From Wikipedia, the free encyclopedia
ສະຫຍາມ (ໄທ: สยาม) (ອັກສອນລະຕິນ: Siam,ອັກສອນເທວະນາຄີ: श्याम (ຄຳເຄົ້າ: ສຍາມ) ເຄີຍເປັນຊື່ເອິ້ນປະເທດໄທໃນອະດີດ ແຕ່ບໍ່ແມ່ນຊື່ທີ່ຄົນໄທເອີ້ນຕົນເອງ ລາຊະບັນດິດຍະສະຖານລະບຸວ່າສະຫຍາມເປັນຊື່ເອີ້ນດິນແດນແລະກຸ່ມຊົນທີ່ອາໄສໃນດິນແດນມາຕັ້ງແຕ່ສະໄໝບູຮານ
ສະຫຍາມເປັນຊື່ຢ່າງເປັນທາງການຂອງໄທຕັ້ງແຕ່ລັດຊະການພະບາດສົມເດັດພະຈອມເກົ້າເຈົ້າຢູ່ຫົວເປັນຕົ້ນມາ ກ່ອນປ່ຽນເປັນ "ໄທ" ເມື່ອວັນທີ່ 24 ມິຖຸນາ ຄ.ສ.1939 ພະມະຫາກະສັດຊົງໃຊ້ຊື່ "ສະຫຍາມ" ໃນການເຮັດສົນທິສັນຢາກັບຕ່າງຊາດເປັນເວລາຫຼາຍສະຕະວັດ ເນື່ອງຈາກລາຊະອານາຈັກປະກອບດ້ວຍຄົນຫຼາຍຊາດພັນ ເຊັ່ນ ໄທ ລາວ ມອນ ຍວນ ຂະເໝນ ແຂກ ຈີນ ຝະລັ່ງ ແລະມະລາຍູ ພະມະຫາກະສັດໄທຈຶງເອິ້ນດິນແດນແຫ່ງນີ້ວ່າ ປະເທດສະຫຍາມ ເພື່ອຄວາມເປັນອັນໜຶ່ງ ອັນດຽວກັນຂອງປະຊາຊົນ ອີກທັງຊື່ສະຫຍາມນັ້ນ ກໍຍັງຄົງເປັນທີ່ຮູ້ຈັກກັນຢ່າງແພ່ຫຼາຍໃນວົງການວິຊາການຂອງຕ່າງປະເທດອີກດ້ວຍ
ໃນປັດຈຸບັນມີຄວາມພະຍາຍາມທີ່ຈະປ່ຽນຊື່ປະເທດໄທກັບໄປເປັນສະຫຍາມ ແຕ່ຄົນໄທເດີມບໍ່ເອີ້ນຕົວເອງວ່າ ສະຫຍາມ ກັບເປັນຄົນກຸ່ມມອນ-ຂະເໝນທີ່ເອີ້ນຄົນທີ່ໃຊ້ພາສາຕະກູນໄທ-ລາວ ດ໋ຽວນີ້ຊາວບູ (ມອນ-ຂະເໝນ) ໃນເຂດມຸກດາຫານເອີ້ນພວກຜູ້ໄທວ່າຊຽມ ຮວມເຖິງໃນເຂດຈີນ-ພະມ້າ ຄົນໄທມັກຖືກພວກລະວ້າເອີ້ນວ່າຊຽມແລະໂດຍລັກສະນະການເອີ້ນຊື່ຊົນຊາດອື່ນ ສ່ວນຫຼາຍເປັນຄຳບໍ່ຄ່ອຍດີ ຊຽມຫຼືສະຫຍາມ ອາດເປັນຄຳທີ່ບໍ່ຄ່ອຍດີກໍໄດ້ ເໝືອນທີ່ຈີນເອີ້ນຜູ້ໄທວ່າ ໄປ່ເຍວ່ ຫຼື ລາວ ເອີ້ນພວກທີ່ເວົ້າພາສາມອນ-ຂະເໝນວ່າ "ຂ່າ" ເປັນຕົ້ນ ພໍບໍ່ຮູ້ຄຳວ່າຄວາມໝາຍກໍເອົາຄຳວ່າ "ຂ່າ" ໄປເປັນຊື່ຊົນຊາດໄປ ທັງທີ່ມາຈາກການເຫຍີຍດຫຍາມ
