ພາສາລາວ
From Wikipedia, the free encyclopedia
ພາສາລາວ ແມ່ນພາສາຕະກຸນໄຕ-ກະໄດຂອງຄົນລາວ ໂດຍມີຄົນເວົ້າໃນປະເທດລາວ ເຊິ່ງເປັນພາສາລັດຖະການຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂອງປະຊາກອນປະມານ 7 ລ້ານຄົນ ແລະ ໃນພື້ນທີ່ພາກຕາເວັນອອກສຽງເໜືອຂອງປະເທດໄທທີ່ມີຄົນເວົ້າປະມານ 23 ລ້ານຄົນ ທາງລັດຖະບານປະເທດໄທມີການສະໜັບສະໜູນໃຫ້ເອີ້ນພາສາລາວຖິ່ນໄທວ່າ ພາສາລາວຖິ່ນອີສານ ນອກຈາກນີ້, ຢູ່ທາງພາກຕາເວັນອອກສຽງເໜືອຂອງປະເທດກຳປູເຈຍກໍມີຄົນເວົ້າພາສາລາວຄືກັນ. ພາສາລາວເປັນແມ່ຂອງຄົນເຊື້ອຊາດລາວທັງຢູ່ພາຍໃນແລະຕ່າງປະເທດ ທັງເປັນພາສາກາງຂອງພົນລະເມືອງໃນປະເທດລາວທີ່ມີພາສາອື່ນອີກຫຼາຍພາສາ ເຊິ່ງບາງພາສາບໍ່ມີຄວາມກ່ຽວຂ້ອງກັບພາສານີ້[3] .
ພາສາລາວ | |
---|---|
ອອກສຽງ | pʰáːsǎː láːw |
ປະເທດທີ່ມີການເວົ້າ | ລາວ ໄທ (ພາກອີສານ) ກຳປູເຈຍ (ສະຕຶງແຕຣງ (ຊຽງແຕງ), ພຣະວິຫານ ແລະຣັດຕະນະຄີຣີ) |
ຊົນເຜົ່າ | ຊາວລາວ ຊາວອີສານ |
ຈຳນວນຜູ້ເວົ້າ | 30 ລ້ານຄົນ[1] (ບໍ່ພົບວັນທີ) |
ຕະກຸນພາສາ | ກະ-ໄຕ
|
ພາສາຖິ່ນ | ລາວເໜືອ (ລາວຫຼວງພະບາງ)
ລາວຕາເວັນຕົກສຽງເໜືອ
ລາວກາງ (ພວນ)
ລາວໃຕ້
ລາວຕາເວັນຕົກ
|
ລະບົບການຂຽນ | ອັກສອນລາວໃນປະເທດລາວ ອັກສອນໄທໃນປະເທດໄທ ອັກສອນນູນລາວ ແລະ ໄທ |
ສະຖານະພາບທາງການ | |
ພາສາທາງການ | ລາວ
ອາຊຽນ[2] |
ພາສາຊົນກຸ່ມນ້ອຍທີ່ຮັບຮອງໃນ | ໄທ ກຳປູເຈຍ |
ຜູ້ວາງລະບຽບ | ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ກະຊວງສຶກສາທິການແລະກິລາ ແລະ ສະຖາບັນວິທະຍາສາດສັງຄົມ ຄະນະອັກສອນສາດ ມະຫາວິທະຍາໄລແຫ່ງຊາດ |
ລະຫັດພາສາ | |
ISO 639-1 | lo |
ISO 639-2 | lao |
ISO 639-3 | la |
ພາສາລາວເປັນພາສາທີ່ມີວັນນະຍຸດແລະແຍກໜ່ວຍຄໍາຄືກັບພາສາຕະກຸນໄຕ-ກະໄດອື່ນ ໆ ແລະພາສາຈີນກັບພາສາຫວຽດນາມ[4] ພາສານີ້ສາມາດເຂົ້າໃຈກັນລະຫວ່າງກັບພາສາລາວ ແລະ ພາສາໄທ ເຊິ່ງຢູ່ໃນພາສາໄຕຕາເວັນຕົກສຽງໃຕ້ຄືກັນ ພາສາເຫຼົ່ານີ້ຂຽນດ້ວຍຕົວອັກສອນທີ່ຄ້າຍຄືກັນ ພ້ອມກັບພາສາກໍມີຄວາມໃກ້ຄຽງກັນ ແລະ ກໍ່ໃຫ້ເກີດຄວາມຕໍ່ເນື່ອງຂອງພາສາ[5]
ພາສາລາວສືບທອດມາຈາກພາສາຕະກຸນໄຕ-ກະໄດ ຢູ່ພາກໃຕ້ຂອງປະເທດຈີນ ເຊິ່ງເປັນຈຸດເດີມຂອງຫຼາຍພາສາໃນຕະກຸນນີ້ທີ່ຍັງຖືກໃຊ້ ແລະ ຖືກເວົ້າຢູ່ໂດຍຫຼາຍຊົນເຜົ່າໃນປັດຈຸບັນ. ເນື່ອງຈາກຖືກຄວາມກົດດັນຈາກການຂະຫຍາຍຕົວຂອງອານາຈັກຈີນ, ການບຸກຮຸກຮານຂອງຊາວມົງໂກລີ ແລະ ການປູກຝັງທຳມາຫາກິນ, ຄົນໄຕ (ໄທ) ໄດ້ຍົກຍ້າຍລົງມາທາງໃຕ້ກະຈາຍໄປຕາມແຫຼ່ງທໍາມາຫາກິນທີ່ເໝາະສົມກັບຕົນ. ການອົບພະຍົບຂອງຊາວໄຕກໍໄດ້ມີກ່າວໄວ້ໃນພື້ນຂຸນບູຣົມ.
ເຖິງແມ່ນວ່າພາສາລາວຍັງບໍ່ມີສໍານຽງມາຕະຖານຢ່າງເປັນທາງການກໍຕາມ ແຕ່ໃນຊ່ວງຫຼັງຂອງຄຣິດສະຕະວັດທີ 20 ສໍານຽງວຽງຈັນກາຍເປັນສໍານຽງມາຕະຖານເນື່ອງຈາກຄົນທົ່ວໄປມັກໃຊ້ໃນການເວົ້າລົມປະຈຳວັນແລະຊາວລາວກໍສາມາດສື່ສານ ແລະ ເຂົ້າໃຈໄດ້.