ສັງຄົມນິຍົມ
From Wikipedia, the free encyclopedia
ສັງຄົມນິຍົມ (ອັງກິດ: Socialism) ແມ່ນລະບົບສັງຄົມແລະເສດຖະກິດ ເຊິ່ງສັງຄົມເປັນເຈົ້າຂອງປັດໄຈການຜະລິດແລະການຈັດການເສດຖະກິດແບບຮ່ວມມື[1][2] ຕະຫຼອດຈົນທິດສະດີແລະຂະບວນການທາງການເມືອງເຊິ່ງມຸ່ງສະຖາປະນາລະບົບດັ່ງກ່າວ[3][4] "ສັງຄົມເປັນເຈົ້າຂອງ" ອາດໝາຍເຖິງ ການປະກອບການສະຫະກອນ ການເປັນເຈົ້າຂອງຮ່ວມ ລັດເປັນເຈົ້າຂອງ ພົນລະເມືອງເປັນເຈົ້າຂອງຄວາມສະເໝີພາບ ພົນລະເມືອງເປັນເຈົ້າຂອງກຳມະສິດ ຫຼືທີ່ກ່າວມາລວມກັນ.[5] ມີຄວາມຜັນແປຂອງສັງຄົມນິຍົມຫຼາຍແລະບໍ່ມີນິຍາມໃດຄອບຄຸມທັງໝົດ[6] ຄວາມຜັນແປເຫຼົ່ານີ້ ແມ່ນຕ່າງກັນໃນປະເພດຂອງການເປັນເຈົ້າຂອງໂດຍສັງຄົມທີ່ສົ່ງເສີມ ລະດັບທີ່ເພິ່ງພາຕະຫຼາດຫຼືການວາງແຜນ ວິທີຈັດລະບຽບການຈັດການພາຍໃນສະຖາບັນການຜະລິດ ແລະບົດບາດຂອງລັດໃນການສ້າງສັງຄົມນິຍົມ.[7]
ລະບົບເສດຖະກິດສັງຄົມນິຍົມອາໄສລັດທິອົງການການຜະລິດເພື່ອໃຊ້ ໝາຍຄວາມວ່າ ຜະລິດສິນຄ້າແລະບໍລິການເພື່ອຕອບສະໜອງອຸປະສົງທາງເສດຖະກິດແລະຄວາມຈຳເປັນຂອງມະນຸດໂດຍກົງ ແລະລະບຸຄຸນຄ່າວັດຖຸຕາມຄຸນຄ່າການໃຊ້ປະໂຫຍດ ຫຼືອັດຖະປະໂຫຍດ ເຊິ່ງກົງຂ້າມກັບການຜະລິດມາເພື່ອສະສົມທຶນແລະເພື່ອກຳໄລ.[8] ໃນແນວຄິດເດີມຂອງເສດຖະກິດສັງຄົມນິຍົມ ມີການປະສານງານ ການເຮັດບັນຊີ ແລະການປະເມີນຄ່າຢ່າງດຽວກັນໂດຍປະລິມານທາງກາຍະພາບຮ່ວມ ຫຼື ການແທກແຮງງານ ເວລາແທນການຄຳນວນທາງການເງິນ.[9][10] ມີສອງຂໍ້ສະເໜີໃນການກະຈາຍຜົນຜະລິດ ໜຶ່ງ ຍຶດຕາມຫຼັກທີ່ວ່າໃຫ້ກະຈາຍແກ່ແຕ່ລະຄົນຕາມການເຂົ້າມີສ່ວນຮ່ວມ ແລະສອງ ຍຶດຕາມຫຼັກຜະລິດຈາກທຸກຄົນຕາມຄວາມສາມາດ ໃຫ້ແກ່ທຸກຄົນຕາມຄວາມຈຳເປັນ. ວິທີການຈັດສັນແລະປະເມີນຄ່າຊັບພະຍາກອນຢ່າງແນ່ຊັດ ຍັງເປັນຫົວຂໍ້ຖົກຖຽງໃນການຖົກຖຽງການຄຳນວນສັງຄົມນິຍົມທີ່ກວ້າງກວ່າ.