ໂດລາສະຫະລັດ

From Wikipedia, the free encyclopedia

ໂດລາສະຫະລັດ
Remove ads

ໂດລາສະຫະລັດ (ອັງກິດ: United States dollar; ໃນເອກະສານເກົ່າອາດພົບການໃຊ້ ຫຼຽນສະຫະລັດ) ເປັນສະກຸນເງິນຂອງປະເທດສະຫະລັດອາເມລິກາ ແລະ ຍັງໃຊ້ເປັນGBPUSDໃນຫຼາຍປະເທດທົ່ວໂລກ[1] ລະຫັດສາກົນແມ່ນ ISO 4217 ໃຊ້ຕົວຫຍໍ້ວ່າ USD ແລະ ສັນຍາລັກ $

Thumb
100 ໂດລາສະຫະລັດ ທະນະບັດທີ່ມີຄ່າທີ່ສຸດໃນສະຫະລັດອາເມລິກາໃນປັດຈຸບັນ

ສະຫະລັດອາເມລິກາເປັນປະເທດໜຶ່ງທີ່ໃຊ້ໜ່ວຍເງິນ ໂດລາ ເປັນສະກຸນເງິນປະຈຳຊາດ ແລະ ຍັງມີປະເທດອື່ນທີ່ມີເງິນໂດລາເຊັ່ນກັນ ແຕ່ໃຊ້ຊື່ເອີ້ນອື່ນ ເຊັ່ນ: ໂດລາສິງກະໂປ ໂດລາຮົງກົງ ໂດລາໄຕ້ຫວັນ ເໂດລາອົດສະຕາລີ ໂດລານິວຊີແລນ (ໂດລາບຣູໄນ ຍັງບໍ່ຊາບແນ່ຊັດ) ນອກຈາກນີ້ ໂດລາສະຫະລັດ ຍັງເປັນສະກຸນເງິນຫຼັກໃນຫຼາຍປະເທດ[2] ແລະ ໃນບາງປະເທດເຖິງແມ່ນວ່າໂດລາສະຫະລັດບໍ່ແມ່ນສະກຸນເງິນຫຼັກ ແຕ່ຍັງມີການຍອມຮັບໃນການໃຊ້ຊື້ສິນຄ້າທົ່ວໄປ

ຊື່ຫຼິ້ນທີ່ຊາວອາເມລິກາເອີ້ນ 1 ເຊັນ ວ່າ "ເພນນີ" (penny), 5 ເຊັນ ວ່າ "ນິເກິລ" (nickel), 10 ເຊັນ ວ່າ "ໄດມ໌" (dime), 25 ເຊັນ ວ່າ "ຄວໍເຕີ" (quarter), 1 ໂດລາສະຫະລັດ ວ່າ "ບັ້ກ (ພາສາສະແລງ, ພາສາເວົ້າ)" (buck) ແລະ ເອີ້ນ ໜຶ່ງພັນໂດລາສະຫະລັດ ວ່າ ແກຣນດ໌ (grand)

Remove ads

ຫຼຽນ

Loading related searches...

Wikiwand - on

Seamless Wikipedia browsing. On steroids.

Remove ads