From Wikipedia, the free encyclopedia
ພະລັງງານຂັ້ນຕົ້ນ ແມ່ນ ຮູບແບບພະລັງງານພົບເຫັນໄດ້ໃນທຳມະຊາດ ທີ່ຍັງບໍ່ໄດ້ຜ່ານຂັ້ນຕອນການປ່ຽນຮູບເທື່ອ. ຕົວຢ່າງເຊັ່ນ ພະລັງງານບັນຈຸ ໃນ ນຳ້ມັນດິບ ເປັນຕົ້ນ.
ພະລັງງານຂັ້ນຕົ້ນ ລວມມີທັງ ພະລັງງານທົດແທນ ແລະ ພະລັງງານບໍ່ທົດແທນ. ໃນ ພະລັງງານສາດ, ພະລັງງານຂັ້ນຕົ້ນ ແມ່ນ ແຫຼ່ງພະລັງງານ ທີ່ ເປັນວັດຖຸດົບເພື່ອຜະລິດໃຫ້ເປັນ ຕົວນຳສົ່ງພະລັງງານ (EC) ທີ່ມະນຸດຊາດສາມາດນຳໄປໃຊ້ໄດ້ໃນສັງຄົມ.[1]
ແຫຼ່ງພະລັງງານຂັ້ນຕົ້ນ | ປ່ຽນຮູບເປັນ into |
ຕົວນຳສົ່ງພະລັງງານ (ຫຼັກ) | ໃນ | ລະບົບພະລັງງານ | ||
Non-renewable sources[2] |
ເຊື້ອໄຟຊາກດຶກດຳບັນ | ນຳ້ມັນດິບ | ນຳ້ມັນເຊື້ອໄຟ | ນ້ຳມັນກັ່ນ | ||
ຖ່ານຫີນ ຫຼື ແກ້ສທຳມະຊາດ | ເອັນທານປີ, ແຮງງານກົນຈັກ ຫຼືຶ ໄຟຟ້າ | ໂຮງງານພະລັງງານໄຟຟ້າເຊື້ອໄຟຊາກດຶກດຳບັນ | ||||
ເຊື້ອໄຟແຮ່ທາດ | ອູຣານທຳມະຊາດ[3] | ພະລັງງານໄຟຟ້າ | ໂຮງງານໄຟຟ້າພະລັງງານນິວເຄຼຍ (thermonuclear fission) | |||
ພະລັງງານທົດແທນ | ພະລັງງານແສງຕາເວັນ | ພະລັງງານໄຟຟ້າ | ໂຮງງານໄຟຟ້າພະລັງງານແສງ | |||
ເອັນທານປີ | ເສົາໄຟຟ້າພະລັງງານແສງຕາເວັນ, Solar furnace | |||||
ພະລັງງານລົມ | ແຮງງານກົນຈັກ ຫຼື ໄຟຟ້າ | ຟາມລົມ | ||||
ນ້ຳຕົກ ແລະ ນ້ຳໄຫຼ, tidal energy[4] | ແຮງງານກົນຈັກ ຫຼື ໄຟຟ້າ | ໂຮງງານໄຟຟ້າພະລັງງານນ້ຳ, ຟາມຄື້ນ, Tidal power station | ||||
ແຫຼ່ງ ຊີວະພາບ | ເອັນທານປີ ຫຼື ໄຟຟ້າ | ໂຮງງານໄຟຟ້າພະລັງງານ ຊີວະພາບ | ||||
ພະລັງງານຄວາມຮ້ອນທໍລະນີ | ເອັນທານປີ ຫຼື ໄຟຟ້າ | ໂຮງງານໄຟຟ້າພະລັງງານຄວາມຮ້ອນທໍລະນີ |
ພະລັງງານຂັ້ນຕົ້ນ ຖືກຫັນປ່ຽນໃຫ້ເປັນ ຮູບແບບພະລັງງານທີ່ນຳໃຊ້ແບບສະດວກກວ່າໃນສັງຄົມມະນຸດ ເຊັ່ນ ພະລັງງານໄຟຟ້າ, ເຊື້ອໄຟກັ່ນ, ຫຼື ເຊື້ອໄຟປະສົມ ເຊັ່ນ ເຊື້ອໄຟຮີໂດຼແຊນ. ສິ່ງເຫຼົ່ານີ້ ເອີ້ນກັນວ່າ ຕົວນຳສົ່ງພະລັງງານ ໃນວິຊາ ພະລັງງານສາດ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.