From Wikipedia, the free encyclopedia
ວັນ ອີສເຕີ, [nb 1] ຍັງເອີ້ນວ່າ Pascha(ອັງກິດ: Easter; ອັງກິດບູຮານ: Ēostre ຫລື ອັງກິດ: Pasch, Pascha; ລາຕິນ: Pascha ປັສຄາ; ເກຼັກ: Πάσχα, Paskha; ແອຣາເມອິກ: פַּסחא Pasḥa; ມາຈາກຮີບຣູ: פֶּסַח Pesaḥ) ຫຼື Resurrection Sunday, ແມ່ນ ງານບຸນ ແລະ ວັນພັກ ເພື່ອສະຫລອງການ ຟື້ນຄືນພຣະຊົນຂອງພຣະເຢຊູ ຈາກການສິ້ນພະຊົນ, ໄດ້ອະທິບາຍໄວ້ໃນ ພຣະຄຳພີ ໃໝ່ ວ່າ ໄດ້ເກີດຂື້ນໃນມື້ທີສາມພາຍຫລັງສິ້ນພະຊົນຫລັງຖືກຄຶງທີ່ໄມ້ກາງແຂນ ໂດຍ ຊາວໂຣມັນ ທີ່ ຄາວາລີ ຄສ 30 . ມັນແມ່ນຈຸດສູງສຸດຂອງການທໍລະມານ ຂອງພຣະເຢຊູ, ກ່ອນ ເທດສະການມະຫາພຣົດ (ຫລື Great Lent ), ເປັນເວລາ 40 ວັນຂອງ ການຖືສິນອົດເຂົ້າ, ການອະທິຖານ, ແລະ ການສຳນຶກຜິດກັບໃຈຈາກບາບ.ຊາວຄຣິສະຕຽນ ສ່ວນໃຫຍ່ອ້າງເຖິງອາທິດກ່ອນວັນ Easter ເປັນ " ອາທິດສັກສິດ ", ເຊິ່ງປະກອບດ້ວຍວັນຕ່າງໆຂອງ Easter Triduum, ລວມທັງ Maundy ວັນພະຫັດ, ເພື່ອລະນຶກເຖິງ ວັນ Maundy ແລະ ອາຫານຄ່ຳມື້ສຸດທ້າຍ, [1] [2] ເຊັ່ນດຽວກັນກັບ ວັນສຸກທີ່ສັກສິດ, ເພື່ອຈົດຈຳ ການຖືກຕຶງກາງເຂນ ແລະ ການສິ້ນພະຊົນຂອງພຣະເຢຊູ . [3] ໃນ ຄຣິສຕຽນຕາເວັນຕົກ, Eastertide, ຫລື ລະດູການ Easter, ເລີ່ມຕົ້ນໃນວັນອາທິດ Easter ແລະຈະແກ່ຍາວເຖິງເຈັດອາທິດ, ສິ້ນສຸດໃນມື້ທີ 50, ເທດສະການເພນເຕດຄອດ . ໃນ ຄຣິສຕຽນທາງຕາເວັນອອກ, ລະດູການຂອງ Pascha ເລີ່ມຕົ້ນໃນ Pascha ແລະສິ້ນສຸດລົງໃນມື້ທີ 40, ເທດສະການ ວັນສະເດັດຂຶ້ນສູ່ສະຫວັນ .
Easter | |
---|---|
ສັນຍາລັກແຫ່ງການຟື້ນຄືນຊີບຂອງພຣະເຢຊູ ພັນລະນາເຖິງ ພຣະເຢຊູ ໄດ້ທຳລາຍປະຕູແຫ່ງນາຣົກ ແລະ ນຳເອົາ ອາດາມອອກມາຈາກ ສຸສານ. ພຣະເຢຊູຖືກອອ້ມຂ້າງດ້ວຍນັກບຸນ ແລະ ຊາຕານ ເຊິ່ງຖືກວາດເປັນຊາຍແກ່ກຳລັງຖືກລ່າມໂສ້. (See Resurrection of Jesus in Christian art.) | |
ປະເພດ | ຄິດຕະສາສະໜາ, ວັດທະນະທຳ |
ຄວາມສຳຄັນ | ສະຫລອງ ການຟື້ນຊີບຂອງພຣະເຢຊູ |
ການສະເຫຼີມສະຫຼອງ | ການເຂົ້າໂບດ ຫລື ເມສ, ຮັບປະທານອາຫານຄອບຄົວ, ການຕົກແຕ່ງໄຂ່ອີສເຕີ, ແລະການໃຫ່ຂອງຂວັນ |
ການຖືປະຕິບັດ | ອະທິຖານ, ເຝົ້າໝົດຄືນໃນໂບດ, ບໍລິການພະອາທິດຂຶ້ນ |
ວັນທີ | ກຳນົດໂດຍ ການຄຳນວນຕາມປະຕິທິນອີສເຕີ |
ວັນທີໃນປີ 2024 |
|
ສ່ວນກ່ຽວຂ້ອງ | Passover, since it is regarded as the Christian fulfillment of Passover; Septuagesima, Sexagesima, Quinquagesima, Shrove Tuesday, Ash Wednesday, Clean Monday, Lent, Great Lent, Palm Sunday, Holy Week, Maundy Thursday, Good Friday, and Holy Saturday which lead up to Easter; and Divine Mercy Sunday, Ascension, Pentecost, Trinity Sunday, Corpus Christi and Feast of the Sacred Heart which follow it. |
Seamless Wikipedia browsing. On steroids.
Every time you click a link to Wikipedia, Wiktionary or Wikiquote in your browser's search results, it will show the modern Wikiwand interface.
Wikiwand extension is a five stars, simple, with minimum permission required to keep your browsing private, safe and transparent.