ປະເທດມຽນມາ
ປະເທດໃນອາຊີຕາເວັນອອກສຽງໃຕ້ / From Wikipedia, the free encyclopedia
ມຽນມາຣ໌ ຫຼື ພະມ້າ (ອັງກິດ: Myanmar, ພະມ້າ: မြန်မာ ເມຍໝ້າ) ມີຊື່ທາງການວ່າ ສາທາລະນະລັດແຫ່ງສະຫະພາບມຽນມາຣ໌ ຫຼື ສາທາລະນະລັດແຫ່ງສະຫະພາບພະມ້າ (ອັງກິດ: Republic of the Union of Myanmar; ພະມ້າ: ပြည်ထောင်စု သမ္မတ မြန်မာနိုင်ငံတော် [pjìdà̀uɴzṵ θà̀ɴməda̯ mjəmà nàiɴŋàɴdɔ̀] ປີ່ເດົ່າງ໌ຊຸ ຕຳມະດະ ມຍະໝ້າ ໄໜ້ຫງັ້ນດໍ່) ແມ່ນລັດເອກະລາດໃນອາຊີຕາເວັນອອກສຽງໃຕ້. ມີພົມແດນຕິດກັບອິນເດຍ ບັງກະລາເທດ ຈີນ ລາວ ແລະໄທ. ໜຶ່ງໃນສາມຂອງພົມແດນພະມ້າທີ່ມີຄວາມຍາວ 1,930 ກິໂລແມັດເປັນແນວຊາຍຝັ່ງຕາມອ່າວເບງກອນແລະທະເລອັນດາມັນ ດ້ວຍພື້ນທີ່ 676,578 ຕາລາງກິໂລແມັດ. ປະເທດມຽນມາແມ່ນປະເທດທີ່ໃຫຍ່ເປັນອັນດັບທີ 40 ຂອງໂລກ ແລະໃຫຍ່ເປັນອັນດັບທີ 2 ໃນອາຊີຕາເວັນອອກສຽງໃຕ້. ມຽນມາຍັງເປັນປະເທດທີ່ມີປະຊາກອນຫຼາຍເປັນອັນດັບທີ 24 ຂອງໂລກ ໂດຍມີປະຊາກອນກວ່າ 60.28 ລ້ານຄົນ. ນັບແຕ່ໄດ້ຮັບເອກະລາດໃນ ຄ.ສ. 1948 ປະເທດມຽນມາຜະເຊີນກັບໜຶ່ງໃນສົງຄາມກາງເມືອງທີ່ຍືດເຍື້ອທີ່ສຸດທ່າມກາງກຸ່ມຊາຕິພັນທີ່ມີຢູ່ຫຼາຍຫຼວງເຊິ່ງຍັງແກ້ບໍ່ຕົກ. ຕັ້ງແຕ່ ຄ.ສ. 1962 ຫາ 2011 ປະເທດມຽນມາຢູ່ພາຍໃຕ້ລະບອບຜະເດັດການທະຫານ. ຄະນະຜູ້ຍຶດອຳນາດການປົກຄອງຖືກຍຸບຢ່າງເປັນທາງການໃນ ຄ.ສ. 2011 ຫຼັງການເລືອກຕັ້ງທົ່ວໄປໃນ ຄ.ສ. 2010 ແລະມີການຕັ້ງລັດຖະບານພົນລະເຮືອນໃນນາມແທນ ແຕ່ທະຫານຍັງມີອິດທິພົນຢູ່ຫຼາຍ.
