີ່ມຈາກປອກຕຸຍການ ໂຮລັງ ແລະອັງກິດ ຕາມລຳດັບ ໂດຍມາເຮັດການຄ້າຕາມເມືອງທ່າດ້ານຕາເວັນຕົກຂອງປະເທດ ແລະໃນປີ ພ.ສ. 2048 (ຄ.ສ. 1505) ປອກຕຸຍການໄດ້ເຂົ້າຍຶດຄອງພື້ນທີ່ບໍລິເວນຊາຍຝັ່ງທະເລແລະປົກຄອງປະເທດກ່ອນທີ່ຊາວໂຮລັງຈະເຂົ້າຄອບຄອງດິນແດນສີລັງກາໃນປີ ພ.ສ. 2201 (ຄ.ສ. 1658) ແລະຕໍ່ມາອັງກິດສາມາດຄອບຄອງສີລັງກາເປັນເມືອງຂຶ້ນໃນປີ ພ.ສ. 2358 (ຄ.ສ. 1815) ພາຍໃຕ້ອະນຸສັນຍາ Kandyan ລວມເວລາທີ່ສີລັງກາຕົກເປັນເມືອງຂຶ້ນຂອງຕ່າງຊາດເກືອບ 500 ປີ ແລະອັງກິດໄດ້ໃຊ້ສີລັງກາເປັນຖານປະຕິບັດການທາງທະຫານທີ່ສຳຄັນແຫ່ງໜຶ່ງໃນມະຫາສະໝຸດອິນເດຍໃນຊ່ວງສົງຄາມໂລກຄັ້ງທີ 2 ສີລັງກາໄດ້ຮັບເອກະລາຊຈາກອັງກິດ ເມື່ອວັນທີ 4 ກຸມພາ ພ.ສ. 2491 (ຄ.ສ. 1948)
ນິຕິບັນຍັດ
ລັດຖະສະພາແມ່ນລະບົບສະພາດຽວໂດຍສະມາຊິກທັງໝົດ 225 ຄົນ ໄດ້ຮັບເລືອກຈາກປະຊາຊົນທຸກ ໆ 6 ປີ ຜູ້ມີສິດທິອອກສຽງຕ້ອງມີອາຍຸ 18 ປີຂຶ້ນໄປ ປະທານາທິບໍດີມາຈາກການເລືອກຕັ້ງໂດຍກົງຂອງປະຊາຊົນ ຢູ່ໃນຕຳແໜ່ງ 6 ປີ ມີຖານະເປັນປະມຸກຂອງປະເທດແລະຫົວໜ້າລັດຖະບານ ເປັນຜູ້ແຕ່ງຕັ້ງນາຍົກລັດຖະມົນຕີແລະລັດຖະມົນຕີ ແລະມີອຳນາດຖອດຖອນນາຍົກ ລັດຖະມົນຕີແລະລັດຖະມົນຕີ
ພັກການເມືອງ
ປັດຈຸບັນມີພັກການເມືອງໃຫຍ່ນ້ອຍປະມານ 30 ພັກ ມີພັກການເມືອງສຳຄັນ ໆ ໄດ້ແກ່
ພັກ Sri Lanka Freedom Party (SLFP)
ພັກ United National Party (UNP)
ພັກ Tamil United Liberation Front (TULF)
ພັກ Ceylon Workers’ Congress (CWC)
ພັກ Sri Lanka Mahajana Party (SLMP)
ພັກ Janatha Vimukti Peramuna (JVP) ຫຼື People’s Liberation
ພັກ Sri Lanka Muslim Congress (SLMC)
ການເມືອງພາຍໃນຂອງສີລັງກາປັດຈຸບັນ
ສີລັງກາແມ່ນປະເທດທີ່ປະກອບດ້ວຍປະຊາກອນຫຼາຍເຊື້ອຊາດ ສາສະໜາ ແຕ່ການເມືອງພາຍໃນມີພັກການເມືອງທີ່ສຳຄັນພຽງແຕ່ 2 ພັກຂອງຊົນຊາດສິງຫະລະ ແມ່ນ SLFP (Sri Lanka Freedom Party) ແລະພັກ UNP (United National Party) ທີ່ແຂ່ງຂັນຊ່ວງຊິງອຳນາດທາງການເມືອງ ພັກການເມືອງອື່ນ ໆ
ຊຶ່ງເປັນພັກຂອງຊົນເຊື້ອສາຍທະມິນແລະຊົນກຸ່ມນ້ອຍອື່ນ ໆ ເປັນພັກຍ່ອຍແລະມີຄວາມສຳຄັນນ້ອຍ ນັບແຕ່ສີລັງກາໄດ້ຮັບເອກະລາຊຈາກອັງກິດໃນປີ 2491 (ຄ.ສ. 1948) ຈົນຮອດປັດຈຸບັນພັກ SLFP ແລະພັກ UNP ຜັດກັນເປັນລັດຖະບານມາໂດຍຕະຫຼອດ ໂດຍທັງສອງພັກດັ່ງກ່າວນິຍົມລະບອບປະຊາທິປະໄຕຄືກັນ ແຕ່ຕ່າງກັນທີ່ນະໂຍບາຍເສດຖະກິດຂອງພັກ SLFP ມີລັກສນະເປັນສັງຄົມນິຍົມ ໃນຂະນະທີ່ພັກ UNP ມີນະໂຍບາຍເສດຖະກິດເສລີ
