ນິກາຍເຖຣະວາດ
From Wikipedia, the free encyclopedia
ເຖລະວາດ, sthaviravada ສະຖະວິລິວາດ ໂດຍສັບແປວ່າ "ຕາມແນວທາງຂອງພະເຖລະ" ເປັນຊື່ຂອງ ນິກາຍ ທີ່ເກົ່າແກ່ທີ່ສຸດໃນ ສາດສະໜາພຸດ ໃນພຸດທະສາສະຫນາຝ່າຍມະຫາຍານ ຮຽກນິກາຍນີ້ວ່າ ຫິນະຍານ ຫລື ຫີນະຍານ.
ນິກາຍເຖລະວາດ ເປັນນິກາຍຫລັກ ທີ່ໄດ້ຮັບການນັບຖືໃນ ປະເທດສີລັງກາ (ປະມານ 70% ຂອງປະຊາກອນທັງໝົດ ແລະ ປະເທດໃນແຜ່ນດິນ ອາຊີຕາເວັນອອກສຽງໃຕ້ ໄດ້ແກ່ ໄທ ກຳປູເຈຍ ລາວ ແລະ ມຽນມາ ນິກາຍເຖລະວາດໄດ້ຮັບການນັບຖືເປັນສ່ວນນ້ອຍໃນ ປະເທດຈີນ ແລະ ຫວຽດນາມ ໂດຍສະເພາະໃນ ແຂວງຢູນນານ ເນປານ ບັງຄະລາເດດ ທີ່ ເຂດຈິດຕະກອງ ຫວຽດນາມ ທາງຕອນໃຕ້ໃກ້ຊາຍແດນ ກຳປູເຈຍ ມາເລເຊຍ ມີນັບຖືທາງຕອນເໜືອຂອງປະເທດ ມີສາສະນິກະຊົນ ສ່ວນໃຫຍ່ເປັນເຊື້ອສາຍ ໄທ ແລະ ສິງຫົນ ຕົວເລກຜູ້ນັບຖືສາສະຫນາພຸດ ນິກາຍເຖລະວາດມີຢູ່ປະມານ 100 ລ້ານຄົນ. ສຳລັບປະເທດລາວ ມີຜູ້ນັບຖືສາສະໜາພຸດ ປະມານ 80% ຂອງຈຳນວນປະຊາກອນທັງໝົດ.