From Wikipedia, the free encyclopedia
ພະບາດສົມເດັດພະປໍລະໂມລຸລາຊາມະຫາຈັກກີບໍຣົມນາດ ພະພຸດທະຍອດຟ້າຈຸລາໂລກ (ໄທ: พระบาทสมเด็จพระปรโมรุราชามหาจักรีบรมนาถ พระพุทธยอดฟ้าจุฬาโลก, ພຣະບາທສມເດັຈພຣະປຣໂມຣຸຣາຊາມຫາຈັກຣີບຣມນາດ ພຣະພຸທທຍອດຟ້າຈຸລາໂລກ; 20 ມີນາ ຄ.ສ. 1737 — 7 ກັນຍາ ຄ.ສ. 1809) ແມ່ນພະມະຫາກະສັດໄທລາຊະການທີ 1 ໃນລາຊະວົງຈັກກີ ແລະແມ່ນລາຊະການທີ 45 ຕາມປະຫວັດສາດໄທ ສະເດັດພະລາຊະສົມພົບໃນສະໄໝອານາຈັກອະຍຸດທະຍາ ໄດ້ປາບດາພິເສກເປັນປະຖົມກະສັດແຫ່ງອານາຈັກຣັດຕະນະໂກສິນ ເມື່ອວັນທີ 6 ເມສາ ຄ.ສ. 1782 ຂະໜະມີພະຊົນພັນສາໄດ້ 45 ພັນສາ ແລະຊົງຍ້າຍລາຊະທານີຈາກກຸງທົນບຸລີມາຢູ່ກຸງເທບມະຫານະຄອນ ແລະໂປດເກົ້າຯ ໃຫ້ສ້າງພະບໍລົມມະຫາລາຊະວັງເປັນບ່ອນທີ່ປະທັບ ນອກຈາກນີ້ ຊົງໄດ້ຮັບຍົກຍ່ອງເປັນ 1 ໃນ 8 ມະຫາລາດຜູ້ຍີ່ງໃຫຍ່ໃນປະເທດໄທ.
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ | |
---|---|
| |
ພະບໍລົມນາມາພິໄທ | ທອງດ້ວງ |
ພະປໍລະມາພິໄທ | ພະບາດສົມເດົດບໍຣົມຣາຊາທິຣາດຣາມາທິບໍດີ ສີສິນທະຣະບໍໜົມມະຫາຈັກກະພັດດິຣາຊາທິຣາດທິບໍດິນ ຣັດຕະນະມະກຸດປະເທດຄະຕາມະຫາພຸດທາງກູນ ບໍຣົມບໍພິດພະພຸດທະເຈົ້າຢູ່ຫົວ |
ພະລາຊະອິສະລິຍະຍົດ | ພະເຈົ້າກຸງສີອະຍຸດທະຍາ |
ລາຊະວົງ | ຈັກກີ |
ຄອງລາດ | 6 ເມສາ ຄ.ສ. 1782 - 7 ກັນຍາ ຄ.ສ. 1809 |
ບໍລົມລາຊາພິເສກ | 21 ມິຖຸນາ ຄ.ສ. 1782 |
ໄລຍະຄອງລາດ | 27 ປີ |
ລາຊະການກ່ອນໜ້າ | ສົມເດັດພະເຈົ້າກຸງທົນບຸຣີ |
ລາຊະການຕໍ່ໄປ | ພະບາດສົມເດັດພະພຸດທະເລີດຫຼ້ານະພາໄລ |
ພະບໍລົມມະອັດຖິ | ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ |
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 21 ມີນາ ຄ.ສ. 1737 |
ບ່ອນທີ່ພະລາຊະສົມພົບ | ນະ ກຸງສີອະຍຸດທະຍາ ອານາຈັກອະຍຸດທະຍາ |
ສະຫວັນຄົດ | 7 ກັນຍາ ຄ.ສ. 1809 (72 ພັນສາ) |
ບ່ອນທີ່ສິ້ນພະຊົນ | ນະ ພະລາຊະວັງຫຼວງ ກຸງເທບພະມະຫານະຄອນ ອານາຈັກຣັດຕະນະໂກສິນ |