ແຂວງໃນສີລັງກາ ສີລັງກາປະກອບດ້ວຍ 8 ແຂວງ (provinces) ດັ່ງນີ້ (ຊື່ນະຄອນຫຼວງຢູ່ໃນວົງເລັບ)
ແຂວງກາງ (ແຄນດີ )
ແຂວງຊາບາຮາກາມູວາ (ລັດຕະນະປຸລະ )
ແຂວງຕາເວັນຕົກ (ໂຄລອມໂບ )
ແຂວງຕາເວັນຕົກສຽງເໜືອ (ກຸລຸເນກະລະ )
ແຂວງຕາເວັນອອກສຽງເໜືອ (ຕະລິນໂຄມະລີ )
ແຂວງໃຕ້ (ກອນ )
ແຂວງກາງຕອນເໜືອ (ອະນຸລາທະປຸລະ )
ແຂວງອູວາ (ບາດຸນລາ )
ຄວາມສຳພັນກັບສະຫະລາຊະອານາຈັກ
ແມ່ແບບ:ກ່ອງຂໍ້ມູນ ຄວາມສຳພັນລະຫວ່າງປະເທດ
ຄວາມສຳພັນດ້ານຕ່າງໆກັບປະເທດລາວ
ເບິ່ງບົດຄວາມຫຼັກທີ່: ກອງທັບສີລັງກາ
ກອງທັບບກ
ເບິ່ງບົດຄວາມຫຼັກທີ່: ກອງທັບບກສີລັງກາ
ກອງທັບອາກາດ
ເບິ່ງບົດຄວາມຫຼັກທີ່: ກອງທັບອາກາດສີລັງກາ
ກອງທັບເຮືອ
ເບິ່ງບົດຄວາມຫຼັກທີ່: ກອງທັບເຮືອສີລັງກາ
ໂຄງສ້າງ
ຄວາມຮຸ່ງເຮືອງເຕີບໂຕທາງເສດຖະກິດ ຮ້ອຍລະ 4 ອັດຕາເງິນເຟີ້ ຮ້ອຍລະ 9 ອັດຕາການວ່າງງານ ຮ້ອຍລະ 9
ການທ່ອງທ່ຽວ
ເບິ່ງບົດຄວາມຫຼັກທີ່: ການທ່ອງທ່ຽວໃນສີລັງກາ
ຄະມະນາຄົມ ແລະ ໂທລະຄະມະນາຄົມ
ການສຶກສາ
ເບິ່ງບົດຄວາມຫຼັກທີ່: ການສຶກສາໃນສີລັງກາ
ພາສາ
ສຳລັບບົດຄວາມຫຼັກໃນໝວດ ນີ້ ເບິ່ງທີ່ ພາສານາຊະການຂອງສີລັງກາ
ພຸດທະສາສະໜາຮ້ອຍລະ 70 ຮິນດູຮ້ອຍລະ 7 ຄິດສະຕຽຮຮ້ອຍລະ 6 ອິສະລາມ ຮ້ອຍລະ 7 ແລະອື່ນ ໆ ຮ້ອຍລະ 10 ((ref name="fac1"/))
ເບິ່ງບົດຄວາມຫຼັກທີ່: ສາສະໜາໃນສີລັງກາ ແລະພຸດທະສາສະໜາໃນປະເທດສີລັງກາ
ແມ່ແບບ:Bar box
ສີລັງກາແມ່ນປະເທດໜຶ່ງທີ່ມີອິດທິພົນທາງສາສະໜາພຸດ ຫຼາຍ ວັດພະແຂ້ວແກ້ວນະຄອນກັນຕີ . ວັນນະກຳ
ເບິ່ງບົດຄວາມຫຼັກທີ່: ວັນນະກຳຂອງສີລັງກາ
ດົນຕີ ແລະ ນາຕະສິນ
ເບິ່ງບົດຄວາມຫຼັກທີ່: ດົນຕີຂອງສີລັງກາ ແລະນາຕະສິນຂອງສີລັງກາ
ອາຫານ
ເບິ່ງບົດຄວາມຫຼັກທີ່: ອາຫານສີລັງກາ
ສື່ສານມວນຊົນ
ເບິ່ງບົດຄວາມຫຼັກທີ່: ສື່ສານມວນຊົນໃນສີລັງກາ
ວັນຢຸດ
ເບິ່ງບົດຄວາມຫຼັກທີ່: ລາຍຊື່ວັນສຳຄັນຂອງສີລັງກາ
ກີລາ
ເບິ່ງບົດຄວາມຫຼັກທີ່: ສີລັງກາໃນກີລາເຄືອຈັກກະພົບ , ສີລັງກາໃນໂອລິມປິກ ແລະສີລັງກາໃນພາລາລິມປິກ
ແມ່ແບບ:ຄອມມອນ
ລັດຖະບານ ຂໍ້ມູນທົ່ວໄປ ປະຫວັດສາດ ແຜນທີ່ ແມ່ແບບ:ຟະລິກເກີ
ແມ່ແບບ:ອາຊີ
ແມ່ແບບ:ເຄືອຈັກກະພົບ