ຄຳມ່ວນ (ອັງກິດ: Khammouan) ເປັນແຂວງໜຶ່ງຂອງປະເທດລາວທີ່ຕັ້ງຢູ່ທາງຕອນກາງຂອງປະເທດ ທິດຕາເວັນຕົກຕິດກັບປະເທດໄທ ແລະ ທິດຕະເວັນອອກຕິດກັບປະເທດຫວຽດນາມ, ທິດເໜືອຕິດກັບແຂວງບໍລິຄຳໄຊ ແລະ ທິດໃຕ້ຕິດກັບແຂວງສະຫວັນນະເຂດ. ແຂວງຄຳມ່ວນຕັ້ງຢູ່ຫ່າງຈາກນະຄອນຫຼວງວຽງຈັນພຽງແຕ່ 350 ກິໂລ
ແມັດເທົ່ານັ້ນ. ແຂວງຄຳມ່ວນຍັງເປັນແຂວງທີ່ເປັນທີ່ຕັ້ງຂອງພູພຽງນາກາຍ ເຊິ່ງເປັນ ພູພຽງທີ່ອຸດົມສົມບູນ ແລະ ແຂວງຄຳມ່ວນຍັງມີສັກກະຍະພາບທາງການອຸດສາຫະກຳ ແລະ ເປັນແຂວງທີ່ມີພື້ນທີ່ກະສິກຳ ຈຳນວນຫຼາຍອີກດ້ວຍ.
ແຂວງຄຳມ່ວນ |
ຂໍ້ມູນທົ່ວໄປ |
| |
ຊື່ພາສາລາວ |
ແຂວງຄຳມ່ວນ |
ເມືອງເອກ |
ທ່າແຂກ |
ISO 3166-2 |
LA-KH |
|
ຂໍ້ມູນສະຖິຕິ |
|
|-
ເນື້ອທີ່ |
16,315 km² |
ພົນລະເມືອງ |
401,848 (2015 ຄາດຄະເນ) ຄົນ |
|