ພະລາດຊະບິດາ | ສົມເດັດພະປະຖົມບໍລົມມະຫາຊະນົກ |
ພະລາດຊະມານດາ | ພະອັກຄະຊາຍາ |
ພະອັກຄະລະມະເຫສີ | ນາກ ນະ ບາງຊ້າງ |
ພະສະໜົມ | 43 ທ່ານ |
ພະລາດຊະບຸດ | 42 ພະອົງ |
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກ ມີພະບໍລົມນາມາພິໄທວ່າ ທອງດ້ວງ ສະເດັດພະລາຊະສົມພົບເມື່ອວັນທີ 20 ມີນາ ຄ.ສ. 1737 ໃນລາຊະສະໄໝສົມເດັດພະເຈົ້າຢູ່ຫົວບໍຣົມໂກດແຫ່ງອານາຈັກອະຍຸດທະຍາ ພະອົງແມ່ນບຸດຄົນທີ 4 ຂອງພະອັກສອນສຸນທອນສາດ (ທອງດີ) ກັບນາງອັກສອນສຸນທອນສາດ (ຫຍົກ) (ເຊີ່ງຕໍ່ມາພະລາຊະບິດາແລະພະລາຊະມານດາໄດ້ຮັບສະຖາປະນາເປັນ ສົມເດັດພະປະຖົມບໍລົມມະຫາຊະນົກແລະພະອັກຄະລະຊາຍາ) ມີອ້າຍນ້ອງຮ່ວມມານດາ ຄື
ເມື່ອຊົງຈະເລີນໄວຂຶ້ນໄດ້ຖະຫວາຍຕົວເປັນມະຫາດເລັກໃນສົມເດັດເຈົ້າຟ້າກົມຂຸນພອນພິນິດ (ຕໍ່ມາ ຄື ສົມເດັດພະເຈົ້າອຸທຸມພອນ) ເມື່ອພະຊົນພັນສາຄົບ 21 ພັນສາ ໄດ້ສະເດັດອອກຜະໜວດເປັນພິກສຸຢູ່ວັດມະຫາທະລາຍ 1 ພັນສາ ແລ້ວລາຜະໜວດເຂົ້າຮັບລາຊະການເປັນມະຫາດເລັກຫຼວງໃນສົມເດັດພະເຈົ້າອຸທຸມພອນຕາມເດີມ ເມື່ອພະຊົນພັນສາໄດ້ 25 ພັນສາ ພະອົງສະເດັດອອກໄປຮັບລາຊະການຢູ່ເມືອງລາຊະບຸລີໃນຕຳແໜ່ງ ຫຼວງຍົກກະບັດ ໃນລາຊະການສົມເດັດພະທີ່ນັ່ງສຸຣິຍາດອະມະຣິນ[1] ແລະໄດ້ສົມລົດກັບຄຸນນາກ (ຕໍ່ມາ ຄື ສົມເດັດພະອະມະຣິນທາບໍລົມລາຊິນີ) ທິກາໃນຕະກູນເສດຖີມອນຢູ່ບ້ານອຳພະວາ ເມືອງສະໝຸດສົງຄາມ
ພາຍຫຼັງການເສຍກຸງສີອະຍຸດທະຍາຄັ້ງທີສອງແກ່ລາຊະວົງຄອງບອງແລ້ວ ພະຍາວະຊິຣະປາການ (ສິນ) ໄດ້ປາບດາພິເສກຂຶ້ນເປັນເຈົ້າມະຫາຊີວິດແລະຍ້າຍລາຊະທານີມາຫາກຸງທົນບຸລີ ໃນຂະໜະນັ້ນຄຸນທອງດ້ວງມີອາຍຸ 32 ປີ ໄດ້ເຂົ້າຖະຫວາຍຕົວຮັບລາຊະການຕາມຄຳຊັກຊວນຂອງພະມະຫາມົນຕີ (ບຸນມາ) ຜູ້ເປັນນ້ອງຊາຍ ໂດຍໄດ້ຮັບພະກະລຸນາໂປດເກົ້າຯ ແຕ່ງຕັ້ງເປັນ ພະຣາຊະຣິນ ເຈົ້າກົມພະຕຳຫຼວດນອກຂວາ ແລະຍ້າຍມາອາໄສຢູ່ທີ່ບໍລິເວນວັດບາງຫວ້າໃຫຍ່ໃນປີ ຄ.