ເຂດໃນບາງກອກ ປະເທດໄທ From Wikipedia, the free encyclopedia
ເຂດພາສີຈະເລີນ (ໄທ: เขตภาษีเจริญ) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກຢູ່ໃນກຸ່ມເຂດກຸງທົນໃຕ້ ສະພາບໂດຍທົ່ວໄປມີລັກສະນະກຶ່ງຊົນນະບົດກຶ່ງຊຸມຊົນເມືອງ ແຕ່ໃນພື້ນທີ່ເນື່ອງຈາກມີການຂະຫຍາຍຕົວຂອງລະບົບສາທາລະນູປະໂພກ (ໂດຍສະເພາະດ້ານການຄົມມະນາຄົມ) ຈຶງເກີດການປ່ຽນແປງຈາກຊຸມຊົນກະເສດເປັນຊຸມຊົນເມືອງຫຼາຍຂຶ້ນ
|
ຕັ້ງຢູ່ບໍລິເວນຝັ່ງຕາເວັນຕົກຂອງແມ່ນ້ຳເຈົ້າພະຍາ ຫຼື ຝັ່ງທົນບຸລີ ມີອານາເຂດຕິດຕໍ່ກັບພື້ນທີ່ການປົກຄອງໄກ້ຄຽງ ຮຽງຕາມເຂັມໂມງ ດັງນີ້
ຊື່ຂອງເຂດນັ້ນມາຈາກຊື່ຂອງ ຄອງພາສີຈະເລີນ ທີ່ຂຸດຂຶ້ນເຊື່ອມແມ່ນ້ຳທ່າຈີນ (ທີ່ຕຳບົນດອນໄກ່ດີ ອຳເພີກະທຸ່ມແບນ ແຂວງເມືອງສະໝຸດສາຄອນ ກັບຄອງບາງກອກໃຫຍ່ ເພື່ອເປັນການສັນຈອນທາງນ້ຳເຊິ່ງເນັ້ນການສົ່ງອ້ອຍແລະນ້ຳຕານຈາກຕ່າງຈັງຫວັດເຂົ້າສູ່ນະຄອນຫຼວງ ໂດຍເລິ່ມຂຸດຕັ້ງແຕ່ປີ ຄ.ສ. 1858 ເສັດສົມບູນໃນປີ ຄ.ສ. 1872 ແລະຊື່ຄອງຕັ້ງຕາມຊື່ພະພາສີສົມບັດບໍລິບູນ (ຕໍ່ມາແມ່ນພະຍາພິດສົມບັດບໍລິບູນ ຕົ້ນສະກຸນພິສົນຍະບຸດ ແລະບັນພະບຸລຸດຂອງລາຊະສະກຸນກິຕິຍາກອນ) ຜູ້ເປັນແມ່ກອງເບິ່ງແຍງງານຂຸດຄອງນີ້
ນັບຈາກນັ້ນໄດ້ມີຜູ້ຄົນຍ້າຍມາຕັ້ງຖິ່ນຖານຢູ່ຮິມຄອງພາສີຈະເລີນຫຼາຍຂຶ້ນຈົນເປັນຊຸມຊົນໃຫຍ່ທາງລາຊະການຈຶງໄດ້ຈັດຕັ້ງ ອຳເພີພາສີຈະເລີນ ຂຶ້ນໃນປີ ຄ.ສ. 1899 ມີຖານະເປັນອຳເພີໜຶ່ງຂອງຈັງຫວັດທົນບຸລີ ແລະໃນປີ ຄ.ສ. 1955 ກະຊວງມະຫາດໄທໄດ້ຈັດຕັ້ງສຸຂາພິບານບາງແຄໃນພື້ນທີ່ບາງສ່ວນຂອງຕຳບົນບາງແຄ ບາງຫວ້າ ແລະບາງດ້ວນທີ່ຕັ້ງຢູ່ຮິມຄອງສາຍນີ້ ແລະໃນປີ ຄ.ສ. 1970 ໄດ້ຂະຫຍາຍເຂດອອກໄປຈົນຄອບຄຸມພື້ນທີ່ເກືອບທັງອຳເພີ (ເຫຼືອພຽງຕຳບົນບາງໄຜ່ ຕຳບົນບາງແວກ ສ່ວນຕຳບົນຄູຫາສະຫວັນແລະຕຳບົນປາກຄອງພາສີຈະເລີນຢູ່ໃນເຂດເທດສະບານນະຄອນທົນບຸລີມາຕັ້ງແຕ່ປີ ຄ.ສ 1936)
ພາຍຫຼັງໄດ້ມີການຮວມຈັງຫວັດທົນບຸລີກັບຈັງຫວັດພະນະຄອນເຂົ້ານຳກັນເປັນຈັງຫວັດນະຄອນຫຼວງກຸງເທບທົນບຸລີ ແລະປ່ຽນເປັນກຸງເທບມະຫານະຄອນໃນປີ ຄ.ສ. 1972 ເຊິ່ງໄດ້ຍຸບການປົກຄອງທ້ອງຖິ່ນແບບສຸຂາພິບານແລະເທດສະບານ ຮວມທັງໄດ້ປ່ຽນການເອິ້ນຕຳບົນແລະອຳເພີໃໝ່ ອຳເພີພາສີຈະເລີນຈຶງໄດ້ຮັບການປ່ຽນແປງຖານະເປັນ ເຂດພາສີຈະເລີນ ບາງກອກ ຕັ້ງແຕ່ປີ ຄ.ສ. 1972 ມີໜ່ວຍການປົກຄອງຍ່ອຍ 10 ແຂວງ
