ເຂດໃນບາງກອກ ປະເທດໄທ From Wikipedia, the free encyclopedia
ເຂດພະນະຄອນ (ໄທ: เขตพระนคร) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກກາງ ຖືເປັນເຂດອະນຸລັກເມືອງເກົ່າ ແຫຼ່ງທ່ອງທ່ຽວເຊິງປະຫວັດສາດແລະສິລະປະວັດທະນະທຳທາງຝັ່ງພະນະຄອນ ເນື່ອງຈາກມີບ່ອນທີ່ສຳຄັນທາງດ້ານວັດທະນະທຳແລະດ້ານການເມືອງປົກຄອງຕັ້ງຢູ່ເປັນຈຳນວນຫຼາຍ ເຊິ່ງເຂດພະນະຄອນເປັນທີ່ຕັ້ງຂອງເກາະລັດຕະນະໂກສິນໃນປັດຈຸບັນ
|
ຕັ້ງຢູ່ບົນເກາະລັດຕະນະໂກສິນ ເຊິ່ງເປັນບໍລິເວນຕາເວັນຕົກສຸດຂອງຝັ່ງພະນະຄອນ ມີອານາເຂດຕິດຕໍ່ກັບເຂດຂ້າງຄຽງ ດັງນີ້
ເຂດພະນະຄອນ ເດີມມີຖານະເປັນ ອຳເພີຊະນະສົງຄາມ ຂຶ້ນກັບກົມນະຄອນບານ ມີທີ່ວ່າການອຳເພີຕັ້ງຢູ່ທີ່ຖະໜົນຈັກກະພົງ ຕິດກັບວັດຊະນະສົງຄາມດ້ານເໜືອ
ໃນວັນທີ່ 15 ຕຸລາ ຄ.ສ. 1915 ໄດ້ມີປະກາດຍົກເລີກອຳເພີຊັ້ນໃນແຕ່ເດີມແລະຕັ້ງອຳເພີຊັ້ນໃນຂຶ້ນໃໝ່ 25 ອຳເພີ ໄດ້ແກ່ ອຳເພີພະລາຊະວັງ ອຳເພີຊະນະສົງຄາມ ອຳເພີສຳລານລາດ ອຳເພີພາຫຸລັດ ອຳເພີຈັກກະຫວັດ ອຳເພີສັມພັນທະວົງ ອຳເພີສາມແຍກ ອຳເພີປ້ອມປາບສັດຕູພ່າຍ ອຳເພີສາມຍອດ ອຳເພີນາງເລິ້ງ ອຳເພີບາງຂຸນພົມ ອຳເພີສາມເສນ ອຳເພີດຸສິດ ອຳເພີພະຍາໄທ ອຳເພີປະແຈຈີນ ອຳເພີປະທຸມວັນ ອຳເພີບາງຮັກ ອຳເພີສາທອນ ອຳເພີບ້ານທະວາຍ ອຳເພີບາງພັດ ອຳເພີອະມະລິນ ອຳເພີຫົງສາຮາມ ອຳເພີລາຊະຄຶກ ອຳເພີບຸບຜາຮາມ ແລະອຳເພີບຸກຄະໂລ
ເຂດພະນະຄອນແບ່ງເຂດການປົກຄອງຍ່ອຍອອກເປັນ 12 ແຂວງ (khwaeng) ໄດ້ແກ່
ອັກສອນລາວ | ອັກສອນໂລມັງ | ພື້ນທີ່ (ຕລ.ກມ.) | ຈຳນວນປະຊາກອນ (ມັງກອນ 2016) | ຈຳນວນບ້ານ (ມັງກອນ 2016) | ຄວາມໜາແໜ້ນປະຊາກອນ (ມັງກອນ 2016) |
---|---|---|---|---|---|
ພຣະບໍລົມມະຫາລາຊະວັງ | Phra Borom Maha Ratchawang | 1.647 | 4,263 | 1,305 | 2,588.34 |
ວັງບູລະພາພິຣົມ | Wang Burapha Phirom | 0.720 | 11,658 | 5,361 | 16,191.66 |
