ທະວີບເອີຣົບ
ທະວີບໃນຊີກໂລກເໜືອ / From Wikipedia, the free encyclopedia
ເອີຣົບ (ອັງກິດ: Europe) ແມ່ນທະວີບໃນທິດຕາເວັນຕົກ. ມີຖານະເປັນທະວີບທັງໃນທາງປະຫວັດສາດ ແລະ ວັດທະນະທຳ. ໃນທາງພູມສາດ ແມ່ນອະນຸທະວີບທີ່ຢູ່ທາງດ້ານຕາເວັນຕົກຂອງມະຫາທະວີບເອີລາຊີ. ມີພົມແດນທາງເໜືອຕິດກັບມະຫາສະໝຸດອາກຕິກ ທາງຕາເວັນຕົກຕິດກັບມະຫາສະໝຸດອັດລັງຕິກ ທາງໃຕ້ຕິດກັບທະເລເມດີແຕຣາເນ ແລະ ທະເລດຳ ດ້ານຕາເວັນອອກຕິດກັບພູອູລັນ ແລະ ທະເລກາສະປຽນ[9].
Quick Facts ພື້ນທີ່, ປະຊາກອນ ...
ພື້ນທີ່ | 10,180,000 ຕາລາງກິໂລແມັດ (3,930,000 ຕາລາງໄມລ໌)[1] (ອັນດັບທີ 6)[a] |
---|---|
ປະຊາກອນ | 741,447,158 (2017; ອັນດັບທີ 3)[2] |
ຄວາມໜາແໜ້ນ | 72.9 ຄົນຕໍ່ຕາລາງກິໂລແມັດ (188 ຄົນຕໍ່ຕາລາງໄມລ໌) (ອັນດັບທີ 2) |
GDP (ອຳນາດຊື້) | 30.37 ພັນຕື້ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 2)[3] |
GDP (ລາຄາຕະຫຼາດ) | 23.05 ພັນຕື້ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 3)[4] |
GDP ຕໍ່ຫົວ | 31,020 ໂດລາສະຫະລັດ (ປະມານປີ 2021; ອັນດັບທີ 3)[c][5] |
HDI | 0.845[6] |
ສາສະໜາ | |
ເດມະນິມ | ຊາວເອີຣົບ |
ປະເທດ | 50 ລັດເອກະລາດ ໄດ້ຮັບການຮັບຮອງບາງສ່ວນ 6 ແຫ່ງ |
ດິນແດນ | 6 ດິນແດນ |
ພາສາ | ພາສາແມ່ທີ່ມີຜູ້ເວົ້າຫຼາຍທີ່ສຸດ: |
ເຂດເວລາ | UTC−1 ເຖິງ UTC+5 |
ເມືອງໃຫຍ່ | ພື້ນທີ່ເມືອງໃຫຍ່ທີ່ສຸດ: |
|
Close
ເອີຣົບມີພື້ນທີ່ 10,180,000 ຕລ.ກມ. ນ້ອຍທີ່ສຸດເປັນອັນດັບສອງຮອງຈາກທະວີບອົດສະຕຣາລີ ແຕ່ມີຈຳນວນປະຊາກອນຫຼາຍທີ່ສຸດເປັນອັນດັບ 3 ຮອງຈາກອາຊີ ແລະ ອາຟຣິກາ ປີ ຄ.ສ 2003 ເອີຣົບມີປະຊາກອນປະມານ 799,566,000 ຄົນ ຫຼື ປະມານ 1 ໃນ 8 ຂອງປະຊາກອນໂລກ.