ມະຫາວິທະຍາໄລທຳມະສາດ
ມະຫາວິທະຍາໄລໃນປະເທດໄທ / From Wikipedia, the free encyclopedia
ມະຫາວິທະຍາໄລທຳມະສາດ (ໄທ: มหาวิทยาลัยธรรมศาสตร์) ແມ່ນມະຫາວິທະຍາໄລແຫ່ງທີສອງຂອງປະເທດໄທ ກໍຕັ້ງໃນຊື່ "ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ" (ອັງກິດ: The University of Moral and Political Sciences; ອັກສອນຫຍໍ້: ມ.ທ.ກ. – UMPS) ເມື່ອວັນທີ 27 ມິຖຸນາ ຄ.ສ. 1934 ໂດຍມີຈຸດປະສົງເພື່ອເປັນຕະຫຼາດວິຊາ ເພື່ອການສຶກສາດ້ານກົດໝາຍແລະການເມືອງ ສຳລັບປະຊາຊົນທົ່ວໄປ ຕໍ່ມາໃນປີ ຄ.ສ. 1952 ລັດຖະບານປ່ຽນເປັນຊື່ປັດຈຸບັນ ນັບເປັນມະຫາວິທະຍາໄລທີ່ມີອາຍຸເປັນອັນດັບ 2 ຂອງປະເທດໄທແລະມີປະຫວັດສາດຜູກພັນກັບພັດທະນາການທາງການເມືອງແລະຄວາມເປັນໄປຂອງຊາດ ຕະຫຼອດຈົນເລື່ອງຂອງລັດຖະທຳມະນູນແລະປະຊາທິປະໄຕ[1] ໂດຍສະເພາະຢ່າງຍິ່ງໃນເຫດການ 14 ຕຸລາ 1973 ແລະ 6 ຕຸລາ 1976[2] ມະຫາວິທະຍາໄລທຳມະສາດມີຜູ້ປະສາດການແລະອະທິການບໍດີມາແລ້ວ 23 ຄົນ ອະທິການບໍດີຄົນປະຈຸບັນຄື ຮອງສາດສະດາຈານ ເກສິນີ ວິທູນຊາດ ແລະນາຍົກສະພາມະຫາວິທະຍາໄລ ຄື ສາດສະດາຈານພິເສດ ນໍຣະນິຕິ ເສດຖະບຸດ ວັນທີ 17 ກໍລະກົດ ຄ.ສ. 2015 ລາດຊະກິດຈານຸເບກສາໄດ້ລົງປະກາດ "ພະລາດຊະບັນຍັດມະຫາວິທະຍາໄລທຳມະສາດ ຄ.ສ. 2015 " ເຊິ່ງໄດ້ມີຜົນໃຫ້ມະຫາວິທະຍາໄລທຳມະສາດທີສະພາບເປັນມະຫາວິທະຍາໄລໃນກຳກັບຂອງລັດອີກ 30 ວັນຕໍ່ມາ[3]
ບົດຄວາມນີ້ຂາດການອ້າງອີງຈາກເອກະສານອ້າງອີງຫຼືແຫຼ່ງຂໍ້ມູນ. ກະລຸນາຊ່ອຍພັດທະນາບົດຄວາມນີ້ໂດຍຕື່ມແຫຼ່ງຂໍ້ມູນເປັນຕາເຊື່ອຖື. ເນື້ອຫາເຊິ່ງຂາດການອ້າງອີງອາດຖືກຄັດຄ້ານຫຼືນຳອອກ |
ມະຫາວິທະຍາໄລທຳມະສາດ | |
---|---|
มหาวิทยาลัยธรรมศาสตร์ | |