ວັດລາຊະບໍພິດ | Wat Ratchabophit | 0.220 | 3,484 | 984 | 15,836.36 |
ສຳລານລາດ | Samran Rat | 0.230 | 3,513 | 1,138 | 15,273.91 |
ສານເຈົ້າພໍ່ເສືອ | San Chao Pho Suea | 0.144 | 3,351 | 998 | 23,270.83 |
ເສົາຊິງຊ້າ | Sao Chingcha | 0.153 | 2,440 | 709 | 15,947.71 |
ບໍວອນນິເວດ | Bowon Niwet | 0.496 | 5,302 | 1,636 | 10,689.51 |
ຕະຫຼາດຍອດ | Talat Yot | 0.193 | 2,672 | 1,211 | 13,844.55 |
ຊະນະສົງຄາມ | Chana Songkhram | 0.339 | 2,074 | 825 | 6,117.99 |
ບ້ານພານຖົມ | Ban Phan Thom | 0.414 | 7,120 | 2,031 | 17,198.06 |
ບາງຂຸນພົມ | Bang Khun Phrom | 0.458 | 4,856 | 2,106 | 10,602.62 |
ວັດສາມພຣະຍາ | Wat Sam Phraya | 0.522 | 3,064 | 972 | 5,869.73 |
ທັງໝົດ | 5.536 | 53,797 | 19,276 | 9,717.66 |
ໄດ້ແກ່
ມີຈຳນວນ 24 ແຫ່ງ ໄດ້ແກ່
ມີຈຳນວນ 2 ແຫ່ງ ໄດ້ແກ່
ມີຈຳນວນ 7 ແຫ່ງ ໄດ້ແກ່
ໃນຕອນເລິ່ມແຮກນັ້ນ ສົມເດັດພະພຸດທະຍອດຟ້າຈຸລາໂລກມະຫາລາດ ໂປດເກົ້າໃຫ້ສ້າງ14 ປ້ອມປາການ ເພື່ອຮັກສາພະນະຄອນ ແຕ່ຖືກລື້ລົງເກືອບໝົດໃນສະໄໝຕໍ່ມາ ປັດຈຸບັນຫຼົງເຫຼືອຢູ່ພຽງ 2 ປ້ອມ ໄດ້ແກ່ ປ້ອມພະສຸເມນແລະປ້ອມມະຫາການ ແຕ່ເດີມນັ້ນ ບໍລິເວນຮອບ ໆ ປ້ອມພະສຸເມນ ເປັນແຄ່ຖະໜົນທຳມະດາ ແຕ່ໃນປີ ຄ.ສ. 2000 ໄດ້ສ້າງສວນສາທາລະນະສວນສັນຕິໄຊປາການ
ເມື່ອປີ ຄ.ສ. 2005 ທາງລັດຖະບານໄດ້ອະພິປາຍພື້ນທີ່ບໍລິເວນຕັ້ງແຕ່ສະພານພະພຸດທະຍອດຟ້າຈນຮອດທ່າວາສຸກີ ສົ່ງໄປໃຫ້ອົງການຍູເນສໂກເພື່ອໃຫ້ເປັນແຫຼ່ງມໍລະດົກໂລກໃນອະນາຄົດ
ເປັນເຂດດຽວທີ່ມີບໍລິການລົດຮາງຣອບເກາະລັດຕະນະໂກສິນ[2] ມີຖະໜົນສາຍຫຼັກໃນເຂດພະນະຄອນ ໄດ້ແກ່
ແລະມີຂົວຂ້າມແມ່ນ້ຳເຈົ້າພະຍາ 4 ແຫ່ງ ໄດ້ແກ່
ແລະກຳລັງມີການກໍ່ສ້າງສະຖານີລົດໄຟຟ້າ ໃນໂຄງການລົດໄຟຟ້າມະຫານະຄອນ ສາຍສະເຫຼີມລັດຊະມົງຄົນ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.