ສົງຄາມລະຫວ່າງຝ່າຍສຳພັນທະມິດ ແລະ ຝ່າຍອັກສະ (ປີ ຄ.ສ 1939 - 1945) From Wikipedia, the free encyclopedia
ສົງຄາມໂລກຄັ້ງທີສອງ (ອັງກິດ: World War II)[lower-alpha 1] ແມ່ນຄວາມຂັດແຍ່ງທາງທະຫານລະດັບໂລກລະຫວ່າງສອງຝ່າຍພັນທະມິດຄື: ຝ່າຍສຳພັນທະມິດ ແລະ ຝ່າຍອັກສະ. ປະເທດເກືອບທັງໝົດໃນໂລກ ລວມທັງປະເທດມະຫາອຳນາດໄດ້ເຂົ້າຮ່ວມໃນຄວາມຂັດແຍ່ງນີ້, ຫຼາຍປະເທດໄດ້ລົງທຶນລົງແຮງສຸດຄວາມສາມາດທັງໃນດ້ານເສດຖະກິດ, ອຸດສາຫະກຳ ແລະ ວິທະຍາການວິທະຍາສາດທັງໝົດໃນສົງຄາມແບບເບັດເສັດ, ເຮັດໃຫ້ບໍ່ອາດແຍກຄວາມແຕກໄດ້ລະຫວ່າງຊັບພະຍາກອນຂອງພົນລະເມືອງ ແລະ ທະຫານ. ເຮືອບິນມີບົດບາດສຳຄັນໃນການຖິ້ມລະເບີດໃສ່ຈຸດຍຸດທະສາດອັນເປັນສູນກາງຂອງປະຊາກອນ ແລະ ຍັງໄດ້ມີການໃຊ້ລະເບີດນິວເຄຼຍພຽງສອງຄັ້ງໃນປະຫວັດສາດສົງຄາມ. ສົງຄາມຄັ້ງນີ້ຖືເປັນຄວາມຂັດແຍ່ງທີ່ຮ້າຍແຮງທີ່ສຸດໃນປະຫວັດສາດ, ມີຜູ້ເສຍຊີວິດຫຼາຍເຖິງ70-85ລ້ານຄົນ. ຫຼາຍລ້ານຊີວິດຕາຍໄປຍ້ອນການຂ້າລ້າງເຜົ່າພັນທີ່ເອີ້ນວ່າໂຊອາ ຫຼື ໂຮໂລຄອສ, ຄວາມອຶດຫິວ, ການສັງຫານໝູ່ ແລະ ໂລກພະຍາດ. ຫຼັງການພ່າຍແພ້ຂອງຝ່າຍອັກສະ, ເຢຍລະມັນ, ໂອຕຣິດ ແລະ ຍີ່ປຸ່ນຖືກຍຶດ, ແລະ ມິການດຳເນີນຄະດີອາດຊະຍາກຳສົງຄາມກັບເຫຼົ່າຜູ້ນຳຂອງເຢຍລະມັນ ແລະ ຍີ່ປຸ່ນ.
ສົງຄາມໂລກຄັ້ງທີສອງ | |||||||
---|---|---|---|---|---|---|---|
| |||||||
ຄູ່ສົງຄາມ | |||||||
ຝ່າຍສຳພັນທະມິດ | ຝ່າຍອັກສະ | ||||||
ຜູ້ບັນຊາການ ແລະ ຜູ້ນຳ | |||||||
ຜູ້ນຳຝ່າຍສຳພັນທະມິດ |
ຜູ້ນຳຝ່າຍອັກສະ
| ||||||
ຄວາມສູນເສຍ | |||||||
|
|