ຈົນຮອດປັດຈຸບັນນີ້ ກໍຍັງບໍ່ມີຜູ້ໃດຊາບທີ່ມາຂອງຄຳວ່າສະຫຍາມວ່າມາຈາກບ່ອນໃດຢ່າງແນ່ຊັດ ເຊິ່ງມີຄວາມຄິດເຫັນຂອງຜູ້ຮູ້ຕ່າງ ໆ ດັງນີ້ ຈິດ ພູມສັກ ໄດ້ສຶກສາປະຫວັດທີ່ມາຂອງຄຳວ່າ "ສະຫຍາມ" ແລະຂຽນເປັນໜັງສື ຄວາມເປັນມາຂອງຄຳສະຫຍາມ ໄທ ລາວແລະຂອມ ແລະລັກສະນະທາງສັງຄົມຂອງຊື່ຊົນຊາດ ມີຄວາມສະຫຼຸບໄດ້ວ່າ:
ຈະຕ້ອງເປັນຄຳເປັນຄຳທີ່ຄ້າຍກັບ "ຊາມ-ຊຽມ" ຕາມສົມມຸດຕິຖານທາງນິຮຸກຕິສາດມີຄວາມກ່ຽວຂ້ອງກັບນ້ຳ ເນື່ອງຈາກພົບໃນພົງສາວະດານລາຊະວົງຫຍວນ ອັນສອດຄ້ອງກັບວິຖີຊີວິດຂອງຊົນຊາດໄຕ ນ່າຈະເປັນພາສານ່ານເຈົ້າ ທີ່ເກີດຂອງຄຳວ່າ "ສະຫຍາມ" ຢູ່ໃນບໍລິເວນທາງຕອນເໜືອຂອງພະມ້າ
ສະຫຍາມອາດເປັນຄຳມາຈາກພາສາສັນສະກິດວ່າ ສະຍາມ ເຊິ່ງແປວ່າ ສີດຳ ສີຄ້ຳ ສີທອງ ຯລຯ ນັ້ນ ເບິ່ງເໝືອນຈະເປັນຄວາມເຫັນດັ້ງເດີມທີ່ແພ່ຫຼາຍຫຼາຍທີ່ສຸດ ແລະແທບຈະຍອມຮັບກັນເປັນຄວາມຈິງຊີ້ຂາດເລື່ອງຊື່ສະຫຍາມທີດຽວ
ຈິດ ພູມສັກ
ປີດີ ພະນົມຍົງ ເຄີຍຂຽນໄວ້ວ່າ ມີການໃຊ້ຊື່ສະຫຍາມມາຕັ້ງແຕ່ສະໄໝກຸງສີອະຍຸທະຍາເປັນນະຄອນຫຼວງຈົນຮອດສະໄໝລັດຊະການທີ່ 1 ແຫ່ງກຸງລັດຕະນະໂກສິນ ຊົງນຳກົດໝາຍເກົ່າມາຊຳລະແລະຮວບຮວມເປັນກົດໝາຍກາສາມດວງ ຊື່ປະເທດໄດ້ຮັບການບັນທຶກເປັນພາສາປາລີວ່າ "ສາມປະເທດ" ສາມ ຫຼື ສາມະ ແປວ່າຄວາມສະເໝີພາກ ສ່ວນ ປເທດ ແປວ່າ ປະເທດ ແຕ່ຝະລັ່ງອອກສຽງພ້ຽນເປັນຊຽມຫຼືໄຊແອມ
