ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ
ລາຊິນີໄທ / From Wikipedia, the free encyclopedia
ຈອມພົນຍິງ ຈອມພົນເຮືອຍິງ ຈອມພົນອາກາດຍິງ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ (ຄຳເຄົ້າ:ສົມເດັຈພຣະນາງເຈົ້າສິຣິກິຕິ໌ ພຣະບໍຣົມຣາຊິນີນາຖ,ໝ່ອມຣາຊວົງສິຣິກິຕິ໌ ກິຕິຍາກຣ)(ພະນາມເດີມ: ໝ່ອມລາຊະວົງສິຣິກິດ ກິຕິຍາກອນ) (ໄທ:จอมพลหญิง จอมพลเรือหญิง จอมพลอากาศหญิง สมเด็จพระนางเจ้าสิริกิติ์ พระบรมราชินีนาถ พระบรมราชชนนีพันปีหลวง (พระนามเดิม: หม่อมราชวงศ์สิริกิติ์ กิติยากร) ປະສູດເມື່ອວັນທີ່ 12 ສິງຫາ ຄ.ສ.1932 ນະອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ ແມ່ນສົມເດັດພະບໍຣົມລາຊິນີນາດໃນພະບາດສົມເດັດພະປໍຣະມິນມະຫາພູມິພົນອະດຸນຍະເດດ
ສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ | |
---|---|
| |
ພະນາມາພິໄທ | ສົມເດັດພະນາງເຈົ້າສິຣິກິດ ພະບໍລົມລາຊິນີນາດ ພະບໍລົມລາຊະຊົນນະນີພັນປີຫຼວງ |
ພະນາມເດີມ | ໝ່ອມລາຊະວົງສິຣິກິດ ກິຕິຍາກອນ |
ພະລາຊະອິສະລິຍະຍົດ | ສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ |
ລາຊະວົງ | ກິຕິຍາກອນ (ລາຊະວົງຈັກກີ) (ໂດຍປະສູດ)
|
ຂໍ້ມູນສ່ວນພະອົງ | |
ພະລາຊະສົມພົບ | 12 ສິງຫາ ຄ.ສ. 1932 (91 ພັນສາ) |
ບ່ອນທີ່ພະລາຊະສົມພົບ | ນະ ອຳເພີປະທຸມວັນ ຈັງຫວັດພະນະຄອນ ປະເທດສະຫຍາມ |
ພະລາດຊະບິດາ | ພະວໍລະວົງເທີ ກົມໝື່ນຈັນທະບຸລີສຸຣະນາດ |
ພະລາດຊະມານດາ | ໝ່ອມຫຼວງບົວ ກິຕິຍາກອນ |
ພະລາດຊະສະຫວາມີ | ພະບາດສົມເດັດພະມະຫາພູມິພົນອະດຸນຍະເດດມະຫາລາດ ບໍຣົມມະນາດຖະບໍພິດ (1950–2016; ເສຍຊີວິດ) |
ພະລາດຊະບຸດ | ທູນກະໝ່ອມຢິງອຸບົນຣັດຣາດຊະກັນຍາ ສິຣິວັດທະນາພັນນະວະດີ ພະບາດສົມເດັດພະວະຊິຣະເກົ້າເຈົ້າຢູ່ຫົວ ສົມເດັດພະກະນິດຖາທິລາດເຈົ້າ ກົມສົມເດັດພະເທບພະຣັດລາດສຸດາ ສະຫຍາມບໍຣົມລາຊະກຸມາຣີ ສົມເດັດເຈົ້າຟ້າຯ ກົມພະສີສະຫວາງຄະວັດ ວໍລະຂັດຕິຍະຣາດຊະນາຣີ |
ລາຍພະອະພິໄທ |
ພະລາຊະວົງໄທ |
---|
ພະບາດສົມເດັດພະເຈົ້າຢູ່ຫົວ
ສົມເດັດພະບໍລົມລາຊະຊົນນະນີພັນປີຫຼວງ
ພະອະນຸວົງຊັ້ນໝ່ອມເຈົ້າ
ໝ່ອມເຈົ້າອຸໄທທ່ຽງ ຊະຍາງກູນ ໝ່ອມເຈົ້າປຸສານ ສະຫວັດດິວັດ
|
ເນື່ອງຈາກສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີເປັນຜູ້ສຳເລັດລາຊະການແທນພະອົງຂະນະພະລາຊະສະຫວາມີສະເດັດອອກບວດ ລະຫວ່າງວັນທີ່ 22 ຕຸລາ ຄ.ສ.1956- 5 ພະຈິກ ຄ.ສ.1956 ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ເມື່ອວັນທີ່ 5 ທັນວາ ຄ.ສ.1956 ປີດຽວກັນນັ້ນ ຖືເປັນສົມເດັດພະບໍຣົມລາຊິນີນາດພະອົງທີ່ສອງແຫ່ງກຸງລັດຕະນໂກສິນຕໍ່ຈາກສົມເດັດພະນາງເຈົ້າເສົາວະພາຜ່ອງສີ ພະບໍຣົມລາຊິນີນາດໃນລັດຊະການທີ່ 5 (ພາຍຫຼັງເປັນສົມເດັດພະສີພັດຊະຣິນທາບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ)
ແລະໃນພິທີບໍຣົມມະລາຊາພິເສກຂອງ ພະປະຣະເມນທະຣະຣາມາທິບໍດີສີສິນທອນ ມະຫາວະຊິຣາລົງກອນ ພະວະຊິຣະເກົ້າເຈົ້າຢູ່ຫົວ ພະລາຊະໂອລົດຂອງພະອົງ ພະອົງຈຶງໄດ້ຮັບການສະຖາປະນາເປັນ ສົມເດັດພະນາງເຈົ້າສິຣິກິດ ພະບໍຣົມລາຊິນີນາດ ພະບໍຣົມລາຊະຊົນນະນີພັນປີຫຼວງ ເມື່ອວັນທີ່ 5 ພຶດສະພາ ຄ.ສ.2019