ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
From Wikipedia, the free encyclopedia
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້ (ອັງກິດ: Association of South East Asian Nations) ຫຼື ອາຊຽນ (ASEAN) ເປັນອົງການທາງພູມສາດການເມືອງ ແລະ ເສດຖະກິດໃນອາຊີຕາເວັນອອກສຽງໃຕ້ ມີປະເທດສະມາຊິກທັງໝົດ 10 ປະເທດ ເຊັ່ນ: ກຳປູເຈຍ, ໄທ, ບຣູໄນ, ມຽນມາ, ຟີລິບປິນ, ມາເລເຊຍ, ລາວ, ຫວຽດນາມ, ສິງກະໂປ, ແລະ ອິນໂດເນເຊຍ. ອາຊຽນມີພື້ນທີ່ປະມານ 4,479,210 ຕາລາງກິໂລແມັດ ມີປະຊາກອນປະມານ 625 ລ້ານຄົນ[9] ໃນປີ 2010 ຈີດີພີຂອງປະເທດສະມາຊິກລວມກັນຄິດເປັນມູນຄ່າປະມານ 1.8 ພັນຕື້ໂດລາສະຫະລັດ[10] ຄິດເປັນລຳດັບທີ 9 ຂອງໂລກຮຽງຕາມຈີດີພີ ອາຊຽນມີພາສາອັງກິດເປັນພາສາທາງການ[5]
ສະມາຄົມປະຊາຊາດແຫ່ງອາຊີຕາເວັນອອກສຽງໃຕ້
| |||||||||||||||||||
---|---|---|---|---|---|---|---|---|---|---|---|---|---|---|---|---|---|---|---|
ເມືອງຫຼວງ | ບໍ່ມີ ສຳນັກງານໃຫຍ່: ຈາກາຕາ, ອິນໂດເນເຊຍ | ||||||||||||||||||
ສຳນັກງານໃຫຍ່ | ຈາກາຕາ, ອິນໂດເນເຊຍ | ||||||||||||||||||
ພາສາລັດຖະການ | |||||||||||||||||||
ເດມະນິມ | ຄົນອາຊີຕາເວັນອອກສຽງໃຕ້ | ||||||||||||||||||
ລັດຖະສະມາຊິກ |
2 ລັດຜູ້ສັງເກດການ
| ||||||||||||||||||
ຜູ້ນຳ | |||||||||||||||||||
• ປະທານ | ໂຈໂກ ວີໂດໂດ | ||||||||||||||||||
• ເລຂາທິການ | ເກົາ ກືມຮວນ[6] | ||||||||||||||||||
ກໍ່ຕັ້ງ | |||||||||||||||||||
• ຖະແຫຼງການບາງກອກ | 8 ສິງຫາ 1967 | ||||||||||||||||||
• ຮັບສະມາຊິກຫຼ້າສຸດ | 30 ເມສາ 1999 | ||||||||||||||||||
• ກົດບັດອາຊຽນ | 16 ທັນວາ 2008 | ||||||||||||||||||
ພື້ນທີ່ | |||||||||||||||||||
• ລວມ | 4,522,518[7] ຕາລາງກິໂລແມັດ (1,746,154 ຕາລາງໄມລ໌) | ||||||||||||||||||
ປະຊາກອນ | |||||||||||||||||||
• 2021 ປະມານ | 667,393,019[8] | ||||||||||||||||||
144 ຕໍ່ຕາລາງກິໂລແມັດ (373.0 ຕໍ່ຕາລາງໄມລ໌) | |||||||||||||||||||
GDP (ອຳນາດຊື້) | 2021 (ປະມານ) | ||||||||||||||||||
• ລວມ | $8.993 ພັນຕື້[8] | ||||||||||||||||||
• ຕໍ່ຫົວ | $13,475[8] | ||||||||||||||||||
GDP (ລາຄາຕະຫຼາດ) | 2021 (ປະມານ) | ||||||||||||||||||
• ລວມ | $3.356 ພັນຕື້[8] | ||||||||||||||||||
• ຕໍ່ຫົວ | $4,849[8] | ||||||||||||||||||
HDI (2019) | 0.729[lower-alpha 1] ສູງ | ||||||||||||||||||
ເຂດເວລາ | UTC+6:30 ຫາ UTC+9 (ເວລາມາດຕະຖານອາຊຽນ) | ||||||||||||||||||
ລະຫັດໂທລະສັບ | |||||||||||||||||||
ລະຫັດອິນເຕີເນັດ | |||||||||||||||||||
ເວັບໄຊ www |
ອາຊຽນມີຈຸດເລີ່ມຕົ້ນຈາກສະມາຄົມອາສາ ເຊິ່ງກໍ່ຕັ້ງຂຶ້ນເມື່ອເດືອນກໍລະກົດ ປີ 1961 ໂດຍ ໄທ, ມາເລເຊຍ ແລະ ຟີລິບປິນ ຕໍ່ມາໃນປີ 1967 ໄດ້ມີການລົງນາມໃນ ຖະແຫຼງການບາງກອກ ອາຊຽນໄດ້ຖືກຳເນີດຂຶ້ນໂດຍມີລັດສະມາຊີກເລີ່ມຕົ້ນ 5 ປະເທດ ໂດຍມີວັດຖຸປະສົງເພື່ອການຮ່ວມມືໃນການເພີ່ມອັດຕາການເຕີບໂຕທາງດ້ານເສດຖະກິດ ການພັດທະນາສັງຄົມວັດທະນະທຳໃນກຸ່ມປະເທດສະມາຊິກ ແລະ ການບຳລຸງຮັກສາສັນຕິພາບ ແລະ ຄວາມໝັ້ນຄົງໃນພາກພື້ນ ແລະ ເປີດໂອກາດໃຫ້ແກ້ໄຂຂໍ້ຂັດແຍ້ງລະຫວ່າງປະເທດສະມາຊິກຢ່າງສັນຕິ[11] ຫຼັງຈາກປີ 1984 ເປັນຕົ້ນມາອາຊຽນມີລັດສະມາຊິກເພີ່ມຂຶ້ນຈົນມີ 10 ປະເທດໃນປັດຈຸບັນ ກົດບັດອາຊຽນໄດ້ມີການລົງນາມເມື່ອເດືອນທັນວາ ປີ 2008 ເຊິ່ງເຮັດໃຫ້ອາຊຽນມີສະຖານະຄ້າຍຄືກັບສະຫະພາບເອີຣົບຫຼາຍຍິ່ງຂຶ້ນ
ເຂດການຄ້າເສລີອາຊຽນໄດ້ເລີ່ມປະກາດໃຊ້ຕັ້ງແຕ່ຕົ້ນປີ 2010 ແລະ ກຳລັງກ້າວສູ່ຄວາມເປັນປະຊາຄົມອາຊຽນ ເຊິ່ງຈະປະກອບດ້ວຍສາມດ້ານ ຄື: ປະຊາຄົມອາຊຽນດ້ານການເມືອງ ແລະ ຄວາມໝັ້ນຄົງ ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມສັງຄົມ ແລະ ວັນທະນະທຳອາຊຽນ ໃນປີ 2015[12]