ສະຫຍາມ ແມ່ນຄຳເອິ້ນຂອງຊາວຕາເວັນຕົກທີ່ມາເຮັດການຄ້າ ການເດີນທາງມາທາງເຮືອຕ້ອງຜ່ານພະມ້າກ່ອນ ຊາວພະມ້າບອກຊາວຕາເວັນຕົກວ່າ ຊຽມ ຊາວໄທ ອອກສຽງເປັນ ຊຽນ ເຊິ່ງປັດຈຸບັນແມ່ນ ສານເນື່ອງຈາກຊາວພະມ້າອອກສຽງ ນ.ໜູ ບໍ່ໄດ້ ຈຶງພ້ຽນເປັນ ມ.ມ້າ ສານຊາວພະມ້າໝາຍເຖິງ ລັດສານ ໃນປະເທດມຽນມາ, ອານາຈັກລ້ານນາ ໃນໄທ, ລາວ, ພາກອີສານຕອນເໜືອ ໃນໄທ, ຕອນໃຕ້ຂອງຍູນນານ ໃນຈີນ, ດ້ານຕາເວັນຕົກຂອງພາກເໜືອໃນຫວຽດນາມ ຊາດໄທນັ້ນ ຢ່ານອິນເດຍເພາະວ່າອິນເດຍເຄີຍລົ່ມອານາຈັກໄຊຍາໄດ້ ເຊິ່ງໄທສູ້ບໍ່ໄດ້ໃນຍຸກນັ້ນ ຈຶງມີພາສາຂອງອິນເດຍປະປົນຢູ່ຫຼາຍ ທັງໃນພາສາໄທແລະສາດສະໜາພຸດດ້ວຍ
ສະຫຍາມແມ່ນຊື່ດິນແດນແລະກຸ່ມຊົນບໍ່ຈຳກັດຊາດພັນ ເຊິ່ງອາດອະທິບາຍໄດ້ວ່າສະຫຍາມເປັນ "ພວກຮ້ອຍພໍ່ພັນແມ່" ຄື ບໍ່ໄດ້ໝາຍເຖິງຊົນຊາດໃດຊົນຊາດນຶ່ງ ແຕ່ອາໄສລັກສະນະພາຍນອກເປັນຕົວກຳໜົດ ເຊັ່ນ ໃຊ້ເອິ້ນຜູ້ທຳມາຫາກິນໃນບໍລິເວນຕາມນ້ຳພຸທີ່ຜຸດຈາກແອ່ງດິນອ່ອນຫຼືດິນໂຄນ[1] ຫຼືອາດໃຊ້ເອິ້ນຜູ້ທີ່ຢູ່ອາໄສຮິມແມ່ນ້ຳຂອງ[2]
ຊາວສະຫຍາມຫຼືສຽມເປັນກຸ່ມຊົນທີ່ອາໄສຢູ່ຕ່ຳກວ່າເສັ້ນລະຕິຈູດ 19° ເໜືອລົງມາເປັນການຜະສົມຜະສານຂອງກຸ່ມຊົນຕ່າງໆ ທີ່ໃຊ້ພາສາໄທໃນການສື່ສານ[3] ນາຍສຸຈິດ ວົງເທດ ຜູ້ຂຽນເລື່ອງ "ຄົນໄທມາຈາກໄໜ" (ໄທ: คนไทยมาจากไหน) ຈຶງສະເໜີໃຫ້ເອິ້ນຜູ້ທີ່ອາໄສຢູ່ໃນປະເທດໄທປະຈຸບັນວ່າ "ຊາວໄທສະຫຍາມ" ແທນ ເພາະຄຳວ່າ "ຊາວໄທ" ມີຄວາມໝາຍຄອບຄຸມເຖິງ "ຊາວໄທໃຫຍ່" ແລະ "ຊາວໄທນ້ອຍ" ເຊິ່ງອາໄສຢູ່ນອກປະເທດໄທດ້ວຍ[4]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.