ສ. 1768 ສົມເດັດພະເຈົ້າກຸງທົນບຸລີສະເດັດຂຶ້ນໄປຕີເມືອງພິມາຍເຊີ່ງມີກົມໝື່ນເທບພິພິດເປັນເຈົ້າຊຸມນຸມພິມານຢູ່ ພະຣາຊະຣິນແລະພະມະຫາມົນຕີໄດ້ຮັບພະບໍລົມລາຊະໂອງການໃຫ້ຍົກທັບຮ່ວມສຶກຄັ້ງນີ້ດ້ວຍ ຫຼັງຈາກການສຶກໃນຄັ້ງນີ້ ພະຣາຊະຣິນໄດ້ຮັບເລື່ອນບັນດາສັກເປັນ ພະຍາອະໄພຣົນນະຣິດ ຈາງວາງພະຕຳຫຼວດຝ່າຍຂວາເພື່ອເປັນການປູນບຳເໜັດທີ່ມີຄວາມຊອບໃນການສົງຄາມຄັ້ງນີ້
ຫຼັງຈາກສົມເດັດພະເຈົ້າກຸງທົນບຸລີຍົກທັບຂຶ້ນໄປປາບເຈົ້າພະຝາງສຳເຫຼັດແລ້ວ ມີພະລາຊະດຳຫຼິວ່າເຈົ້າພະຍາຈັກກີ (ໝຸດ) ນັ້ນບໍ່ໄດ້ຊຳນານໃນສົງຄາມ ດັງນັ້ນ ຈຶງໂປດຯ ຕັ້ງພະຍາອະໄພຣົນນະຣິດຂຶ້ນເປັນ ພະຍາຍົມມະຣາດ ເສນາບໍດີກົມພະນະຄອນບານ ໂດຍໃຫ້ວ່າລາຊະການທີ່ສະໝຸຫະນາຍົກດ້ວຍ ເມື່ອເຈົ້າພະຍາຈັກກີເຖີງແກ່ອະສັນຍະກຳແລ້ວ ພະຍາຍົມມະຣາດຈຶງໄດ້ຮັບການໂປດເກົ້າຯ ໃຫ້ເລື່ອນບັນດາສັກເປັນ ເຈົ້າພະຍາຈັກກີ ທີ່ສະໝຸຫະນາຍົກ ພ້ອມທັ້ງໂປດຯ ໃຫ້ເປັນແມ່ທັບເພື່ອໄປຕີກຸງກຳປູເຈຍ ໂດຍສາມາດຕີເມືອງບັດຕຳບອງ ເມືອງໂພທິສັດ ເມືອງບໍລິບູນ ແລະເມືອງບັນທາຍມາດໄດ້ ເມື່ອສິ້ນສົງຄາມສົມເດັດພະເຈົ້າກຸງທົນບຸລີໂປດຯ ໃຫ້ນັກອົງໂນນໄປຄອງເມືອງບັນທາຍມາດໃຫ້ເປັນໃຫຍ່ໃນກຸງກຳປູເຈຍ ແລະມີພະລາຊະດຳຫຼັດໃຫ້ເຈົ້າພະຍາຈັກກີແລະພະຍາໂກສາທິບໍດີຢູ່ຊ່ວຍລາຊະການຢູ່ເມືອງບັນທາຍມາດຈົນກວ່າເຫດການຈະສະຫງົບລາບຄາບກ່ອນ
ເຈົ້າພະຍາຈັກກີເປັນແມ່ທັບທຳລາຊະການກັບພະມ້າ ຂະເໝນ ແລະລາວ ຈົນມີຄວາມຊອບໃນລາຊະການມາກຫຼາຍ ດັງນັ້ນ ຈຶງໄດ້ຮັບການເລື່ອນບັນດາສັກເປັນ ສົມເດັດເຈົ້າພະຍາມະຫາກະສັດສຶກ ແລະໄດ້ຮັບພະລາຊະທານສະຫຼ່ຽງງາກັ້ນກົດແລະມີເຄື່ອງທອງຕ່າງໆ ເປັນເຄື່ອງຍົດສະເໝອເຈົ້າຕ່າງກົມ[2][3]
ເດືອນມີນາ ຄ.ສ. 1782 ສົມເດັດພະເຈົ້າກຸງທົນບຸລີໄດ້ໂປດເກົ້າຯ ໃຫ້ພະຍາສັນແຕ່ງທັບໄປປາບກະບົດ ແຕ່ພະຍາສັນກັບໄປເຂົ້າກັບກະບົດແລະນຳທັບເຂົ້າຍຶດກຸງໃນວັນທີ 4 ມີນາ ຄ.