ສາເຫດຂອງສົງຄາມຍັງຄົງເປັນທີ່ຖົກຖຽງກັນຢູ່; ປັດໄຈທີ່ມີສ່ວນໄດ້ແກ່: ການມີອຳນາດຂຶ້ນຂອງລັກທິຟາຊິດໃນເອີຣົບ, ສົງຄາມກາງເມືອງແອັດສະປາຍ, ສົງຄາມຈີນ-ຍີ່ປຸ່ນຄັ້ງທີສອງ, ຂໍ້ຂັດແຍ່ງຊາຍແດນລະຫວ່າງໂຊວຽດ-ຍີ່ປຸ່ນ, ແລະ ຄວາມເຄັ່ງຕຶງຫຼັງສົງຄາມໂລກຄັ້ງທີໜຶ່ງ. ໂດຍທົ່ວໄປແລ້ວສົງຄາມໂລກຄັ້ງທີສອງຖືວ່າເລີ່ມຕົ້ນຂຶ້ນໃນວັນທີ1 ເດືອນກັນຍາປີ1939, ເມື່ອນາຊີເຢຍລະມັນພາຍໃຕ້ການນຳຂອງຮິດແລຮຸກຮານໂປໂລຍ. ສະຫະລາຊະອານາຈັກ ແລະ ຝຣັ່ງປະກາດສົງຄາມກັບເຢຍລະມັນເມື່ອວັນທີ3 ເດືອນກັນຍາ. ພາຍໃຕ້ສົນທິສັນຍາໂມໂລຕອບ-ຣິບເບີນຕຣອບໃນເດືອນກັນຍາປີ1939, ເຢຍລະມັນ ແລະ ສະຫະພາບໂຊວຽດໄດ້ແບ່ງໂປໂລຍ ແລະ ໝາຍ"ເຂດອິດທິພົນ"ຂອງຕົນເອງຜ່ານປະເທດແຟງລັງ, ແອັດສະໂຕນີ, ລັດເວຍ, ລີຕົວນີ ແລະ ຣູມານີ. ນັບແຕ່ປາຍປີ1939ຫາຕົ້ນປີ1941, ຜ່ານການສູ້ຮົບຫຼາຍບັ້ນຮົບ ແລະ ສົນທິສັນຍາຫຼາຍສະບັບ, ເຢຍລະມັນໄດ້ພິຊິດ ຫຼື ຄວບຄຸມກວມເອົາພື້ນທີ່ສວ່ນໃຫຍ່ຂອງທະວີບເອີຣົບ ພາຍໃຕ້ພັນທະມິດທາງທະຫານທີ່ເອີ້ນວ່າຝ່າຍອັກສະ ລວມກັບອີຕາລີ, ຍີ່ປຸ່ນ ແລະ ອີກຫຼາຍປະເທດ. ພາຍຫຼັງການເລີ່ມຂຶ້ນຂອງສະໜາມຮົບໃນອາຟຣີກາເໜືອ ແລະ ຕາເວັນອອກ, ການລົ້ມສະຫຼາຍຂອງປະເທດຝຣັ່ງໃນກາງປີ1940, ສົງຄາມຍັງຄົງດຳເນີນໄປໂດຍຫຼັກແມ່ນລະຫວ່າງມະຫາອຳນາດຝ່າຍອັກສະເອີຣົບກັບຈັກກະວັດອັງກິດ, ໂດຍເຮັດສົງຄາມຢູ່ແຫຼມບານກັງ, ການສູ້ຮົບທາງອາກາດເທິງທ້ອງຟ້າຂອງອັງກິດ, ຍຸດທະການຖິ້ມລະເບີດໃສ່ສະຫະລາຊະອານາຈັກ ແລະ ບັ້ນຮົບມະຫາສະໝຸດອັດລັງຕິກ. ໃນເດືອນມິຖຸນາປີ1941, ເຢຍລະມັນໄດ້ນຳພາຝ່າຍອັກສະເອີຣົບບຸກສະຫະພາບໂຊວຽດ ໂດຍເປີດສາກສະໜາມຮົບໃນດ້ານຕາເວັນອອກ.
