ຈັງຫວັດຊຽງໃໝ່
From Wikipedia, the free encyclopedia
ແຂວງຊຽງໃໝ່ (ຄຳເມືອງ: ; ໄທ: จังหวัดเชียงใหม่) ແມ່ນຈັງຫວັດໜຶ່ງຂອງໄທ ຕັ້ງຢູ່ທາງພາກເໜືອຂອງປະເທດ ຄອບຄຸມພື້ນທີ່ປະມານ 20,107 ຕາລາງກິໂລແມັດ ເຊິ່ງໃຫຍ່ເປັນອັນດັບທີ 2 ຂອງປະເທດ ແລະມີຈຳນວນປະຊາກອນປະມານ 1,728,242 ລ້ານຄົນ, ເຊິ່ງຫຼາຍເປັນອັນດັບທີ 5 ຂອງປະເທດ ໃນຈຳນວນນີ້ ແມ່ນປະຊາກອນທີ່ອາໄສຢູ່ໃນເຂດເມືອງແລະຊານເມືອງປະມານ 960,906 ຄົນ ໂດຍຈັງຫວັດຊຽງໃໝ່ທິດເໜືອຕິດຕໍ່ກັບລັດສານຂອງພະມ້າ.
ຈັງຫວັດຊຽງໃໝ່ จังหวัดเชียงใหม่ ᨧᩢ᩠ᨦᩉ᩠ᩅᩢᨩ᩠ᨿᨦᩉᩲ᩠ᨾ᩵ ນະຄອນພິງ | |
---|---|
ດອຍອິນທະນົນ | |
ຊື່: ນົບພະບູລີສີນະຄອນພິງຊຽງໃໝ່ | |
ຄຳຂວັນ: ดอยสุเทพเป็นศรี ประเพณีเป็นสง่า บุปผชาติล้วนงามตา นามล้ำค่านครพิงค์ (ດອຍສຸເທບເປັນສີ ປະເພນີເປັນສະຫງ່າ ບຸບຜະຊາດລ້ວນງາມຕາ ນາມລ້ຳຄ່ານະຄອນພິງ) | |
ເພງ: ນະຄອນຊຽງໃໝ່ | |
ແຜນທີ່ປະເທດໄທ ຈັງຫວັດຊຽງໃໝ່ເນ້ນສີແດງ | |
ປະເທດ | ໄທ |
ອຳເພີເມືອງ | ເມືອງຊຽງໃໝ່ |
ສ້າງຕັ້ງວຽງຊຽງໃໝ່ | 19 ເມສາ ຄ.ສ. 1296 |
ຜູ້ກໍ່ຕັ້ງ | ພະຍາມັງຮາຍ |
ການປົກຄອງ | |
• ຜູ້ວ່າລາຊະການ | ນິຣັດ ພົງສິດທິຖາວອນ |
• ນາຍົກອົງການບໍລິຫານ | ພິໄຊ ເລີດພົງອະດິສອນ |
ພື້ນທີ່ | |
• ທັງໝົດ | 20,232.057 ຕລ.ກມ. (Bad rounding here7,800 ຕລ.ໄມລ໌) |
ອັນດັບພື້ນທີ່ | 2 |
ປະຊາກອນ (ຄ.ສ. 2023) | |
• ທັງໝົດ | 1,797,075 ຄົນ |
• ຄວາມໜາແໜ້ນ | 89 ຄົນ/ຕລ.ກມ. (230 ຄົນ/ຕລ.ໄມລ໌) |
ເດມະນິມ | ຊາວຊຽງໃໝ່ |
ເຂດເວລາ | UTC+7 (ICT) |
ລະຫັດ ISO 3166 | TH-50 |
ທະບຽນພາຫະນະ | เชียงใหม่ |
ເວັບໄຊ | chiangmai |
ແຂວງຊຽງໃໝ່ແບ່ງການປົກຄອງອອກເປັນ 25 ເມືອງມີເມືອງຊຽງໃໝ່ເປັນສູນກາງຂອງແຂວງ. ເມື່ອ ຄ.ສ.2009 ມີການຈັດຕັ້ງເມືອງກັນລະຍານິວັດທະນາເປັນອຳເພີທີ 25 ຂອງແຂວງ ແລະອັນດັບທີ 878 ຂອງປະເທດ ເຊິ່ງເປັນອຳເພີຫຼ້າສຸດຂອງໄທ.
ແຂວງຊຽງໃໝ່ມີປະຫວັດອັນຍາວນານ ເຄີຍເປັນນະຄອນຫຼວງຂອງອານາຈັກລ້ານນາແຕ່ບູຮານມີ "ຄຳເມືອງ" ເປັນພາສາທ້ອງຖິ່ນ ມີເອກະລັກສະເພາະໂຕທັງດ້ານປະເພນີວັດທະນະທຳ ແລະມີແຫຼ່ງທ່ອງທ່ຽວຈຳນວນຫຼາຍ ໂດຍເລີ່ມວາງໂຕເປັນນະຄອນສ້າງສັນ ແລະພວມພິຈາລະນາສະໝັກເຂົ້າເປັນຂອງຢູເນສະໂກ.