ສ. 1782 ພະຍາສັນໄດ້ກາບບັງຄົມທູນໃຫ້ສົມເດັດພະເຈົ້າກຸງທົນບຸລີສະຫຼະລາຊະສົມບັດແລະອອກຜະໜວດ ເຊີ່ງພະອົງຍອມທຳຕາມໃນວັນທີ 10 ມີນາ ພະຍາສັນຄອງເມືອງໄດ້ຮາວສອງສັບດາກົເຖີກປາບໂດຍທັບຂອງພະຍາສຸຣິຍະອະໄພ (ທອງອິນ) ພະຍາສຸຣິຍະອະໄພຈັບພິກສຸຕາກສຶກແລະຂັງໄວ້ ຫຼັງສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ຍົກທັບກັບຈາກກຳປູເຈຍມາເຖີງກຸງທົນບຸລີແລະໄດ້ສຳເຫຼັດໂທດກະບົດແລ້ວ ກົດຳຫຼິວ່າ ເຫດແຫ່ງກະບົດ ຄື ເຈົ້າຊີວິດອົງກ່ອນ ສົມເດັດເຈົ້າພະຍາຯ ໄດ້ພິພາກສາໂທດອະດີດພະເຈົ້າຕາກ ດັງຄວາມ :
ໂຕເປັນເຈົ້າຊີວິດໃຊ້ຂ່ອຍໄປກະທຳການສົງຄາມໄດ້ຄວາມລຳບາກກິນເຫື່ອຕ່າງນ້ຳ ຂ່ອຍກົອຸດສາຫະເຮົດສຶກບໍ່ໄດ້ອາໄລແກ່ຊີວິດ ຄິດແຕ່ຈະທຳນຸບຳລຸງແຜ່ນດິນໃຫ້ສິ້ນສ້ຽນໜາມ ຈະໃຫ້ສະມະນະພາມຈານແລະໄພ່ຟ້າປະຊາກອນຢູ່ເຍັນເປັນສຸກສິ້ນດ້ວຍກັນ ກົເຫດສະໄໜຢູ່ພາຍຫຼັງໂຕຈຶງເອົາບຸດພັນລະຍາຂ່ອຍມາຈອງຈຳໂທດ ແລ້ວໂບຍຕີພຣະພິກສຸສົງ ແລະລົງໂທດແກ່ຂ້າລາຊະການແລະອານາປະຊາລາຊະດອນ ເລົ່ງເອົາຊັບສິນໂດຍພະລະການດ້ວຍຫາຄວາມຜິດບໍ່ ເຮັດໃຫ້ແຜ່ນດິນເດືອດຮ້ອນທຸກເສົ້ນຢ້າ ທັ້ງພຣະພຸດທະສາດສະໜາກົຈະເສື່ອມຊຸດເສົ້າໝອງດຸດເມືອງມິດສາທິຖິສະນີ້[4]
— ສົມເດັດເຈົ້າພະຍາມະຫາກະສັດສຶກ ຕໍ່ວ່າທ້າວສິນ
ຕໍ່ມາທ້າວສິນເຖີກນຳຕົວໄປປະຫານຊີວິດດ້ວຍການຕັດສີສະ[5]
ໃນວັນທີ 6 ເມສາ ຄ.ສ. 1782 ຫຼັງສຳເຫຼັດໂທດພະເຈົ້າກຸງທົນບຸລີແລ້ວ ສົມເດັດເຈົ້າພະຍາມະຫາກະສັດສຶກໄດ້ປາບດາພິເສກເປັນປະຖົມກະສັດແຫ່ງລາຊະວົງຈັກກີ ຂະໜະມີພະຊົນພັນສາ 46 ພັນສາ ພະອົງໂປດເກົ້າຯ ໃຫ້ຍ້າຍລາຊະທານີຈາກກຸງທົນບຸລີເດີມທີ່ຢູ່ຝັ່ງຕະເວັນຕົກຂອງແມ່ນ້ຳເຈົ້າພະຍາມາຍັງຝັ່ງຕະເວັນອອກຂອງແມ່ນ້ຳ ພະອົງຍັງໂປດເກົ້າຯ ໃຫ້ສ້າງພະລາຊະວັງຫຼວງແລະໂປດເກົ້າຯ ໃຫ້ອັນເຊີນພະແກ້ວມໍລະກົດມະປະດິດສະຖານຍັງວັດພຣະສີຣັດຕະນະສາດສະດາຣາມ ຫຼັງຈາກນັ້ນ ຊົງພະກະລຸນາໂປດເກົ້າຯ ໃຫ້ຈັດງານສະຫຼອງສົມໂພດພະນະຄອນເປັນເວລາ 3 ວັນ ເມື່ອເສັດການສະຫຼອງພະນະຄອນແລ້ວ ພະອົງພະລາຊະທານນາມພະນະຄອນແຫ່ງໃໝ່ໃຫ້ຕ້ອງກັບນາມຂອງພຣະພຸດທະມະຫາມະນີຣັດຕະນະປະຕິມາກອນວ່າ "ກຸງເທບມະຫານະຄອນ ບໍວອນຣັດຕະນະໂກສິນ ມະຫິນທາຍຸດທະຍາ ມະຫາດິຫຼົກພົບ ນົບພະຣັດຕະນະຣາຊະທານີບຸຣີຣົມ ອຸດົມຣາຊະນິເວດມະຫາສະຖານ ອະມອນພິມານອະວະຕານສະຖິດ ສັກກະທັດຕິຍະວິສະນຸກຳປະສິດ" ຫຼືເວົ້າຢ່າງຍໍ້ວ່າ "ກຸງເທບມະຫານະຄອນ"
ຫຼັງຈາກການສະຫຼອງວັດພຣະແກ້ວແລ້ວ ກົປະຊວນຊົງພະໂສພະຢູ່ 3 ປີ[6] ພະອາການຊຸດລົງໄປເລື່ອຍໆ ຈົນກະທັ່ງສະເດັດສະຫວັນຄົດເມື່ອວັນທີ 7 ກັນຍາ ຄ.ສ. 1809 ນະ ພະທີ່ນັ່ງໄພສານທັກສິນ ສິລິພະຊົນພັນສາ 73 ພັນສາ ດຳລົງສິລິລາຊະສົມບັດ 27 ປີ
ພະບໍລົມສົບຖືກອັນເຊີນລົງພະລອງເງີນປະກອບດ້ວຍພະບໍລົມໂກດທອງໃຫຍ່ແລ້ວອັນເຊີນໄປປະດິດສະຖານໄວ້ ນະ ພະທີ່ນັ່ງດຸສິດມະຫາປາສາດ ພາຍໃຕ້ພະນົບພະປະດົນມະຫາສະເຫວດຕະສັດ ຕັ້ງເຄື່ອງສູງແລະເຄື່ອງລາຊູປະໂພກສະເຫຼີມພະກຽດຕິຍົດຕາມບູຮານລາຊະປະເພນີ ພະສົງສວດພະອະພິທຳ ໂຄມກອງຊະນະຕາມເວລາ ດັງເຊົ່ນງານພະບໍລົມສົບເຈົ້າຊີວິດສະໄໝກຸງສີອະຍຸດທະຍາທຸກປະການ ຈົນກະທັ່ງ ຄ.ສ. 1811 ພະເມລຸມາດເຊີ່ງສ້າງຕາມແບບພະເມລຸມາດສຳຫຼັບເຈົ້າຊີວິດອະຍຸດທະຍາໄດ້ສ້າງແລ້ວເສັດ ຈຶງອັນເຊີນພະບໍລົມໂກດຈາກພະທີ່ນັ່ງດຸສິດມະຫາປາສາດ ຂຶ້ນປະດິດສະຖານ ນະ ພະເມລຸມາດ ແລັວຈັດໃຫ້ມີການສົມໂພດພະບໍລົມສົບເປັນເວລາ 7 ມື້ 7 ຄືນ ຈຶງຖະຫວາຍພະເພີງພະບໍລົມສົບ ຫຼັງຈາກນັ້ນມີການສົມໂພດພະບໍລົມອັດຖິແລະບຳເພັນພະລາຊະກຸສົນ ເມື່ອແລ້ວເສັດຈຶງອັນເຊີນພະບໍລົມອັດຖິປະດິດສະຖານ ນະ ຫໍພະທາດມົນທຽນ ໃນພະບໍລົມມະຫາລາຊະວັງ ສ່ວນພະບໍລົມລາຊະສະລີລາງຄານເຊີນໄປລອຍບໍລິເວນໜ້າວັດປະທຸມຄົງຄາຣາຊະວໍຣະມະຫາວິຫານ
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດຊົງມີພະພັນລະຍາ 44 ທ່ານ ພະລາຊະບຸດ 42 ພະອົງ ດັງນີ້
ພາຍຫຼັງສະຫວັນຄົດ
ພະບາດສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ |
ເຈົ້າພະຍາຈັກກີ | ພະຍາຣາຊະນິກູນ | ເຈົ້າພະຍາວໍຣະວົງສາທິຣາດ | ເຈົ້າພະຍາໂກສາທິບໍດີ |
ຫຍົກ | ||||
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.