ເອແດມບວກ
From Wikipedia, the free encyclopedia
ເອແດມບວກ[1] (ຝຣັ່ງ: Édimbourg, ອັງກິດ: Edinburgh /ˈɛdɪnb(ə)rə/; ກາເອລິກເອກົດ: Dun Eideann) ແມ່ນນະຄອນຫຼວງຂອງແຄວ້ນເອກົດ ສະຫະລາຊະອານາຈັກ ຕັງຢູ່ທາງຕາເວັນອອກຂອງເອກົດ. ເປັນເມືອງເກົ່າແກ່ທີ່ມີປະຫວັດຄວາມເປັນມາຕັ້ງແຕ່ຍຸກກາງ. ລັກສະນະພູມິປະເທດເປັນພູສູງຢູ່ກາງເມືອງ. ແມ່ນບ່ອນຕັ້ງຂອງວັງເອແດມບວກ. ແມ່ນທຳເລເຊິ່ງໄດ້ປຽບເຊີງຍຸດທະສາດໃນສະໄໝແຕ່ກີ້ແຕ່ກ່ອນ ໂດຍຮອບພູຖືກປັບພື້ນທີ່ເປັນຄູເມືອງເພື່ອປະໂຫຍດໃນເຊີງການທະຫານ. ຮອບນອກເປັນທີ່ຮາບລົດຫຼັ່ນເປັນຂັ້ນໆ ກະຈາຍອອກໂດຍຮອບ.