ປະເທດຍີ່ປຸ່ນ
From Wikipedia, the free encyclopedia
ຍີ່ປຸ່ນ (ຍີ່ປຸ່ນ: 日本 ໂຣມາຈິ: Nihon/Nippon ທັບສັບ: ນິຮົງ/ນິບປົງ) ຊື່ຢ່າງເປັນທາງການ ປະເທດຍີ່ປຸ່ນ (ຍີ່ປຸ່ນ: 日本国 ໂຣມາຈິ: Nihon-koku/Nippon-koku ທັບສັບ: ນິຮົງໂກກຸ/ນິບປົງໂກກຸ) ເປັນລັດເອກະລາດໝູ່ເກາະໃນອາຊີຕາເວັນອອກ ຕັ້ງຢູ່ໃນມະຫາສະໝຸດປາຊີຟິກນອກຝັ່ງຕາເວັນອອກຂອງແຜ່ນດິນໃຫຍ່ອາຊີ ທາງຕາເວັນຕົກຕິດກັບແຫຼມເກົາຫຼີ ແລະ ປະເທດຈີນ ໂດຍມີທະເລຍີ່ປຸ່ນກັ້ນ ສ່ວນທາງທິດເໜືອຕິດກັບປະເທດຣັດເຊຍ ມີທະເລໂອະຄັອດສ໌ເປັນເສັ້ນແບ່ງເຂດແດນ ແລະ ທິດໃຕ້ຕິດກັບທະເລຈີນຕາເວັນອອກ, ທະເລຟີລິບປີນ ແລະ ປະເທດໄຕ້ຫວັນ ອານາເຂດຈອງຍີ່ປຸ່ນຄັ້ງຢູ່ໃນບໍລິເວນວົງແຫວນໄຟ ກວມເອົາໝູ່ເກາະປະມານ 6,852 ເກາະ ດ້ວຍພື້ນທີ່ 377,975 ຕາລາງກິໂລແມັດ ແລະ ປະກອບໄປດ້ວຍເກາະຫຼັກຈຳນວນ 5 ເກາະດັ່ງນີ້; ຮອນຊູ, ຮອກໄດໂດ, ຊິໂກກຸ, ຄິວຊູ ແລະ ໂອກິນາວາ ເຊິ່ງກວມເອົາປະມານ 97 ເປີເຊັນຂອງພື້ນທີ່ຂອງປະເທດ ມີນະຄອນໂຕກຽວເປັນເມືອງຫຼວງ ແລະ ເປັນເມືອງທີ່ມີປະຊາກອນຫຼາຍທີ່ສຸດ ເມືອງທີ່ມີຈຳນວນປະຊາກອນຮອງລົງມາມີດັ່ງນີ້: ໂຢໂກຮາມາ, ໂອຊາກາ, ນາໂກຢາ, ຊັບໂປໂຣ, ຟູກູໂອກາ, ໂກເບ ແລະ ກຽວໂຕ
ປະເທດຍີ່ປຸ່ນ 日本国 (ຍີ່ປຸ່ນ) Nippon-koku ຫຼື Nihon-koku | |
---|---|
ດິນແດນຍີ່ປຸ່ນໃນສີຂຽວເຂັ້ມ; ດິນແດນທີ່ອ້າງສິດແຕ່ບໍ່ໄດ້ຄວບຄຸມຢູ່ໃນສີຂຽວອ່ອນ | |
ເມືອງຫຼວງ ແລະ ເມືອງໃຫຍ່ທີ່ສຸດ | ໂຕກຽວ 35°41′N 139°46′E |
ພາສາປະຈຳຊາດ | ຍີ່ປຸ່ນ |
ເດມະນິມ | ຊາວຍີ່ປຸ່ນ |
ການປົກຄອງ | ລັດດ່ຽວ ລະບົບລັດຖະສະພາ ລະບອບລາຊາທິປະໄຕພາຍໃຕ້ລັດຖະທຳມະນູນ |
• ຈັກກະພັດ | ຈັກກະພັດນາຣູຮິໂຕະ |
• ນາຍົກລັດຖະມົນຕີ | ຟູມິໂອະ ຄິຊິດະ |
ສະພານິຕິບັນຍັດ | ລັດຖະສະພາ |
• ສະພາສູງ | ສະພາລາດຊະວົງ |
• ສະພາລຸ່ມ | ສະພາຜູ້ແທນລາຊະດອນ |
ກໍ່ຕັ້ງ | |
• ກໍ່ຕັ້ງລາດຊະວົງຈັກກະພັດ | 11 ກຸມພາ 660 BC |
• ລັດຖະທຳມະນູນເມຈິ | 29 ພະຈິກ 1890 |
• ລັດຖະທຳມະນູນສະບັບປັດຈຸບັນ | 3 ພຶດສະພາ 1947 |
ພື້ນທີ່ | |
• ລວມ | 377,975 ຕາລາງກິໂລແມັດ (145,937 ຕາລາງໄມລ໌)[1] (ອັນດັບທີ 62) |
1.4 (ໃນປີ 2015)[2] | |
ປະຊາກອນ | |
• 2021 ປະມານ | 125,360,000[3] (ອັນດັບທີ 11) |
• ສຳມະໂນປະຊາກອນ 2020 | 126,226,568[4] |
334 ຕໍ່ຕາລາງກິໂລແມັດ (865.1 ຕໍ່ຕາລາງໄມລ໌) (ອັນດັບທີ 24) | |
GDP (ອຳນາດຊື້) | 2022 (ປະມານ) |
• ລວມ | 5.856 ພັນຕື້ໂດລາສະຫະລັດ[5] (ອັນດັບທີ 4) |
• ຕໍ່ຫົວ | 46,938 ໂດລາສະຫະລັດ (ອັນດັບທີ 27) |
GDP (ລາຄາຕະຫຼາດ) | 2022 (ປະມານ) |
• ລວມ | 5.653 ພັນຕື້ໂດລາສະຫະລັດ[5] (ອັນດັບທີ 3) |
• ຕໍ່ຫົວ | 45,310 ໂດລາສະຫະລັດ (ອັນດັບທີ 23) |
ຈີນີ (2018) | 33.4[6] ປານກາງ · ອັນດັບທີ 78 |
HDI (2019) | 0.919[7] ສູງຫຼາຍ · ອັນດັບທີ 19 |
ສະກຸນເງິນ | ເຢນ (¥) |
ເຂດເວລາ | UTC+09:00 (ເວລາມາດຕະຖານຍີ່ປຸ່ນ) |
ຂັບລົດດ້ານ | ຊ້າຍ |
ລະຫັດໂທລະສັບ | +81 |
ລະຫັດອິນເຕີເນັດ | .jp |
ຍີ່ປຸ່ນ | |||||||
ຊື່ພາສາຍີ່ປຸ່ນ | |||||||
---|---|---|---|---|---|---|---|
ຄັນຈິ | 日本国 | ||||||
ຄິວຈິໄຕ | 日本國 | ||||||
ຮິຣາງານະ | にっぽんこく にほんこく | ||||||
ຄາຕາກະນະ | ニッポンコク ニホンコク | ||||||
| |||||||