ເຂດໃນບາງກອກ ປະເທດໄທ From Wikipedia, the free encyclopedia
ເຂດປະທຸມວັນ (ໄທ: เขตปทุมวัน) ແມ່ນ 1 ໃນ 50 ເຂດການປົກຄອງຂອງບາງກອກ ຢູ່ໃນກຸ່ມເຂດບາງກອກໃຕ້ ເຊິ່ງຖືເປັນເຂດສູນກາງທຸລະກິດການຄ້າ ການບໍລິການ ການພະຍາບານ ວັດທະນະທຳ ການສຶກສາ ແລະການທູດ ເປັນເຂດນຶ່ງທີ່ມີບ່ອນຕັ້ງຢູ່ບໍລິເວນໃຈກາງທີ່ສຸດຂອງບາງກອກແລະທີ່ມີການຄົມມະນາຄົມຫຼາກຫຼາຍຊ່ອງທາງ
|
ຕັ້ງຢູ່ທາງທິດຕາເວັນຕົກຂອງຝັ່ງພະນະຄອນມີອານາເຂດຕິດຕໍ່ກັບເຂດຕ່າງໆ ຮຽງຕາມເຂັມໂມງມີດັງນີ້[2]
ໃນລາຊະສະໄໝພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວ ພະອົງໄດ້ສະເດັດທອດພະເນດບໍລິເວນຄອງແສນແສບ ເຊິ່ງໃນຂະນະນັ້ນຍັງມີສະພາບເປັນທ້ອງນາຊານເມືອງ ມີບົວພັນໄທຂຶ້ນຢູ່ເປັນຈຳນວນຫຼາຍ ຈຶງໂປດໃຫ້ສ້າງສະບົວ 2 ສະ ແລະພະຕຳໜັກສຳລັບເປັນທີ່ປະທັບພັກຜ່ອນເຊິ່ງໃນປັດຈຸບັນເປັນວັງສະປະທຸມ (ວັງທີ່ປະທັບຂອງສົມເດັດພະເທບພະລັດລາດສຸດາ ສະຫຍາມບໍລົມລາຊະກຸມາລີ) ແລະຕໍ່ມາໄດ້ໂປດໃຫ້ສ້າງວັດປະທຸມວະນາລາມ (ແປວ່າ ວັດປ່າບົວ) ຂຶ້ນເປັນພະອາລາມຫຼວງ ບໍລິເວນດັງກ່າວຈຶງມີຊື່ເອິ້ນວ່າ ປະທຸມວັນ
ອຳເພີປະທຸມວັນ ໄດ້ຮັບການຈັດຕັ້ງຂຶ້ນຕາມປະກາດກະຊວງນະຄອນບານເມື່ອ ຄ.ສ. 1914 ໂດຍໃຊ້ທີ່ວ່າການອຳເພີສາມແຍກ (ຕໍ່ມາຍຸບຮວມກັບອຳເພີສັມພັນທະວົງ) ເປັນທີ່ທຳການໃນຂັ້ນທຳອິດ ຈາກນັ້ນຈຶງຍ້າຍມາຕັ້ງຢູ່ທີ່ສີ່ແຍກປະທຸມວັນ ແລະໄດ້ຍ້າຍມາຢູ່ບ່ອນຕັ້ງປັດຈຸບັນໃນຊອຍຈຸລາລົງກອນ 5 ຖະໜົນພະຮາມທີ່ 4 ໃນປີ ຄ.ສ. 1963[3]
ໃນປີ ຄ.ສ. 1972 ໄດ້ມີປະກາດຄະນະປະຕິວັດຈັດຕັ້ງບາງກອກຂຶ້ນແທນທີ່ນະຄອນຫຼວງກຸງເທບທົນບຸລີເຊິ່ງເກີດຈາກການຮວມກັນຂອງຈັງຫວັດພະນະຄອນແລະຈັງຫວັດທົນບຸລີ ອຳເພີປະທຸມວັນຈຶງໄດ້ຮັບການປ່ຽນແປງສະຖານະເປັນ ເຂດປະທຸມວັນ ບາງກອກ ສ່ວນຕຳບົນຕ່າງໆ ໃນທ້ອງທີ່ກໍມີຖານະເປັນແຂວງ
ເຂດປະທຸມວັນແບ່ງໜ່ວຍການປົກຄອງຍ່ອຍອອກເປັນ 4 ແຂວງ (khwaeng) ໄດ້ແກ່