ຍີ່ປຸ່ນມີເປົ້າໝາຍແມ່ນຍຶດຄອງອາຊີຕາເວັນອອກ ແລະ ອາຊີປາຊີຟິກ, ແລະ ໃນປີ1937ກໍໄດ້ເຮັດສົງຄາມກັບສາທາລະນະລັດຈີນ. ໃນເດືອນທັນວາປີ1941, ຍີ່ປຸ່ນໄດ້ບຸກໂຈມຕີດິນແດນຂອງອາເມຣິກາ ແລະ ສະຫະລາຊະອານາຈັກເກືອບພ້ອມກັນກັບການຮຸກຮານອາຊີຕາເວັນອອກສຽງໃຕ້ ແລະ ປາຊີຟິກກາງ, ລວມເຖິງການບຸກອ່າວໄຂ່ມຸກ,[lower-alpha 2] ເຊິ່ງເຮັດໃຫ້ສະຫະລັດອາເມຣິກາ ແລະ ສະຫະລາຊະອານາຈັກປະກາດສົງຄາມກັບຍີ່ປຸ່ນ. ມະຫາອຳນາດຝ່າຍອັກສະເອີຣົບປະກາດສົງຄາມກັບສະຫະລັດເພື່ອເປັນການຮ່ວມມື. ໃນໄລຍະເວລາບໍ່ດົນ, ຍີ່ປຸ່ນສາມາດຍຶດຄອງເອົາພື້ນທີ່ສ່ວນໃຫຍ່ໃນມະຫາສະໝຸດປາຊີຟິກຕາເວັນຕົກໄດ້, ແຕ່ຄວາມຄືບໜ້າກໍໄດ້ຢຸດລົງໃນປີ1942 ເມື່ອພວກເຂົາໄດ້ປະລາໄຊໃນບັ້ນຮົບທາງທະເລທີ່ມິດເວອັນເປັນຍຸດທະສາດທີ່ສຳຄັນ. ຄວາມພ່າຍແພ້ຄັ້ງສຳຄັນໃນປີ1943 ລວມມີ: ການພ່າຍແພ້ຂອງເຢຍລະມັນໃນແນວບັ້ນຮົບດ້ານຕາເວັນອອກ, ການບຸກຮຸກຮານຊີຊີລີ ແລະ ແຜ່ນດິນຫຼັກຂອງອີຕາລີຂອງຝ່າຍສຳພັນທະມິດ, ແລະ ການຮຸກສວນຄືນຂອງຝ່າຍສຳພັນທະມິດໃນມະຫາສະໝຸດປາຊີຟິກ; ເຮັດໃຫ້ກຳລັງຂອງພວກຝ່າຍຟາຊິດອັກສະອ່ອນເພຍລົງ ແລະ ບັງຄັບໃຫ້ຕ້ອງລ່າຖອຍໜີໃນທຸກດ້ານ. ໃນປີ1944, ຝ່າຍສຳພັນທະມິດໄດ້ບຸກຝຣັ່ງທີ່ເຢຍລະມັນຍຶດຄອງ, ໃນຂະນະທີ່ສະຫະພາບໂຊວຽດບຽດຍຶດດິນແດນຂອງຕົນທີ່ເຄີຍສູນເສຍໄປ ແລະ ໄດ້ບຸກດັນເຢຍລະມັນ ແລະ ຝ່າຍອັກສະເອີຣົບຄືນ. ລະຫວ່າງປີ1944-1945, ຍີ່ປຸ່ນໄດ້ປະສົບກັບການລຸກຮືໃນອາຊີແຜ່ນດິນໃຫຍ່, ໃນຂະນະທີ່ຝ່າຍສຳພັນທະມິດເຮັດໃຫ້ກອງທັບເຮືອຍີ່ປຸ່ນອ່ອນແອຢ່າງໝັກ ແລະ ຍຶດເກາະທີ່ສຳຄັນໃນມະຫາສະໝຸດປາຊີຟິກໄດ້. ສົງຄາມໃນເອີຣົບສິ້ນສຸດລົງດ້ວຍການປົດປ່ອຍດິນແດນທີ່ເຢຍລະມັນຍຶດຄອງ; ການຮຸກຮານເຢຍລະມັນໂດຍຝ່າຍສຳພັນທະມິດຕາເວັນຕົກ ແລະ ສະຫະພາບໂຊວຽດ, ເຊິ່ງໄດ້ສິ້ນສຸດລົງເມື່ອນະຄອນຫຼວງແບັກແລັງ(ເບີລິນ)ຂອງເຢຍລະມັນລົ້ມສະຫຼາຍຈາກການບຸກຂອງກອງທັບໂຊວຽດ; ອັດຕະວິນິບາດກຳຂອງຮິດແລ; ແລະ ການຍອມຈຳນົນຢ່າງບໍ່ມີເງື່ອນໄຂຂອງເຢຍລະມັນໃນວັນທີ8 ເດືອນພຶດສະພາປີ1945. ຫຼັງຈາກການປະຕິເສດຂອງຍີ່ປຸ່ນທີ່ຈະຍອມຈຳນົນຕາມເງື່ອນໄຂຂອງປະຕິນຍາພອດສະດາມ, ສະຫະລັດໄດ້ຖິ້ມລະເບີດປະລານະມູລູກທຳອິດລົງໃສ່ເມືອງຮິໂຣຊິມະເມື່ອວັນທີ6 ສິງຫາ ແລະ ລູກທີສອງລົງໃສ່ເມືອງນາງາຊາກິເມື່ອວັນທີ9 ສິງຫາ. ເມື່ອປະເຊີນໜ້າກັບການຮຸກຮານທີ່ໃກ້ເກາະຍີ່ປຸ່ນເຂົ້າມາເລື້ອຍໆ, ຄວາມເປັນໄປໄດ້ທີ່ຈະຖືກຖິ້ມລະເບີດປະລາມະນູເພີ່ມອີກ, ແລະ ການປະກາດສົງຄາມຂອງສະຫະພາບໂຊວຽດກັບຍີ່ປຸ່ນກ່ອນເປີດສາກບຸກມານຈູຣີ, ຍີ່ປຸ່ນຈຶ່ງປະກາດຄວາມຕ້ອງການທີ່ຈະຍອມຈຳນົນເມື່ອວັນທີ10 ສິງຫາ, ແລະ ໄດ້ລົງນາມໃນສົນທິສັນຍາຍອມຈຳນົນເມື່ອວັນທີ2 ກັນຍາປີ1945.
