ມິສຢູນີເວີຣສ
From Wikipedia, the free encyclopedia
ມິສຢູນິເວີຣສ ຫຼື ນາງງາມຈັກກະວານ (ອັງກິດ: Miss Universe) ເປັນການປະກວດຄວາມງາມປະຈຳປີ ເລີ່ມຈັດຂຶ້ນເມື່ອປີ 1952 ປາຊີຟິກມິລສ໌ (Pacific Mills) ບໍລິສັດເສື້ອຜ້າຈາກລັດແຄລິຟໍເນຍຂອງສະຫະລັດອາເມຣິກາ ແລະ ຫຼັງຈາກນັ້ນໄດ້ບໍລິຫານງານໂດຍເຄເຊີຣ໌-ຣອດທ໌ (Kayser-Roth) ແລະ ຕາມດ້ວຍກັລຟ໌ ແອນ ວອສເທີນ ອິນດຣິດທຣີສ໌ (Gulf and Western Industries) ຈົນຮອດປີ 1996 ໂດນັລ ທຣັມ ເຊິ່ງຕໍ່ມາເປັນປະທານາທິບໍດີສະຫະລັດອາເມລິກາ ໄດ້ຊື້ກິດຈະການ ແລະ ບໍລິຫານງານໂດຍອົງການມິສຢູນິເວີຣສ (Miss Universe Organization) ໃນເດືອນກັນຍາປີ 2015 ໂດນັລ ທຣັມ ໄດ້ຂາຍກິດຈະການອົງການມິສຢູນິເວີຣສໃຫ້ເອນເດຟເວີ (Endeavour) ຜ່ານໄອເອັມຈີ ຈົນມາຮອດໃນວັນທີ 25 ຕຸລາ 2022 ເຈເຄເອັນ ໂກລບອລ ກຣຸ໊ບ ຂອງຈັກກຣະພົງ ຈັກກຣາຈຸທາທິບ ໄດ້ເຈົ້າຊື້ກິດຈະການອົງການມິສຢູນິເວີຣສຜ່ານເຈເຄເອັນ ເມຕາເວີຣສ ເຊິ່ງເປັນບໍລິສັດໃນເຄືອທີ່ຈັດຕັ້ງຕາມກົດໝາຍຂອງສະຫະລັດອາເມຣິກາ ເຮັດໃຫ້ເຈເຄເອັນກາຍເປັນຜູ້ຈັດການປະກວດມິສຢູນິເວີຣສລາຍປັດຈຸບັນ[1]
ລິ້ງຂ້າມພາສາໃນບົດຄວາມນີ້ ມີໄວ້ໃຫ້ຜູ້ອ່ານ ແລະ ຜູ້ຮ່ວມແກ້ໄຂບົດຄວາມສຶກສາເພີ່ມເຕີມໄດ້ສະດວກ ເນື່ອງຈາກວິກິພີເດຍພາສາລາວ ຍັງບໍ່ມີບົດຄວາມດັ່ງກ່າວ ຢ່າງໃດກໍຕາມ ຄວນຮີບສ້າງເປັນບົດຄວາມໂດຍໄວທີ່ສຸດ |
ຄຳຂວັນ | Beautifully Confident |
---|---|
ກໍ່ຕັ້ງ | 28 ມິຖຸນາ 1952; 71 ປີກ່ອນ (1952-06-28) |
ປະເພດ | ການປະກວດຄວາມງາມ |
ສຳນັກງານໃຫຍ່ | |
ພາສາທາງການ | ອັງກິດ |
ເຈົ້າຂອງ | ຈັກກຣະພົງ ຈັກກຣາຈຸທາທິບ |
ປະທານ | ພອລລາ ຊູກຣາດ |
ປະທານເຈົ້າໜ້າທີ່ບໍລິຫານ | ເອມີ ເອເມີຣ໌ຣີຊ |
ອົງກອນປົກຄອງ | ເຈເຄເອັນ ໂກລບອລ ກຣຸ໊ບ |
ສັງກັດ | ເຈເຄເອັນ ເມຕາເວີຣສ |
ງົບປະມານ | US$100 ລ້ານ (ລາຍໄດ້ຕໍ່ປີ) |
ເວັບໄຊ | MissUniverse.com |