ອັກສອນລາວ | ອັກສອນໂລມັງ | ພື້ນທີ່ (ຕລ.ກມ.) | ຈຳນວນປະຊາກອນ (ມັງກອນ 2016) | ຈຳນວນບ້ານ (ມັງກອນ 2016) | ຄວາມໜາແໜ້ນປະຊາກອນ (ມັງກອນ 2016) |
---|---|---|---|---|---|
ຮອງເມືອງ | Rong Mueang | 1.301 | 18,075 | 7,195 | 13,893.15 |
ວັງໃໝ່ | Wang Mai | 1.403 | 7,809 | 6,136 | 5,565.93 |
ປະທຸມວັນ | Pathum Wan | 2.181 | 6,150 | 1,073 | 2,819.80 |
ລຸມພິນີ | Lumphini | 3.485 | 18,543 | 15,876 | 5,320.80 |
ທັງໝົດ | 8.370 | 50,577 | 30,280 | 6,042.65 |
ຖະໜົນສາຍຫຼັກໃນພື້ນທີ່ເຂດໄດ້ແກ່ຖະໜົນພະຮາມທີ່ 1 (ຕໍ່ເນື່ອງເປັນຖະໜົນເພີນຈິດແລະຖະໜົນສຸຂຸມວິດ) ຕັດຜ່ານພື້ນທີ່ເຂດໃນແນວນອນທາງທິດເໜືອ ຖະໜົນພະຮາມທີ່ 4ເປັນເສັ້ນແບ່ງເຂດການປົກຄອງທາງທິດໃຕ້ ໂດຍຖະໜົນທີ່ເຊື່ອມລະຫວ່າງຖະໜົນທັງ 2 ສາຍນີ້ ໄດ້ແກ່ ຖະໜົນຮອງເມືອງ ຖະໜົນຈາຣຸເມືອງ (ຕໍ່ເນື່ອງເປັນຖະໜົນພະຮາມທີ່ 6) ຖະໜົນບັນທັດທອງ ຖະໜົນພະຍາໄທ ຖະໜົນອັງລີດູນັງແລະຖະໜົນລາຊະດຳລິນອກຈາກນີ້ກໍຍັງມີຖະໜົນຫຼັງສວນ ຖະໜົນວິທະຍຸ ຖະໜົນສາລະສິນ ຖະໜົນຈະລັດເມືອງ ຖະໜົນຈະເລີນເມືອງ ແລະທາງພິເສດສະເຫຼີມມະຫານະຄອນ
ຫົວລຳໂພງ ຕັ້ງຢູ່ໃນແຂວງຮອງເມືອງເປັນສະຖານີລົດໄຟກາງຂອງບາງກອກ ລົດໄຟຈະອອກຈາກສະຖານີນີ້ໄປສູ່ຈຸດໝາຍປາຍທາງທົ່ວປະເທດ
ໃນລະບົບຂົນສົ່ງມວນຊົນ ເຂດປະທຸມວັນມີລົດໄຟໃຕ້ດິນພ້ອມດ້ວຍສະຖານີຫົວລຳໂພງ ສະຖານີສາມຢ່ານ ສະຖານີສີລົມ ແລະສະຖານີລຸມພິນີຕັ້ງຢູ່ລິມແນວເຂດທາງທິດໃຕ້ສ່ວນລົດໄຟຟ້າບີທີເອສກໍມີສະຖານີສະຫຍາມເຊິ່ງເປັນສະຖານີຫຼັກຢູ່ໃນເຂດນີ້ເປັນຈຸດເຊື່ອມຕໍ່ສາຍສີລົມກັບສາຍສຸຂຸມວິດ ສະຖານີລົດໄຟຟ້າອື່ນໆ ໃນພື້ນທີ່ເຂດ ໄດ້ແກ່ ສະຖານີສະໜາມກີລາແຫ່ງຊາດ ສະຖານີລາຊະດຳລິ (ສາຍສີລົມ) ສະຖານີຊິດລົມແລະສະຖານີເພີນຈິດ (ສາຍສຸຂຸມວິດ)
ການສັນຈອນທາງນ້ຳກໍຍັງມີຢູ່ ຄື ເຮືອດ່ວນທີ່ບໍລິການໃນຄອງແສນແສບ ເຊິ່ງເປັນຄອງແບ່ງເຂດປົກຄອງແບບແຄບໆ ທາງທິດເໜືອ
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.