ສະພາສູງ ມີບົດບາດກວດກາຮ່າງກົດຫມາຍທີ່ທາງສະພາຕໍ່ານຳສະເຫມີ ຖ້າຫາກສະພາສູງບໍ່ເຫັນດີຜ່ານໃຫ້ ສະພາຕໍ່າຕ້ອງໄດ້ດັດແກ້ຮ່າງກົດຫມາຍນັ້ນໆ, ນອກນັ້ນ ປັນຫາໃຫຍ່ໆລະດັບຊາດທັງຫຼາຍ ທີ່ແກ້ບໍ່ຕົກ ທາງສະພາສູງຍັງມີບົດບາດເປັນຜູ້ພິຈະລະນາ ແກ້ໄຂ. ໃນຫຼາຍປະເທດສະພາສູງນີ້ເຖິງຈະມີບົດບາດສູງກໍຈິງ ແຕ່ກໍບໍ່ແມ່ນສະພາທີ່ປະກອບດ້ວຍສຳມາຊິກ ທີ່ໄດ້ມາຈາກການເລືອກຕັ້ງໂດຍປະຊາຊົນ ແຕ່ຫາກເປັນພຽງການແຕ່ງຕັ້ງກັນຂື້ນມາ. ຕາມປົກກະຕິສຳມາຊິກສະພາສູງ ຈະໜ້ອຍກ່ອນສະພາຕໍາ.

ຫຼາຍປະເທດເຊົາໃຊ້ສະບົບສອງສະພາ ເພາະມັນເປັນການຫຍຸ້ງຍາກ ແລະຊັກຊ້າໃນການ ສ້າງຮ່າງກົດຫມາຍ ແລະຕັດສີນປັນຫາລະດັບຊາດ, ນອກນັ້ນກໍຍັງເປັນການເຮັດໃຫ້ການນຳໃຊ້ສະບົບປະຊາທິປະໄຕບໍ່ເຕັມເມັດເຕັມຫນ່ວຍ.

Wikiwand in your browser!

Seamless Wikipedia browsing. On steroids.

Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.

Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.