ပြည်ထောင်စု သမ္မတ မြန်မာနိုင်ငံတော် ສາທາລະນະລັດແຫ່ງສະຫະພາບມຽນມາ
| |
---|---|
Location of Burma (green) and within ASEAN (dark grey) | |
ເມືອງຫຼວງ | ເນປິດໍ |
ເມືອງໃຫຍ່ທີ່ສຸດ | ຢ່າງກຸ້ງ (Rangoon) |
ພາສາລັດຖະການ | ພາສາພະມ້າ |
Jingpho, Kayah, Karen, Chin, Mon, Rakhine, Shan | |
Official scripts | Burmese script |
ເດມະນິມ | Burmese/Myanma |
ການປົກຄອງ | ລະບອບປະທານປະເທດ |
ທ່ານ ທີນຈໍ | |
• ຮອງປະທານປະເທດ | ທ່ານ ຕຽນ ອອງ ມິນ ຈາຍໝອກຄຳ(ຄົນໄທໃຫຍ່) |
ສະພານິຕິບັນຍັດ | Pyidaungsu Hluttaw |
• ສະພາສູງ | Amyotha Hluttaw |
• ສະພາລຸ່ມ | Pyithu Hluttaw |
ການລວມຕົວ | |
• ຣາຊະວົງປະກັນ | 23 ທັນວາ ຄ.ສ 849 |
• ຣາຊະວົງຕອງອູ | 16 ຕຸລາ ຄ.ສ 1510 |
• ຣາຊະວົງກອງບອງ | 21 ມີນາ ຄ.ສ 1752 |
• ປະກາດເອກະລາດ | 4 ມັງກອນ ຄ.ສ 1948 (ຈາກ ອັງກິດ) |
• coup d'état | 2 ມີນາ ຄ.ສ 1962 |
3.06 | |
ປະຊາກອນ | |
• 2010 ປະມານ | 60,280,000 (24) |
• ສຳມະໂນປະຊາກອນ 1983 | 33,234,000 |
GDP (ອຳນາດຊື້) | 2010 (ປະມານ) |
• ລວມ | $76.473 ຕື້ (59) |
• ຕໍ່ຫົວ | $1,250 |
GDP (ລາຄາຕະຫຼາດ) | 2010 (ປະມານ) |
• ລວມ | $42.953 billion |
• ຕໍ່ຫົວ | $702 |
HDI (2012) | 0.498 ຕ່ຳ · 149 |
ສະກຸນເງິນ | ຈຽດ (K) (MMK) |
ເຂດເວລາ | UTC+6:30 (MST) |
ຂັບລົດດ້ານ | ຂວາ |
ລະຫັດໂທລະສັບ | 95 |
ລະຫັດອິນເຕີເນັດ | .mm |
|
ອາລະຍະທຳຊ່ວງຕົ້ນຂອງປະເທດພະມ້າມີນະຄອນລັດປະຍູທີ່ເວົ້າພາສາຕະກູນທິເບດ-ພະມ້າໃນພະມ້າຕອນເທິງ ແລະລາຊະອານາຈັກມອນໃນພະມ້າຕອນລຸ່ມ ໃນຄິດສະຕະວັດທີ 9 ຊາວພະມ້າໄດ້ເຂົ້າຄອບຄອງບໍລິເວນລຸ່ມແມ່ນ້ຳອິຣະວະດີຕອນເທິງ ແລະສະຖາປະນາລາຊະອານາຈັກພຸກາມໃນຊ່ວງຄິດທົດສະວັດທີ 1050 ພາສາແລະວັດທະນະທຳພະມ້າພ້ອມດ້ວຍສາສະໜາພຸດນິການເຖຣະວາດຄ່ອຍໆ ຄອບງຳໃນປະເທດ ອານາຈັກພຸກາມລົ່ມສະຫຼາຍເພາະການບຸກຄອງຂອງມອງໂກລແລະລັດຫຼາຍລັດເກີດຂຶ້ນ ໃນຄິດສະຕະວັດທີ 16 ລາຊະວົງຕອງອູສ້າງເອກະພາບອີກຄັ້ງ ແລະຊ່ວງສັ້ນໆ ເປັນຈັກກະວັດໃຫຍ່ສຸດໃນປະຫວັດສາດອາຊີຕາເວັນອອກສຽງໃຕ້[1] ຕົ້ນສະຕະວັດທີ 19 ລາຊະວົງຄອງບອງໄດ້ປົກຄອງພື້ນທີ່ປະເທດພະມ້າແລະຄວບຄຸມມະນີປຸຣະແລະອັດສັມໃນຊ່ວງສັ້ນໆ ດ້ວຍ ອັງກິດພິຊິດພະມ້າຫຼັງສົງຄາມອັງກິດ-ພະມ້າທັງສາມຄັ້ງໃນຄິດສະຕະວັດທີ 19 ແລະປະເທດກາຍເປັນອານານິຄົມບິຕິດ ປະເທດພະມ້າໄດ້ຮັບເອກະລາດໃນ ຄ.ສ. 1948 ຊ່ວງປົກຄອງແບບຊາດປະຊາທິປະໄຕ ແລະຫຼັງລັດຖະປະຫານໃນ ຄ.ສ. 1962 ເປັນການປົກຄອງແບບຜະເດັດການທະຫານ ແມ້ນຜະເດັດການທະຫານສິ້ນສຸດລົງຢ່າງເປັນທາງການໃນ ຄ.ສ. 2011 ແຕ່ຜູ້ນຳພັກການເມືອງສ່ວນໃຫຍ່ຍັງເປັນອະດີດນາຍທະຫານ
ປະເທດພະມ້າຢູ່ພາຍໃຕ້ການຕໍ່ສູ້ຊາດພັນທີ່ຮຸນແຮງ ກຸ່ມຊາດພັນມາກມາຍຂອງພະມ້າກ່ຽວກັບສົງຄາມກາງເມືອງທີ່ດຳເນິນຍາວທີ່ສຸດສົງຄາມໜຶ່ງຂອງໂລກ ລະຫວ່າງຊ່ວງນີ້ ສະຫະປະຊາຊາດແລະອີກຫຼາຍອົງການລາຍງານລະເມີດສິດທິມະນຸດສະຍະຊົນຢ່າງຕໍ່ເນື່ອງພາຍໃນປະເທດ[2][3][4] ໃນ ຄ.ສ. 2011 ມີການຍຸບຄະນະທະຫານຜູ້ຍຶດອຳນາດການປົກຄອງຢ່າງເປັນທາງການຫຼັງການເລືອກຕັ້ງທົ່ວໄປ ຄ.ສ. 2010 ແລະມີການຕັ້ງລັດຖະບານໃນນາມພົນລະເຮືອນ ແຕ່ອະດີດຜູ້ນຳທະຫານຍັງມີອຳນາດພາຍໃນປະເທດ ກອງທັບພະມ້າດຳເນິນການສະລະການຄວບຄຸມລັດຖະບານ ລວມເຖິງການປ່ອຍຕົວອອງ ຊານ ຊູຈີແລະນັກໂທດທາງການເມືອງ ມີການປັບປຸງສິດທິມະນຸດສະຍະຊົນແລະຄວາມສັມພັນລະຫວ່າງປະເທດ ຈົນນຳໄປສູ່ການຜ່ອນປົນການລົງໂທດທາງການຄ້າແລະເສດຖະກິດອື່ນໆ[5][6] ແຕ່ຍັງມີການວິຈານການປະຕິບັດຕໍ່ຊຸມຊົນກຸ່ມນ້ອຍໂຣຮິງຍາຂອງລັດຖະບານແລະການສະໜອງຕໍ່ການປະທະກັນທາງສາສະໜາ[7][8][9]
ປະເທດພະມ້າອຸດົມດ້ວຍຫຍົກ ອັນຍະມະນີ ນ້ຳມັນ ແກ໊ສທຳມະຊາດແລະຊັບພະຍາກອນແຣ່ອື່ນໆ ໃນ ຄ.ສ. 2013 ຈີດີພີ (ລາຄາຕະຫຼາດ) ຢູ່ທີ່ 56,700 ລ້ານດອລລາຣ໌ສະຫະລັດ ແລະຈີດີພີ (ອຳນາດຊື້) ຢູ່ທີ່ 221,500 ລ້ານດອລລາຣ໌ສະຫະລັດ.[10] ຊ່ອງວ່າງຮາຍໄດ້ຂອງປະເທດພະມ້າກວ້າງທີ່ສຸດປະເທດໜຶ່ງໃນໂລກ ເພາະເສດຖະກິດສັດສ່ວນໃຫຍ່ຖືກຜູ້ສະໜັບສະໜຸນອະດີດລັດຖະບານທະຫານຄວບຄຸມ[11][12] ໃນ ຄ.ສ. 2014 ຈາກດັດຊະນີການພັດທະນາມະນຸດ (HDI) ປະເທດພະມ້າມີລະດັບການພັດທະນາມະນຸດຕ່ຳ ໂດຍຈັດອັນດັບຢູ່ທີ່ 148 ຈາກ 188 ປະເທດ[13]