From Wikipedia, the free encyclopedia
ປະຊາທິປະໄຕ (ຄຳເຄົ້າ: ປະຂາທິປະຕັຍ, ອັງກິດ: democracy, ຝຣັ່ງ: démocratie) ແມ່ນແນວຄິດທີ່ເຊື່ອວ່າປະຊາຊົນມີສິດທີ່ຈະປົກຄອງຕົນເອງ ເຊິ່ງແຕກຕ່າງຈາກແນວຄິດກ່ອນໜ້າ ທີ່ເຊື່ອວ່າປະຊາຊົນມີຊີວິດເພື່ອການຮັບໃຊ້ພະມະຫາກະສັດ ຫຼື ມີຊິວິດຕາມຄວາມຕ້ອງການຂອງພະເຈົ້າ ການປ່ຽນກະບວນທັດນີ້ ແມ່ນຜົນຈາກຍຸກແສງສະຫວ່າງ.
ປະຊາທິປະໄຕນັ້ນ ກ່າວໄດ້ວ່າ ມີຄວາມໝາຍທັງໃນແງ່ອຸດົມການຫຼືລັດທິຄວາມຄິດທາງການເມືອງ ແລະ ຄວາມໝາຍໃນເຊິງລະບອບການປົກຄອງ ໂດຍແມ່ນທີ່ປະຈັກກັນທົ່ວໄປວ່າ ລະບອບການປົກຄອງທີ່ສາມາດຕອບສະໜອງຄວາມຕ້ອງການຂອງປະຊາຊົນໄດ້ຢ່າງມີປະສິດພາບແລະປະສິດຜົນ ໂດຍມີກົນໄກ ເງື່ອນໄຂຮອງຮັບສັກສີ ສິດທິເສລີພາບ ແລະ ຄວາມເທົ່າທຽມກັນຂອງບຸຄຄົນ ໃນສັງຄົມ ແມ່ນການປົກຄອງໃນລະບອບປະຊາທິປະໄຕ ເຊິ່ງເປັນລະບອບການປົກຄອງທີ່ຖືວ່າປະຊາຊົນແມ່ນອຳນາດອະທິປະໄຕ ແລະ ທຸກຄົນບໍ່ເວັ້ນພະມະຫາກະສັດຈະຕ້ອງຢູ່ພາຍໃຕ້ລັດຖະທຳມະນູນ.
ຄຳວ່າ ປະຊາທິປະໄຕ ມາຈາກພາສາເກຣັກບູຮານວ່າ “Democratia” ແມ່ນຄຳຜະສົມລະຫວ່າງຄຳວ່າ “Demo” ໝາຍເຖິງປະຊາຊົນຫຼືສາທາລະນະຊົນທົ່ວໄປ ແລະຄຳວ່າ cratia ເຊິ່ງໝາຍເຖິງລະບອບການປົກຄອງ.
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.