ຄະຕິພົດ | ເປັນເລີດ ເປັນທຳ ຮ່ວມນຳສັງຄົມ |
ສະຖາປະນາ | 27 ເມຖຸນ ຄ.ສ. 1934 |
ປະເພດ | ສະຖາບັນອຸດົມສຶກສາໃນກຳກັບຂອງລັດ |
ອະທິການບໍດີ | ຮສ. ເກສິນີ ວິທູນຊາດ |
ນາຍົກສະພາ | ສ.ດຣ. ສຸຣະພົນ ນິຕິໄກພົດ |
ຈຳນວນນັກຮຽນ | 37,564 ຄົນ |
ທີ່ຢູ່ | ທ່າພະຈັນ 2 ຖະໜົນພະຈັນ ແຂວງພະບໍລົມມະຫາລາຊະວັງ ເຂດພະນະຄອນ ບາງກອກ 10200 |
ວິທະຍາເຂດ | • ສູນຣັງສິດ 99 ໝູ່ 18 ຖະໜົນພະຫົນໂຍທິນ ຕຳບົນຄອງໜຶ່ງ ອຳເພີຄອງຫຼວງ ຈັງຫວັດປະທຸມທານີ 12120 • ສູນລຳປາງ 39/4 ໝູ່ 5 ຕຳບົນໂປ່ງ ອຳເພີບາງລະມຸງ ຈັງຫວັດຊົນບຸລີ 20150 |
ຊື່ເດີມ | ມະຫາວິທະຍາໄລວິຊາທຳມະສາດແລະການເມືອງ |
ຜູ້ສະຖາປະນາ | ສ.ດຮ. ປີດີ ພະນົມຍົງ |
ສີປະຈຳສະຖາບັນ | ສີເຫຼືອງ ສີແດງ |
ເຄືອຂ່າຍ | LAOTSE, GMSARN |
ເວັບ | tu.ac.th |
ມະຫາວິທະຍາໄລເປັນສະມາຊິກຂອງເຄືອຂ່າຍ LAOTSE ເຊິ່ງເປັນຄວາມຮ່ວມມືລະຫວ່າງມະຫາວິທະຍາໄລໃນອາຊີແລະເອີລົບ ຕາມກອບຄວາມຮ່ວມມື ອາເຊມ ຮວມທັງເປັນສະມາຊິກຂອງ ເຄືອຂ່າຍສະຖາບັນການສຶກສາແລະວິໄຈໃນອະນຸພູມິພາກລຸ່ມແມ່ນ້ຳຂອງ (GMSARN) ອີກດ້ວຍ[4]
ປັດຈຸບັນມະຫາວິທະຍາໄລທຳມະສາດຈັດການສຶກສາຄອບຄຸມທາງດ້ານສັງຄົມສາດແລະມະນຸດສາດ ວິທະຍາສາດແລະເຕັກໂນໂລຊີ ແລະວິທະຍາສາດສຸຂະພາບ ປະກອບໄປດ້ວຍ 19 ຄະນະ 4 ວິທະຍາໄລ 1 ສະຖາບັນ 1 ສຳນັກວິຊາຈຳນວນຫລັກສູດແມ່ນລະດັບປະລິນຍາຕີ 139 ຫລັກສູດ ປະກາດສະນີຍະບັດບັນດິດ 6 ຫລັກສູດ ປະລິນຍາຕີຄວບປປະລິນຍາໂທ 4 ຫລັກສູດ ປະລິນຍາໂທ 118 ຫລັກສູດ ແລະປະລິນຍາເອກ 34 ຫລັກສູດ ຈັດການສຶກສາທັງພາກກາງເວັນແລະພາກຄ່ຳ (ຄ.ສ. 2014 - ຄ.ສ. 2015) ນອກຈາກນີ້ໄດ້ຮັບເລືອກໃຫ້ເປັນ 1 ໃນ 9 ມະຫາວິທະຍາໄລວິໄຈແຫ່ງຊາດ ຈາກ ກະຊວງສຶກສາທິການ ໃນປີ ຄ.ສ. 2009 ອີກດ້ວຍ