ສົງຄາມໂລກຄັ້ງທີສອງໄດ້ປ່ຽນແນວທາງທາງການເມືອງ ແລະ ໂຄງສ້າງທາງສັງຄົມ, ແລະ ວາງຮາກຖານໃຫ້ແກ່ກົດລະບຽບລະຫວ່າງປະເທດໃນທົດສະວັດທີ່ເຫຼືອຂອງສະຕະວັດທີXX ແລະ ສະຕະວັດທີXXI. ອົງການສະຫະປະຊາຊາດໄດ້ຮັບການຈັດຕັ້ງຂຶ້ນ ເພື່ອສົ່ງເສີມຄວາມຮ່ວມມືລະຫວ່າງປະເທດ ແລະ ປ້ອງກັນການເກີດຄວາມຂັດແຍ່ງ, ໂດຍມີມະຫາອຳນາດທີ່ຊະນະສົງຄາມລວມມີ: ຈີນ, ຝຣັ່ງ, ສະຫະພາບໂຊວຽດ, ສະຫະລາຊະອານາຈັກ ແລະ ສະຫະລັດອາເມຣິກາເປັນສະມາຊິກຖາວອນຂອງຄະນະມົນຕີຄວາມໝັ້ນຄົງ. ສະຫະພາບໂຊວຽດ ແລະ ສະຫະລັດອາເມຣິກາກາຍເປັນຄູ່ແຂ່ງກັນໃນຖານະອະພິມະຫາອຳນາດ, ເຮັດໃຫ້ເກີດສົງຄາມເຢັນ. ເນື່ອງຈາກຄວາມອ່ອນເພຍໜັກຈາກສົງຄາມໃນເອີຣົບ, ອິດທິພົນຂອງເຫຼົ່າມະຫາອຳນາດຫຼຸດໜ້ອຍລົງ, ເຮັດໃຫ້ເກີດການແຍກຕົວເປັນເອກະລາດຈາກອານານິຄົມຂອງບັນດາປະເທດຫົວເມືອງຂຶ້ນໃນອາຟຣິກາ ແລະ ອາຊີ. ປະເທດສ່ວນໃຫຍ່ທີ່ອຸດສາຫະກຳໄດ້ຮັບຄວາມເສຍຫາຍໄດ້ເດີນໜ້າຟື້ນຟູ ແລະ ຂະຫຍາຍຕົວທາງເສດຖະກິດ.
