ລາດເຕ
From Wikipedia, the free encyclopedia
ລາດເຕ ຫຼື ແລດເຕ (ອັງກິດ: latte) ແມ່ນເຄື່ອງດື່ມກາເຟທີ່ກຽມດ້ວຍນົມຮ້ອນ ໂດຍເທເອສເປຣສໂຊ 1/3 ສ່ວນ ແລະນົມຮ້ອນທີ່ຕີດ້ວຍໄອນ້ຳຈາກເຄື່ອງຊົງ 2/3 ສ່ວນ ລົງໃນຖ້ວຍພ້ອມໆກັນ ແລະຈະຢອດຟອງນົມໜາປະມານ 1 ຊັງຕີແມັດ ທັບຂ້າງເທິງ. ກາເຟຊະນິດນີ້ມີໜ້າຕາຄ້າຍກັບກາເຟໂອແລຂອງປະເທດຝະຣັ່ງຫຼາຍ ແຕ່ກາເຟໂອແລມັກກຽມຈາກກາເຟດຳທີ່ຊົງແບບຢອດ[1] ຜະສົມເຂົ້າກັບນົມທີ່ອຸ່ນໃຫ້ຮ້ອນໃນອັດຕາສ່ວນທີ່ເທົ່າກັນ.