ລືສີ
From Wikipedia, the free encyclopedia
ລືສີ ຫຼື ລຶສີ (ສັນສະກິດ: ṛṣi; ເທວະນາຄະລີ: ऋषि) ໝາຍເຖິງ ຜູ້ແຕ່ງພະເວດຫຼືຜູ້ເຫັນ. ເປັນນັກບວດພວກໜຶ່ງ. ມີມາກ່ອນພຸດທະການ. ສະຫຼະບ້ານເຮືອນໄປບຳເພັນພົດຫາຄວາມສະຫງົບ ຕາມບ່ອນສະຫງັດຕ່າງໆໃນປ່າພູຫຼືຖ້ໍາ. ເດີມມັກເປັນຍິງ ເຊິ່ງເອີ້ນ "ລຶສິກ" (rishika)[1]. ຕາມຄຳພີສານວານຸກະມະນີ (Sarvanukramani) ໃນບັນດາຜູ້ແຕ່ງລຶກຄະເວດ ມີລຶສີຍິງເຖິງຊາວຄົນ.
![Thumb image](http://upload.wikimedia.org/wikipedia/commons/5/5e/Chyavana.jpg)
ລຶສີ ອາດໝາຍເຖິງມຸນີ (ອັງກິດ: muni) ອີກຄວາມໝາຍໜຶ່ງແມ່ນ ລຶສີເພດຊາຍ ສ່ວນ "ລຶສິນີ" ໝາຍເຖິງ ລຶສີເພດຍິງ. ລຶສີທີ່ມີຊື່ສຽງຊື່ ລຶສີວະຍາດ. ເປັນຜູ້ສ້າງສະໂຫຼກເລື່ອງມະຫາກາບພາລະຕະ ເຊິ່ງມີຈໍານວນສະໂຫຼກປະມານ ໑ ແສນສະໂຫຼກ. ຕຳນານເລົ່າວ່າ ລືສີເວທະວະຍາດ ຫຼື ກິສະນະ ໄທວະປາຍະນະ ເປັນປູ່ຂອງສອງອ້າຍນ້ອງຕະກຸນເກົານົບແລະປານດົບ ແລະເປັນເຫຼນໃຫຍ່ຂອງທ້າວພະລະຕະ. ຄຳພີຮິນດູບູຮານລະບຸວ່າ ທ້າວພະລະຕະ ເປັນໂອລົດທ້າວທຸສະຍັນ ເກີດຈາກນາງສະກຸນຕະລາ[2].