ປະເທດຊູແອດ

From Wikipedia, the free encyclopedia

ປະເທດຊູແອດ
Remove ads

ປະເທດຊູແອດ ຫຼື ປະເທດສວີເດນ (ອັງກິດ: Sweden, ຊູແອດ: Sverige, ຝຣັ່ງ: Suède) ແມ່ນປະເທດນຶ່ງທີ່ຢູ່ໃນທະວີບເອີລົບ. ຫຼື ລາຊະອານາຈັກຊູແອດ (ຊູແອດ: Konungariket Sverige, ຝຣັ່ງ: Royaume de Suède) ເປັນປະເທດກຸ່ມນອກດິກຕັ້ງຢູ່ເທິງແຫຼມສະການດິນາວີ ໃນເອີລົບເໜືອ ເຂດແດນທາງຕາເວັນຕົກຕິດກັບປະເທດນອກແວດ ທາງຕາເວັນອອກສຽງເໜືອຕິກຕໍ່ປະເທດແຟງລັງ ແລະຊ່ອງແຄບ ສະແກເກີແລກ (Skagerrak) ທາງຕາເວັນຕົກສຽງໃຕ້ຕິດກັບຊ່ອງແຄບແກຕີແກດ (Kattegat) ແລະທາງຕາເວັນອອກຕິດກັບທະເລບານຕິກ ແລະອ່າວບົດນີ. ມີສະຕອກໂຮມເປັນນະຄອນຫຼວງ. ປະເທດຊູແອດມີປະຊາກອນທີ່ເບົາບາງ ເວ້ນແຕ່ໃນເຂດເມືອງໃຫຍ່ ພື້ນທີ່ສ່ວນໃຫຍ່ຂອງປະເທດປະກອບດ້ວຍປ່າໄມ້ ແລະພູສູງ.

Thumb
ທຸງຊາດ
Thumb
ປະເທດຊູແອດ
Remove ads

ປະຊາກອນສາດ

ປະເທດຊູແອດມີປະຊາກອນປະມານ 9,644,864 (ປີ ຄ.ສ. 2013)[1][2] ໂດຍມີປະຊາກອນເກີນ 9 ລ້ານຄົນເມື່ອເດືອນສິງຫາ ປີ ຄ.ສ. 2004 ແລະເກີນ 9.5 ລ້ານຄົນເມື່ອປີ ຄ.ສ. 2012[3][4]

ພາສາ

ພາສາລັດຊະການຂອງປະເທດຊູແອດແມ່ນພາສາຊູແອດ[5][6] ເຊິ່ງມີຜູ້ເວົ້າເປັນພາສາແມ່ໃນປະເທດປະມານ 8,840,000 ຄົນ (ປະມານ 92% ຂອງປະຊາກອນປະເທດ)[7] ແມ່ນພາສາທີ່ຈັດຢູ່ໃນຕະກູນພາສາເຢຍລະມັນເໜືອ ແມ່ນພາສາທີ່ຄ້າຍຄຶງກັບພາສາດານມາກ ແລະພາສານອກແວດ ໂດຍຜູ້ເວົ້າທັງສາມພາສານີ້ສາມາດສົນທະນາກັນໄດ້ ເຖິງແມ່ນວ່າຈະມີການສະກົດແລະສຳນຽງການເວົ້າທີ່ແຕກຕ່າງກັນແດ່.

Remove ads

ອ້າງອີງ

ແຫຼ່ງຂໍ້ມູນອື່ນ

Loading related searches...

Wikiwand - on

Seamless Wikipedia browsing. On steroids.

Remove ads