ວຽງຈັນ
From Wikipedia, the free encyclopedia
ນະຄອນຫລວງວຽງຈັນແມ່ນນະຄອນຫຼວງແຫ່ງ ສປປ.ລາວ
ເປັນເມືອງໃຫຍ່ທີ່ສຸດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ . ວຽງຈັນແບ່ງອອກເປັນ 9 ຕົວເມືອງ [1] ມີເນື້ອທີ່ທັງໝົດປະມານ. 3,920 ກິໂລຕາແມັດ, ຕັ້ງຢູ່ ແຄມແມ່ຂອງ, ໃກ້ກັບຊາຍແດນໄທ. ວຽງຈັນເຄີຍເປັນເມືອງເອກໃນການປົກຄອງຂອງຝຣັ່ງເສດ ແລະ ຍ້ອນການຂະຫຍາຍຕົວທາງດ້ານເສດຖະກິດໃນສະໄໝມໍ່ໆມານີ້, ປະຈຸບັນຈຶ່ງແມ່ນສູນກາງເສດຖະກິດຂອງລາວ. ເມືອງມີປະຊາກອນຂອງ 948,477 ຄົນ ຈາກການສຳຫລວດສໍາມະໂນຄົວ ປີ 2020.