ພາສາໄທໃຫຍ່
From Wikipedia, the free encyclopedia
ພາສາໄທເໜືອ (ໄທເໜືອ: ລິ່ກໄຕ໊, ອັງກິດ: Shan language, ໄທ: ภาษาไทใหญ่) ຫຼື ພາສາໄທໃຫຍ່ ແມ່ນພາສາໄຕພາສານຶ່ງ ອັນຈັດຢູ່ໃນຕະກູນພາສາໄທ-ກະໄດ.[1] ໃຊ້ເວົ້າໃນລັດໄທເໜືອຂອງພາກເໜືອຂອງ ມຽນມາ ໄທ ແລະທາງຕອນໃຕ້ຂອງຈີນ.
Quick Facts ໄທເໜືອ, ປະເທດທີ່ມີການເວົ້າ ...
ໄທເໜືອ | |
---|---|
lik tái | |
ປະເທດທີ່ມີການເວົ້າ | ມຽນມາ, ໄທ, ແລະ ຈີນ |
ພາກພື້ນ | ລັດໄທເໜືອ |
ຈຳນວນຜູ້ເວົ້າ | 3.3 ລ້ານ (2001)[1] |
ຕະກຸນພາສາ | ກະ-ໄຕ
|
ລະຫັດພາສາ | |
ISO 639-2 | shn |
ISO 639-3 | shn |
ບົດຄວາມນີ້ມີສັນຍະລັກສັດທະອັກສອນສາກົນ ຖ້າຫາກລະບົບຂອງທ່ານບໍ່ຮອງຮັບການສະແດງຜົນທີ່ຖືກຕ້ອງ ທ່ານອາດເຫັນໝາຍຖາມ, ກ່ອງ ຫຼື ສັນຍະລັກແບບອື່ນແທນທີ່ອັກຂະຫຼະຢູນິໂຄດ |
Close
ຄາດວ່າມີຜູ້ເວົ້າຮາວ 3 ລ້ານຄົນ.[1] ພາສາໄທເໜືອມີສຽງວັນນະຍຸດ 5 ສຽງ. ມີອັກສອນຂອງຕົນເອງ 2 ຊະນິດຄື ອັກສອນໄທເໜືອ ໃຊ້ໃນມຽນມາ ແລະອັກສອນໄທໃຕ້ໂຄ້ງ ໃຊ້ໃນຈີນ.
ແມ້ວ່າຈະມີຄຳກ່າວວ່າ "ຢ່າກິ໋ນຢ່າງມ່ານ ຢ່າຕ໋ານຢ່າງໄຕ" ເຊິ່ງປຽບທຽບກັບວິຖີຊີວິດທີ່ແຕກຕ່າງກັນຂອງຊາວພະມ້າ ທີ່ໃຫ້ຄວາມສຳຄັນກັບການກິນຢູ່ ກັບຊາວໄທເໜືອທີ່ໃຫ້ຄວາມສຳຄັນແກ່ການເຮັດບຸນ ເຖິງສະນັ້ນໄທເໜືອກໍ່ຮັບວັດທະນະທັມ ສາສະໜາ ຕະຫຼອດຈົນເຖິງຄຳໃນພາສາພະມ້າເຂົ້າມາຫຼາຍ .ຈົນຄຳໄທເໜືອຫຼາຍຖິ່ນແມ່ນກວາມໄຕໂລ້ໂລ້ ຄືໄທເໜືອເວົ້າຄຳພະມ້າປົນໄປໝົດ ເຊັ່ນທີ່ເມືອງສີປໍ້ ແລະເມືອງຢາງເປັນຕົ້ນ[2]