ນະຄອນຫຼວງ
From Wikipedia, the free encyclopedia
ນະຄອນຫຼວງ (ຄຳເຄົ້າ: ນະຄອຣຫຼວງ[1]) ຫຼື ເມືອງຫຼວງ ຫຼື ລາຊະທານີ (ຄຳເຄົ້າ: ຣາຊທານີ[2]) ແມ່ນ ເມືອງຫຼັກທີ່ກ່ຽວຂ້ອງກັບລັດຖະບານ. ສ່ວນໃຫຍ່ແມ່ນທີ່ຕັ້ງຂອງທຳນຽບລັດຖະບານ.
ໃນພາສາລາວ ມີຫຼາຍ ຄຳສັບ ເຊັ່ນ: ນະຄອນ, ທານີ, ສຳລັບຄຳວ່າ ນະຄອນຫຼວງນັ້ນຍັງມີຄວາມໝາຍເປັນເນື້ອໄນຄື ໝາຍເຖິງ ເມືອງໃຫຍ່(ຫຼວງ ແປວ່າ ໃຫຍ່). ຄຳວ່ານະຄອນຫຼວງ ບໍ່ໄດ້ໝາຍຄວາມວ່າ ເມືອງໃຫຍ່ທີ່ສຸດ.
ເມືອງຫຼວງໃນບາງປະເທດ ມີຂະໜາດນ້ອຍກວ່າເມືອງອື່ນ ເຊັ່ນໃນ ສະຫະລັດອາເມຣິກາ ອິນເດຽ ເບຣຊິລ. ສຳລັບຄຳວ່າເມືອງຫຼວງນີ້ ອາດເປັນນະຄອນຫຼວງຂອງລັດ (ໃນປະເທດທີ່ປົກຄອງແບບສາທາລະນະລັດ ເປັນຕົ້ນ) ຫຼືນະຄອນຫຼວງຂອງເຂດການປົກຄອງຣະດັບໃດໆ ກໍ່ໄດ້ ເຊັ່ນ ເມືອງເອກ ປຽບດັ່ງເປັນນະຄອນຫຼວງຂອງແຂວງ.