ສົງຄາມໂລກຄັ້ງທີສອງເລີ່ມຕົ້ນຂຶ້ນໃນເອີຣົບເມື່ອວັນທີ1 ກັນສາປີ1939[3][4] ດ້ວຍການຮຸກຮານໂປໂລຍ ແລະ ການປະກາດສົງຄາມຂອງສະຫະລາຊະອານາຈັກ ແລະ ຝຣັ່ງໃນອີກສອງມື້ຕໍ່ມາເມື່ອວັນທີ3 ເດືອນກັນຍາ. ສ່ວນວັນທີ່ສົງຄາມໃນຝັ່ງປາຊີຟິກເລີ່ມຕົ້ນແມ່ນລວມມີ: ຈຸດເລີ່ມຕົ້ນຂອງສົງຄາມຈີນ-ຍີ່ປຸ່ນຄັ້ງທີສອງເມື່ອວັນທີ7 ກໍລະກົດປີ1937,[5][6] ຫຼື ການຮຸກຮານມານຈູຣີກ່ອນໜ້າເມື່ອວັນທີ19 ກັນຍາປີ1931.[7][8] ບາງຄົນກໍອີງຕາມນັກປະຫວັດສາດຊາວອັງກິດ ເອ. ເຈ. ພີ. ເທເລີ ເຊິ່ງໄດ້ກ່າວວ່າສົງຄາມຈີນ-ຍີ່ປຸ່ນ ແລະ ສົງຄາມໃນເອີຣົບ ແລະ ລະບົບຫົວເມຶອງຂຶ້ນຂອງເອີຣົບເກີດຂຶ້ນພ້ອມໆກັນ ແລະ ໄດ້ກາຍເປັນສົງຄາມໂລກຄັ້ງທີສອງເຕັມຕົວໃນປີ1941.[9] ທິດສະດີອື່ນໆກ່ຽວກັບວັນເລີ່ມຕົ້ນຂອງສົງຄາມໂລກຄັ້ງທີສອງກໍລວມເອົາການຮຸກຮານອະບິດຊິນີ(ເອທິໂອປີ)ຂອງອີຕາລີເມື່ອວັນທີ3 ຕຸລາປີ1935ນຳ.[10] ແອນໂທນີ ບີເວີ ນັກປະຫວັດສາດຊາວອັງກິດ ມອງວ່າຈຸດເລີ່ມຕົ້ນຂອງສົງຄາມໂລກຄັ້ງທີສອງແມ່ນຍຸດທະການບັ້ນຮົບການກິນກໍ ລະຫວ່າງຍີ່ປຸ່ນກັບກອງກຳລັງມົງໂກລີ ແລະ ສະຫະພາບໂຊວຽດຕັ້ງແຕ່ເດືອນພຶດສະພາຫາເດືອນກັນຍາປີ1939.[11] ບາງຄົນກໍວ່າສົງຄາມກາງເມືອງແອັດສະປາຍເປັນຈຸດເລີ່ນຕົ້ນ ຫຼື ເປັນຈຸດບົ່ງຊີ້ຂອງສົງຄາມຄັ້ງທີສອງ.[12][13]
ວັນທີ່ສົງຄາມສິ້ນສຸດທີ່ແນ່ນອນຍັງບໍ່ມີທີ່ໄດ້ຮັບການຍອມຮັບໃນລະດັບສາກົນ. ເປັນທີ່ຍອມຮັບກັນໂດຍທົ່ວໄປວ່າເວລາທີ່ສົງຄາມສິ້ນສຸດລົງແມ່ນການສະຫງົບເສິກໃນວັນທີ15 ສິງຫາປີ1945(ວັນໄຊເໜືອຍີ່ປຸ່ນ), ແທນທີ່ຈະຍອມຮັບເອົາວັນທີ່ຍີ່ປຸ່ນຍອມຈຳນົນໃນວັນທີ2 ທັນວາ ກັນຍາປີ1945 ເຊິ່ງເປັນວັນທີ່ສົງຄາມໃນອາຊີຢຸດຕິລົງຢ່າງເປັນທາງການ. ສົນທິສັນຍາສັນຕິພາບລະຫວ່າງຍີ່ປຸ່ນ ແລະ ສຳພັນທະມິດຖືກລົງນາມໃນປີ1951.[14] ສົນທິສັນຍາວ່າດ້ວຍອະນາຄົດຂອງເຢຍລະມັນໃນປີ1990ໄດ້ອະນຸຍາດໃຫ້ເຢຍລະມັນຕາເວັນອອກ ແລະ ຕາເວັນຕົກລວມກັນເປັນເອກະພາບ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນຫຼັງສົງຄາມໂລກຄັ້ງທີສອງ.[15] ບໍ່ມີການລົງນາມສົນທິສັນຍາສັນຕິພາບຢ່າງເປັນທາງການລະຫວ່າງຍີ່ປຸ່ນ ແລະ ສະຫະພາບໂຊວຽດ,[16] ເຖິງແມ່ນແນວນັ້ນ ພາວະສົງຄາມຂອງລະຫວ່າງທັງສອງປະເທດກໍໍສິ້ນສຸດລົງແລ້ວໃນປະຕິນຍາຮ່ວມໂຊວຽດ-ຍີ່ປຸ່ນປີ1956, ເຊິ່ງໄດ້ມີການຟື້ນຟູຄວາມສຳພັນທາງການທູດໂດຍສົມບູນລະຫວ່າງທັງສອງປະເທດ. [17]
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.