ຕໍ່ມາພື້ນທີ່ທາງທິດຕາເວັນຕົກຂອງເຂດພາສີຈະເລີນມີຄວາມຈະເລີນແລະມີປະຊາກອນໜາແໜ້ນ ບາງກອກໄດ້ຈັດຕັ້ງສຳນັກງານເຂດພາສີຈະເລີນ ສາຂາ 1 ເບິ່ງແຍງແຂວງບາງແຄ ບາງແຄເໜືອ ແລະບາງໄຜ່ ແລະໃນປີ ຄ.ສ. 1997 ກະຊວງມະຫາດໄທໄດ້ມີປະກາດແບ່ງພື້ນທີ່ເຂດການປົກຄອງຂອງສຳນັກງານເຂດພາສີຈະເລີນ ສາຂາ 1 ດັງກ່າວອອກໄປຕັ້ງເປັນເຂດບາງແຄ
ເຂດພາສີຈະເລີນແບ່ງພື້ນທີ່ການປົກຄອງອອກເປັນ 7 ແຂວງ ຄື
ອັກສອນລາວ | ອັກສອນໂລມັງ | ພື້ນທີ່ (ຕລ.ກມ.) | ຈຳນວນປະຊາກອນ (ຕຸລາ 2016) | ຈຳນວນບ້ານ (ຕຸລາ 2016) | ຄວາມໜາແໜ້ນ (ຄົນ/ຕລ.ກມ.) |
---|---|---|---|---|---|
ບາງຫວ້າ | Bang Wa | 5.105 | 38,014 | 19,774 | 7,446.42 |
ບາງດ້ວນ | Bang Duan | 2.514 | 29,604 | 9,197 | 11.775.65 |
ບາງຈາກ | Bang Chak | 1.394 | 8,193 | 3,585 | 5,877.33 |
ບາງແວກ | Bang Waek | 3.022 | 18,993 | 8,151 | 6,284.91 |
ຄອງຂວາງ | Khlong Khwang | 2.992 | 11,248 | 3,572 | 3,759.35 |
ປາກຄອງພາສີຈະເລີນ | Pak Khlong Phasi Charoen | 1.898 | 15,147 | 7,226 | 7,980.50 |
ຄູຫາສະຫວັນ | Khuha Sawan | 0.909 | 6,542 | 1,901 | 7,196.91 |
ທັງໝົດ | 17.834 | 127,741 | 53,406 | 7,162.77 |
ສະຖິຕິປະຊາກອນຕາມທະບຽນ ເຂດພາສີຈະເລີນ[3] | ||
---|---|---|
ປີ (ຄ.ສ.) | ປະຊາກອນ | ການເພີ່ມແລະການລົດ |
1992 | 260,595 | ບໍ່ຊາບ |
1993 | 268,020 | +7,425 |
1994 | 273,109 | +5,089 |
1995 | 274,552 | +1,443 |
1996 | 144,114 | ແບ່ງເຂດ |
1997 | 143,113 | -1,001 |
1998 | 142,694 | -419 |
1999 | 142,174 | -520 |
2000 | 141,063 | -1,111 |
2001 | 140,293 | -770 |
2002 | 140,254 | -39 |
2003 | 140,051 | -203 |
2004 | 137,473 | -2,578 |
2005 | 136,240 | -1,233 |
2006 | 135,149 | -1,091 |
2007 | 134,407 | -742 |
2008 | 133,622 | -785 |
2009 | 132,670 | -952 |
2010 | 131,363 | -1,307 |
2011 | 130,493 | -870 |
2012 | 129,800 | -693 |
2013 | 129,559 | -241 |
2014 | 129,238 | -321 |
(ລະດັບອະນຸບານ-ປະຖົມສຶກສາ-ມັດຖະຍົມສຶກສາ)
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.