ທຸງຊາດໄທ (ໄທ: ธงชาติไทย) ຫຼືເອີ້ນອີກຢ່າງໜຶ່ງວ່າ ທຸງໄຕລົງ (ໄທ: ธงไตรรงค์) ແມ່ນທຸງຊາດຂອງລາຊະອານາຈັກໄທ. ມີລັກສະນະເປັນທຸງສີ່ຫຼ່ຽມຜືນຜ້າ ໃຊ້ສີຫຼັກໃນທຸງ 3 ສີ ແມ່ນ ສີແດງ ຂາວ ແລະຟ້າແກ່. ພາຍໃນແບ່ງເປັນແຖບ 5 ແຖບ ແຖບໃນສຸດສີຟ້າແກ່ ຖັດມາດ້ານນອກທັງດ້ານເທິງແລະກ້ອງແມ່ນສີຂາວແລະສີແດງຕາມລຳດັບ ແຖບສີຟ້າແກ່ມີສ່ຳໃຫຍ່ກວ່າແຖບສີອື່ນເປັນ 2 ເທົ່າ. ຄວາມໝາຍສຳຄັນຂອງທຸງໄຕລົງນັ້ນໝາຍເຖິງສະຖາບັນຫຼັກທັງສາມຂອງປະເທດໄທ ແມ່ນ ຊາດ (ສີແດງ) ສາສະໜາ (ສີຂາວ) ແລະພະມະຫາກະສັດ (ສີຟ້າແກ່). ສີທັງສາມນີ້ເອງແມ່ນທີ່ມາຂອງການເອີ້ນຊື່ທຸງນີ້ວ່າທຸງໄຕລົງ (ໄຕ (ໄຕຣ) = ສາມ, ລົງ (ຣົງຄ໌) = ສີ).

Quick Facts ຊື່ທຸງ, ການໃຊ້ ...

ທຸງຊາດໄທ
Thumb
ຊື່ທຸງ ທຸງໄຕລົງ
ການໃຊ້ ທຸງຊາດ
ສັດສ່ວນທຸງ 2:3
ປະກາດໃຊ້ 28 ກັນຍາ ຄ.ສ. 1917 (106 ປີ) (ມີຜົນບັງຄັບໃຊ້ເມື່ອພົ້ນກຳໜົດ 30 ວັນ ຫຼັງຈາກປະກາດໃນລາຊະກິດຈານຸເບກສາ), ກຳໜົດມາດຕະຖານສີເມື່ອ 30 ກັນຍາ ຄ.ສ. 2017
ລັກສະນະ ທຸງ 3 ສີ 5 ແຂບ ພື້ນແດງ-ຂາວ-ຄາມແກ່-ຂາວ-ແດງ ແຂບກາງກວ້າງເປັນ 2 ເທົ່າຂອງແຂບສີແດງແລະສີຂາວ
ອອກແບບໂດຍ ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ
Thumb
ທຸງຊາດໄທໃນຮູບແບບຕ່າງໆ
ຊື່ທຸງ ທຸງລາຊະນາວີ
ການໃຊ້ ທຸງນາວີ
ສັດສ່ວນທຸງ 2:3
ປະກາດໃຊ້ 28 ກັນຍາ ຄ.ສ. 1917 (106 ປີ) (ມີຜົນບັງຄັບໃຊ້ເມື່ອພົ້ນກຳໜົດ 30 ວັນ ຫຼັງຈາກປະກາດໃນລາຊະກິດຈານຸເບກສາ), ກຳໜົດມາດຕະຖານສີເມື່ອ 30 ກັນຍາ ຄ.ສ. 2017
ລັກສະນະ ທຸງຊາດ ກາງເປັນວົງມົນສີແດງ ມີຮູບຊ້າງເຜືອກຊົງເຄື່ອງຍືນແທ່ນຫັນໜ້າເຂົ້າເສົາ
Close

ພະບາດສົມເດັດພະມົງກຸດເກົ້າເຈົ້າຢູ່ຫົວ ຊົງພະກະລຸນາໂປດເກົ້າຯ ໃຫ້ໃຊ້ທຸງນີ້ເປັນທຸງຊາດໄທ (ຂະນະນັ້ນຍັງເອີ້ນຊື່ປະເທດວ່າສະຫຍາມ) ເມື່ອຊ່ວງປາຍປີ ຄ.ສ. 1917 ເພື່ອດັດແກ້ບັນຫາການຊັກທຸງຊ້າງເຜືອກ (ອັນໃຊ້ເປັນທຸງຊາດມາຕັ້ງແຕ່ລັດຊະກາຍທີ 4) ກັບດ້ານ ແລະເພື່ອເປັນອະນຸສອນໃນການເຂົ້າຮ່ວມສົງຄາມໂລກເທື່ອທີ 1 ກັບຝ່າຍສຳພັນທະມິດ.

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.