ປະເທດຊູແອດ
From Wikipedia, the free encyclopedia
ປະເທດຊູແອດ ຫຼື ປະເທດສວີເດນ (ອັງກິດ: Sweden, ຊູແອດ: Sverige, ຝຣັ່ງ: Suède) ແມ່ນປະເທດນຶ່ງທີ່ຢູ່ໃນທະວີບເອີລົບ. ຫຼື ລາຊະອານາຈັກຊູແອດ (ຊູແອດ: Konungariket Sverige, ຝຣັ່ງ: Royaume de Suède) ເປັນປະເທດກຸ່ມນອກດິກຕັ້ງຢູ່ເທິງແຫຼມສະການດິນາວີ ໃນເອີລົບເໜືອ ເຂດແດນທາງຕາເວັນຕົກຕິດກັບປະເທດນອກແວດ ທາງຕາເວັນອອກສຽງເໜືອຕິກຕໍ່ປະເທດແຟງລັງ ແລະຊ່ອງແຄບ ສະແກເກີແລກ (Skagerrak) ທາງຕາເວັນຕົກສຽງໃຕ້ຕິດກັບຊ່ອງແຄບແກຕີແກດ (Kattegat) ແລະທາງຕາເວັນອອກຕິດກັບທະເລບານຕິກ ແລະອ່າວບົດນີ. ມີສະຕອກໂຮມເປັນນະຄອນຫຼວງ. ປະເທດຊູແອດມີປະຊາກອນທີ່ເບົາບາງ ເວ້ນແຕ່ໃນເຂດເມືອງໃຫຍ່ ພື້ນທີ່ສ່ວນໃຫຍ່ຂອງປະເທດປະກອບດ້ວຍປ່າໄມ້ ແລະພູສູງ.