From Wikipedia, the free encyclopedia
ດາວເຄາະນ້ອຍ (ອັງກິດ: Asteroid ຫຼື ບາງຄັ້ງເອີ້ນວ່າ Minor Planet / Planetoid) ແມ່ນວັດຖຸທາງດາລາສາດທີ່ມີຂະໜາດນ້ອຍກວ່າດາວເຄາະ ແຕ່ໃຫຍ່ກວ່າສະເກັດດາວ (ຊຶ່ງໂດຍປົກກະຕິມັກຈະມີຂະໜາດປະມານ 10 ແມັດ ຫຼື ນ້ອຍກວ່າ) [1] ແລະ ບໍ່ແມ່ນດາວຫາງ. ການແບ່ງແຍກປະເພດເຊັ່ນນີ້ກຳນົດຈາກພາບປະກົດເມື່ອຄົ້ນພົບທຳອິດ, ກ່າວຄື ດາວຫາງຈະຕ້ອງມີສ່ວນຂອງໂຄມາທີ່ສາມາດສັງເກດເຫັນໄດ້ຊັດເຈນ ແລະ ມີລາຍຊື່ຢູ່ໃນບັນຊີລາຍຊື່ຂອງດາວຫາງເອງ. ດາວເຄາະນ້ອຍມີລັກສະນະປະກົດຄ້າຍຄືດວງດາວ (ຄຳວ່າ asteroid ມາຈາກຄຳພາສາເກຣັກວ່າ αστεροειδής ຫຼື asteroeidēs ຊຶ່ງໝາຍເຖິງ "ຄືກັບດວງດາວ", ມາຈາກຄຳພາສາເກຣັກບູຮານວ່າ Aστήρ ຫຼື astēr ຊຶ່ງແປວ່າດວງດາວ) ແລະ ມີການກຳນົດເອີ້ນຊື່ຈາກຊື່ປີທີ່ຄົ້ນພົບ ຈາກນັ້ນຈຶ່ງມີການຕັ້ງຊື່ຕາມລະບົບ (ເປັນໝາຍເລກຮຽງຕາມລຳດັບ) ແລະ ຊື່ ຖ້າມີການພິສູດວ່າເຖິງການມີຢູ່ ແລະ ຮອບການໂຄຈອນຮຽບຮ້ອຍແລ້ວ. ສຳລັບລັກສະນະທາງກາຍະພາບຂອງດາວເຄາະນ້ອຍນັ້ນ, ໂດຍສ່ວນໃຫຍ່ຍັງບໍ່ຊາບເປັນທີ່ຊັດເຈນ.
ດາວເຄາະນ້ອຍດວງທຳອິດທີ່ມີການຕັ້ງຊື່ແມ່ນ ຊີຣີສ (Ceres) ຊຶ່ງຖືກຄົ້ນພົບໃນປີ ຄສ 1801 ໂດຍ ຈູເຊັບເປ ປີອາດຊີ ຊຶ່ງໃນຊ່ວງທຳອິດຄິດວ່າ ໄດ້ຄົ້ນພົບດາວເຄາະດວງໃໝ່ ແລະ ກຳນົດປະເພດໃຫ້ມັນວ່າເປັນດາວເຄາະແຄະ (Dwarf planet). ຊີຣີສນັບວ່າເປັນດາວເຄາະນ້ອຍດວງໃຫຍ່ທີ່ສຸດເທົ່າທີ່ເຄີຍຮູ້ຈັກກັນໃນປັດຈຸບັນ ແລະ ຈັດຢູ່ໃນປະເພດດາວເຄາະແຄະ. ສ່ວນດາວເຄາະນ້ອຍດວງອື່ນໆ ຈັດເປັນວັດຖຸໃນລະບົບສຸລິຍະຂະໜາດນ້ອຍ. ເຊີ ວິນລຽມ ເຮີເຊວ (ຄສ 1738 - ຄສ 1822 ຜູ່ຄົ້ນພົບດາວມະລຶດຕະຍູ ເມື່ອ ຄສ 1781) ເປັນຜູ່ປະດິດຄຳສັບ "asteroid" ໃຫ້ກັບວັດຖຸອາວະກາດຊຸດທຳອິດ ທີ່ຄົ້ນພົບໃນສະຕະວັດທີ 19 ເຊິ່ງທັງໝົດມີວົງໂຄຈອນຮອບດວງອາທິດ ຢູ່ລະຫວ່າງວົງໂຄຈອນຂອງດາວອັງຄານກັບດາວພະຫັດ ໂດຍສ່ວນໃຫຍ່ວົງໂຄຈອນມັກບິດບ້ຽວບໍ່ເປັນວົງຮີ. ແຕ່ຫຼັງຈາກນັ້ນ ມີການຄົ້ນພົບດາວເຄາະນ້ອຍຢູ່ລະຫວ່າງວົງໂຄຈອນຂອງດາວເຄາະຕ່າງໆ ນັບຕັ້ງແຕ່ດາວພຸດໄປຈົນເຖິງດາວເກດ ແລະ ອີກຫຼາຍຮ້ອຍດວງຢູ່ພົ້ນຈາກດາວເກດອອກໄປ.
ດາວເຄາະນ້ອຍສ່ວນຫຼາຍພົບຢູ່ໃນແຖບດາວເຄາະນ້ອຍ ເຊິ່ງມີວົງໂຄຈອນເປັນວົງຮີຢູ່ລະຫວ່າງດາວອັງຄານກັບດາວພະຫັດ ເຊື່ອວ່າດາວເຄາະນ້ອຍສ່ວນໃຫຍ່ເປັນຊາກທີ່ຫຼົງເຫຼືອໃນຈານດາວເຄາະກ່ອນເກີດ ຊຶ່ງບໍ່ສາມາດຮວມຕົວກັນເປັນດາວເຄາະຂະໜາດໃຫຍ່ໄດ້ໃນລະຫວ່າງການກໍ່ກຳເນີດລະບົບສຸລິຍະ ເນື່ອງຈາກມີແຮງດຶງດູດລົບກວນຈາກດາວພະຫັດ. ດາວເຄາະນ້ອຍບາງດວງມີດາວບໍລິວານ ຫຼື ໂຄຈອນລະຫວ່າງກັນເອງເປັນຄູ່ ເອີ້ນວ່າ ລະບົບດາວເຄາະນ້ອຍຄູ່
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.